ໄຟຟ້າ ຂ.ວຽງຈັນບໍ່ທົ່ວເຖິງກັນ

ມະນີຈັນ
2014.05.28
F-power-lines ສາຍໄຟຟ້າແຮງສູງ ຈາກເຂື່ອນນໍ້າເທີນສອງ ຂ້າມສູ່ປະເທດໄທ ຊຶ່ງເປັນລູກຄ້າ ຣາຍທໍາອິດ
RFA/Tyler Chapman

 

ປັຈຈຸບັນ ແຂວງ ວຽງຈັນ ກໍາລັງ ກໍ່ສ້າງ ເຂື່ອນ ໄຟຟ້າ ເຖິງ 7 ເຂື່ອນ ແລະ ມີເຂື່ອນ ທີ່ ສ້າງແລ້ວໆ 6 ແຫ່ງ ມີກໍາລັງ ຜລິດ ຮວມທັງໝົດ 976 ເມັກກາວັດ. ແຕ່ເມື່ອ ເບິ່ງ ຕົວຈິງແລ້ວ ມີ ປະຊາຊົນ ຫລາຍກວ່າ 4 ພັນ ຄອບຄົວ ຍັງບໍ່ມີ ໄຟຟ້າໃຊ້ ຊຶ່ງ ສ່ວນຫລາຍ ກໍແມ່ນ ຢູ່ໃນເຂດ ຫ່າງໄກ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານໜຶ່ງ ໃນວັນ ທີ 28 ພຶສພາ 2014 ນີ້:

"ໄຟຟ້າ ດຽວນີ້ ຢູ່ເຂດນອກ ແມ່ນບໍ່ມີ ເນາະ ເປັນຕົ້້ນແມ່ນ ຢູ່ເຂດ ຫ່າງໄກ ສອກຫລີກ ທີ່ ທາງຣົດ ເຂົ້າໄປ ບໍ່ເຖິງ ຫັ້ນນະ ກໍຍັງບໍ່ມີ ບາງບ້ານ ຂະເຈົ້້າ ກໍມີແບັຕເຕີຣີ ມີ ໂຄງການ ອັນນັ້ນ ບໍ່ຫວ່າງ ນຶ່ງນີ້ຊ່ວຍ ແສງ ອາທິດ ຫັ້ນນະ ຢູ່ໃນຕົວເມືອງ ນີ້ມັນກໍ ມີໝົດ ແລ້ວ".

ແຂວງ ວຽງຈັນ ມີ ປະຊາຊົນ ອາສັຍ ຢູ່ ປະມານ 84 ພັນ ຄອບຄົວ. ໃນນັ້ນ ມີສ່ວນນຶ່ງ ບໍ່ໄດ້ໃຊ້ ໄຟຟ້າ ຈາກຣະບົບ ໄຟຟ້າ ຂອງ ທາງການ ແຕ່ໃຊ້ ໄຟຟ້າ ຈາກໂຄງການ ຊ່ວຍເຫລືອ ຂອງ ຕ່າງ ປະເທດ ເປັນ ພະລັງງານ ຈາກ ແສງຕະເວັນ ຫລືຈາກ ເຄື່ອງຜລິດ ໄຟຟ້າ ພະລັງນໍ້າ ຂນາດນ້ອຍ ຫລື ໄຟຟ້າ ນໍ້າຢົດ Pico hydro.

ເຫດຜົລທີ່ ຍັງມີ ປະຊາຊົນ 4 ພັນ ກວ່າຄອບຄົວ ບໍ່ມີໄຟຟ້າ ໃຊ້ນັ້ນ ເຈົ້າໜ້າທີ່ ບອກວ່າ ຍ້ອນພວກ ເຂົາເຈົ້າ ອາສັຍ ຢູ່ໃນເຂດ ຫ່າງໄກ ເກີນກວ່າຕາ ໜ່າງໄຟຟ້າ ຈະເຂົ້າໄປ ເຖິງ ແຕ່ກໍຄາດວ່າ ຈະສາມາດ ເຊື່ອມຕໍ່ ຣະບົບ ໄຟຟ້າ ໄດ້ທັງໝົດ ໃນ ໄວໆນີ້. ເຂື່ອນອີກ 7 ແຫ່ງທີ່ ກໍາລັງ ກໍ່ສ້າງຢູ່ ພາຍໃນ ແຂວງ ວຽງຈັນ ກໍມີ ເຂື່ອນ ນໍ້າງື່ມ3, ເຂື່ອນນໍ້າລີກ1, ເຂື່ອນ ນໍ້າສະນາ, ເຂື່ອນ ນໍ້າສະມ່ວຍ, ເຂື່ອນ ນໍ້າໄຜ່, ເຂື່ອນ ນໍ້າພວນ ແລະ ເຂື່ອນນໍ້າ ພາໃຫຍ່ ແລະ ຍັງມີອີກ 21 ໂຄງການ ທີ່ ກໍາລັງ ສຶກສາ ຄວາມເປັນ ໄປໄດ້ ໃນການ ກໍ່ສ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.