ຊາວບ້ານຈາກເຂື່ອນນໍ້າອູ 4 ຢາກມີ ອາຊີບ
2019.07.16
ປະຊາຊົນທີ່ໄດ້ຮັບຜົລກະທົບຈາກເຂື່ອນນໍ້າອູ 4 ຢູ່ເມືອງຂວາ ແຂວງຜົ້ງສາລີ ຮຽກຮ້ອງໃຫ້ຄນະຈັດສັນເຂື່ອນ ຊ່ອຍເລັ່ງຈັດສັນອາຊີບ. ພາຍຫຼັງ ທີ່ໄດ້ຖືກໂຍກຍ້າຍ ມາຢູ່ບ້ານຈັດສັນ ໄດ້ສາມເດືອນແລ້ວ ຊາວບ້ານຍັງບໍ່ມີອາຊີບ ທໍາມາຫາກິນ. ດັ່ງປະຊາຊົນບ້ານຈັດສັນ ເຂື່ອນນໍ້າອູ 4 ໄດ້ກ່າວຕໍ່ນັກຂ່າວ RFA ເມື່ອວັນທີ 16 ກໍຣະກະດາ ວ່າ.
"ດຽວນີ້ບ້ານເຮົານີ້ຍັງບໍ່ມີອາຊີບ ເຂົາຍັງບໍ່ໄດ້ຈັດ ຢູ່ເຮືອນກໍຢູ່ກັນລ້າໆ ບໍ່ມີອາຊີບເຮັດເທື່ອ ນີ້ກໍ່ຄືວ່າແຫຼະ ຢາກໃຫ້ເຂົາຈັດແບບໄວ ຕັ້ງແຕ່ນີ້ກໍ່ໃຫ້ເຣີ້ມເລີຍ ເພາະວ່າເຂົານີ້ ກໍຖ້າກີນຖ້າເຮັດນາ ປະຊາຊົນຜູ້ທຸກ ກໍທຸກແທ້ໆ ຜູ້ຍາກກໍ່ຍາກແທ້ໆ ນີ້ ມັນບໍ່ມີອັນຊອກອັນກິນ."
ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກ ເຂື່ອນນໍ້າອູ 4 ໄດ້ເຫັນດີນຳການຍົກຍ້າຍ ຄັ້ງນີ້ ໂດຍໄດ້ຍ້າຍມາຢູ່ບ້ານຈັດສັນໃໝ່ ເມື່ອວັນທີ 14 ເມສາ ມີທັງໝົດ 297 ຫຼັງຄາເຮືອນ ໃນຈຳນວນ 5 ບ້ານ ຮວມ 1,400 ຄົນ ແຕ່ວ່າມາຮອດປັດຈຸບັນ ຫຼາຍຄອບຄົວຕ້ອງໄດ້ເຂົ້າປ່າ ຫາຜັກ ຫຼື ສັດປ່າມາກິນ ແຕ່ອີກຫຼາຍຄອບຄົວ ຍ່າງກັບໄປບ້ານເກົ່າ ເພື່ອໄປທໍາການຜລິດ ທີ່ໃຊ້ເວລາຍ່າງເຖິງສາມຊົ່ວໂມງ.
ຕໍ່ກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ຜແນກກະສິກັມ ເມືອງຂວາ ໄດ້ກ່າວຕໍ່ນັກຂ່າວ RFA ວ່າຕອນນີ້ຍັງຢູ່ໃນຂັ້ນຕອນການເກັບຂໍ້ມູນ ປະຊາຊົນຕ້ອງໄດ້ຖ້າໄປກ່ອນ.
"ເຮົາຍັງບໍ່ແລ້ວໂຕນີ້ເຮົາຍັງບໍ່ຈັດສັນເທື່ອ ແຕ່ວ່າຕາມແຜນການຟື້ນຟູຊີວິດ ຕາມທີ່ມີຈະຈັດອາຊີບ ໃຫ້ດຽວນີ້ກຳລັງເກັບຂໍ້ມູນ ຜູ້ໃດຈະລ້ຽງປາ ຜູ້ໃດຈະລ້ຽງໄກ່ ຜູ້ຈະລ້ຽງໝູ ນີ້ກຳລັງເກັບກັມຂໍ້ມູນ ຍັງຕ້ອງໄດ້ ເກັບຂໍ້ມູນ."
ປັດຈຸບັນເຂື່ອນນໍ້າອູ 4 ສ້າງສຳເຣັດໄປແລ້ວ 70% ອີງຕາມຂໍ້ມູນ ຂອງເຈົ້າໜ້າທີ່ກະສິກັມ ເຂື່ອນແຫ່ງນີ້ຍັງສົ່ງຜົລກະທົບ ກັບປະຊາຊົນ ອີກ 6 ບ້ານ ແຕ່ກະທົບພຽງແຕ່ ດິນປູກຝັງເທົ່ານັ້ນ.
ເຂື່ອນໄຟຟ້າ ນໍ້າອູ 4 ແມ່ນ 1 ໃນ 7 ເຂື່ອນທີ່ສ້າງຕາມແລວນໍ້າອູ ໂດຍບໍຣິສັດ ພາວເວີໄຊນາ ເປັນຜູ້ສ້າງ ຕັ້ວຢູ່ເມືອງຂວາ ແຂວງຜົງສາລີ ເຣີ້ມກໍ່ສ້າງມາ ຕັ້ງແຕ່ປີ 2016 ແລະ ຄາດວ່າຈະສ້າງສຳເຣັດໃນປີ 2020. ແລະ ປີ 2021 ຈະເຣີ້ມຂາຍໄຟຟ້າ.