ນໍ້າຖ້ວມສາມແຂວງໃຕ້ຂອງລາວ


2013.09.20
F-flood ຕົວຢ່າງ ສະພາບນໍ້າຖ້ວມ ເມືອງປາກກະດິງ ແຂວງບໍລິຄຳໄຊ ຝົນຕົກໜັກຕິດຕໍ່ກັນ ວັນທີ 25-28 ກໍຣະກະດາ ຜ່ານມາ.
Laonews

 

ຫລາຍຫົວເມືອງໃນແຂວງ ເຊກອງ ສາຣະວັນ ແລະ ອັດຕະປື ຖືກນໍ້າຖ້ວມໜັກ ຫລັງຈາກທີ່ຝົນຕົກໜັກຕິດຕໍ່ກັນ ຫລາຍວັນໃນທ້າຍອາທິດ ຜ່ານມາ ຮອດວັນທີ່ 17 ກັນຍາ ຂອງອາທິດນີ້ ຊຶ່ງໄດ້ສ້າງຄວາມເສັຽຫາຍ ແກ່ເຂົ້າຢູ່ໃນໄຮ່ນາ ເຄື່ອງປູກຂອງຝັງ ແລະ ບ້ານເຮືອນ ຂອງ ປະຊາຊົນ ຈໍານວນນຶ່ງ. ດັ່ງເຈົ້າໜ້າທີ່ ແຂວງ ອັດຕະປື ທ່ານນຶ່ງໄດ້ກ່າວ:

"ແຂວງອັຕະປື ມີແຕ່ເຂົ້າໂຕ ເທສບານ ກັບບ້ານເຊກອງ ແລ້ວກໍມີປະເດັນ ໂຕພືດຜັກກໍມີສ່ວນນຶ່ງ ນັ້ນແຫລະ ຄອບຄົວ ຢູ່ແຄມເຊ ແມ່ນໍ້າ ເຊກອງ ມີບ້າເຊກອງ ແລ້ວກໍມີບ້ານ ສາມັກຄີ ແລ້ວກໍແຖວ ສະເພົາທອງ".

ທ່ານວ່າ ໃນແຂວງເຊກອງນັ້ນ ນໍ້າຖ້ວມເທສບານ ແລະບ້ານຕ່າງໆ ທີ່ຕັ້ງຢູ່ແຄມເຊ, ແຕ່ວ່າ ປັດຈຸບັນນີ້ ນໍ້າກໍບົກລົງແດ່ແລ້ວ. ຢູ່ແຂວງ ອັດຕະປື ນັ້ນກໍມີບ້ານໃນເຂດເມືອງ ສາມັກຄີໄຊ ກັບເມືອງພູວົງ ຖືກນໍ້າຖ້ວມ ເຮືອນປະຊາຊົນ ແລະ ເທສບານແຂວງ, ເສົາໄຟຟ້າ ທີ່ຕັ້ງ ຢູ່ແຄມທາງ ຈາກເທສບານແຂວງ ໄປຫາເມືອງພູວົງ ຫັກລົ້ມລົງ ເຮັດໃຫ້ເມືອງພູວົງ ບໍ່ມີໄຟຟ້າໃຊ້. ສໍາລັບ ແຂວງສາຣະວັນ ລາຍງານວ່າ ມີນໍ້າຖ້ວມທົ່ງໄຮ່ທົ່ງນາ ຂອງປະຊາຊົນ ບາງສ່ວນ ຢູ່ເຂດເມືອງ ຄົງເຊໂດນ. ໃນຂນະດຽວກັນ ກົມອຸຕຸນິຍົມ ປະກາດວ່າອາທິດຕໍ່ໄປ ຍັງຈະ ມີຝົນຕົກຕື່ມອີກ:

"ໃນອາທິດຕໍ່ໜ້າທີ່ສົມທຽບໃສ່ສະພາບຝົນໃນອາທິດຜ່ານມາຖືວ່າ ຫລຸດຜ່ອນລົງເນາະ ແຕ່ສະພາບຝົນ ຍັງຈະຕົກຢູ່ໃນລະດັບ ປານກາງ ຫາ ໜັກໃນແຂວງພາກກາງ ພາກກາງຫາພາກເໜືອ ແຈ້ງໃຫ້ປະຊາຊົນ ຢູ່ເຂດນັ້ນ ລະມັດລະວັງ".

ຝົນຕົກໜັກໃນພາກກາງແລະພາກໃຕ້ ຂອງປະເທດຄັ້ງນີ້ ແມ່ນຈາກອິດທິພົນ ຂອງພາຍຸທີ່ພັດເຂົ້າມາ ໃນວຽດນາມ. ເມື່ອປີ 2009 ຜ່ານມາ ໃນເດືອນກັນຍານີ້ ແຂວງພາກໃຕ້ຖືກນໍ້າຖ້ວມ ແລະໄດ້ຮັບຄວາມເສັຽຫາຍໜັກ ຍ້ອນອິດທິພົນຂອງ ພາຍຸ ເກສນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.