ຊາວເມືອງຄໍາເກີດທີ່ຖືກນໍ້າຖ້ວມ ຍັງລໍາບາກ

ປະຊາຊົນ ໃນເມືອງ ຄໍາເກີດ ຂ. ບໍຣິຄໍາໄຊ ທີ່ ໄດ້ຮັບເຄາະ ຈາກພັຍ ນໍ້າຖ້ວມ ຍັງບໍ່ໄດ້ ຮັບການ ຊ່ວຍເຫລືອ.

ຊາວເມືອງຄໍາເກີດທີ່ຖືກນໍ້າຖ້ວມ ຍັງລໍາບາກ RFA

 

ຊາວເມືອງຄໍາເກີດເວົ້າວ່າ ຫລັງຈາກທີ່ຫລາຍໝູ່ບ້ານ ຖືກນໍ້າຖ້ວມ ເມື່ອເດືອນຕຸລາ ຜ່ານມານີ້ ບ້ານເຮືອນແລະໄຮ່ນາເສັຽຫາຍໜັກ ມາຮອດ ປັດຈຸບັນກໍຍັງບໍ່ໄດ້ຮັບການຊ່ວຍເຫລືອ ຈາກຣັຖບານ ເຖິງແມ່ນວ່າ ອໍານາດການປົກຄອງແຂວງ ໄດ້ເອີ້ນຫົວໜ້າບ້ານ ໄປປະຊຸມເພື່ອຫາວິທີ ແກ້ໄຂກໍດີ.ດັ່ງຊາວບ້ານ ເວົ້າວ່າ:

"ຍັງບໍ່ທັນມີ ແຕ່ທາງນາຍບ້ານເພິ່ນໄປປະຊຸມຢູ່ແຂວງ ເພິ່ນວ່າຊິ່ມີໂຄງການມາຊ່ວຍເຫລືອ ໃຫ້ເອົານໍ້າເຂົ້າ ປະຊາຊົນເຮັດນາແຊງວ່າ ຊັ້ນເດ້ ກໍຍັງບໍ່ທັນຊ່ວຍ ປະຊາຊົນ ນັ້ນຍັງບໍ່ທັນ".

ຊາວບ້ານເວົ້າກັບເອເຊັຽເສຣີວ່າ ບ້ານທີ່ລາວຢູ່ນັ້ນ ມີປະຊາຊົນທັງໝົດ 1,000 ກວ່າຄົນ ເປັນຊາວນາປູກເຂົ້າກິນ. ຫລັງຈາກຖືກນໍ້າຖ້ວມແລະ ນໍ້າກໍບົກມາໄດ້ 1 ເດືອນແລ້ວກໍຍັງບໍ່ສາມາດ ຟື້ນໂຕໄດ້ເປັນປົກກະຕິ. ໃນຂະນະດຽວກັນ ຊາວບ້ານທີ່ຖືກນໍ້າຖ້ວມ ໃນເຂດໃກ້ຄຽງກັນນັ້ນ ກໍ ເວົ້າວ່າການທີ່ ທາງການມີແຜນຈະແຈກແນວພັນເຂົ້າສໍາລັບເຮັດນາແຊງນັ້ນ ບໍ່ຖືກກັບຈຸດປະສົງຂອງຊາວບ້ານໃນເຂດນັ້ນ ຍ້ອນວ່າປັດຈຸບັນ ທົ່ງນາຫລາຍທົ່ງ ຖືກດິນແລະຫີນເຈື່ອນຖົມຢູ່:

"ໂຕນີ້ກໍຢາກໃຫ້ທາງຂັ້ນເທິງ ຄົ້ນຄວ້າເບິ່ງວ່າ ຈິດໃຈຂອງປະຊາຊົນ ເຂົາຢາກໄດ້ເງິນມາຊື້ເຂົ້າກິນນີ້ນ່າ ຄັນສີ່ປູກແທນໂຕນັ້ນ ຖືວ່າດຽວນີ້ກໍ ຫລ້າສວາຍແລ້ວ ບໍ່ງາມມັນບໍ່ມີນໍ້າຫົດ ມັນບໍ່ງາມ ປະຊາຊົນເຂົາສະເໜີ ແນວນັ້ນ ກໍສເໜີໄປແຕ່ທາງເມືອງເພິ່ນກໍ..ເວົ້າລວມໆໄປ ເພິ່ນບໍ່ເອົາ ໃຈໃສ່ຫັ້ນໜ່າ".

ນໍ້າຖ້ວມຄັ້ງໃຫ່ຽຢູ່ເຂດເມືອງຄໍາເກີດ ແຂວງບໍຣິຄໍາໄຊ ເມື່ອເດືອນຕຸລາ ຜ່ານມາຊາວບ້ານເວົ້າວ່າ ແມ່ນຍ້ອນຝົນຕົກໜັກສົມທົບກັບເຂື່ອນນໍ້າ ເທີນ2ປ່ອຍນໍ້າອອກຈາກເຂື່ອນພ້ອມໆກັນ 5 ປະຕູ ເຮັດໃຫ້ນໍ້າຖ້ວມ 20 ກວ່າບ້ານ ແລະມີ 7 ບ້ານທີ່ໄດ້ຮັບຜົນ ກະທົບໜັກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org