ຜູ້ປະສົບພັຍນໍ້າຖ້ວມເມືອງ ປາກກະດິງ
ຜູ້ເຄາະຮ້າຍ ຈາກ ພັຍນໍ້າຖ້ວມ ເມືອງ ປາກກະດິງ ແຂວງ ບໍຣິຄໍາໄຊ ຕ້ອງການ ຄວາມຊ່ວຍເຫລືອ.
-
2013-08-09 -
-
-
Your browser doesn’t support HTML5 audio
ຊາວເມືອງ ປາກກະດິງ ແຂວງ ບໍຣິຄໍາໄຊ ທີ່ໄດ້ຮັບ ຜົນກະທົບ ຈາກພັຍນໍ້າຖ້ວມ ເມື່ອທ້າຍເດືອນ ກໍຣະກະດາ ຫາຕົ້ນເດືອນ ສິງຫາ 2013 ນີ້ ຕ້ອງການຄວາມ ຊ່ວຍເຫລືອເພີ່ມຕື່ມ ຍ້ອນວ່າ ທາງເມືອງບໍ່ມີ ກອງທຶນ ສໍາລັບ ຄວາມສ່ຽງ ຈາກ ພັຍພິບັດ ທັມມະຊາດ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ເມືອງປາກກະດິງ:
"ກໍເຫັນວ່າ ສະພາບມັນ ກໍຂ້ອນຂ້າງ ສິໜັກ ດຽວນີ້ ຄວາມຕ້ອງການ ຂອງພວກເຮົາ ທີ່ວ່າຈະຊ່ວຍ ເຫລືອຂະເຈົ້ານີ້ ກໍແນວພັນພືດ ເພື່ອໃຫ້ຂະເຈົ້າ ມີວຽກເຮັດ ງານທໍາ ເພື່ອປູກ ຊົດເຊີຍ ຕົວເຂົ້າ ທີ່ເສັຽຫາຍຫັ້ນ ຕາມແຜນຫັ້ນນະ ທີ່ນີ້ ເຮົາກໍກວມເອົາ ຂໍ້ມູລຕົວເລກ ຈາກບ້ານ ຈາກຄອບຄົວ ຫັ້ນແຫລະ ເພື່ອຢາກຮູ້ວ່າ ແຕ່ລະຄອບຄົວ ເສັຽໜ້ອຍ ຫລາຍປານ ໃດ ຄວາມຕ້ອງການ ຈັ່ງໃດ ເພາະວ່າ ພໍ່ແມ່ ປະຊາຊົນ ກໍມົວເມົານໍາ ບ່ອນຢູ່ບ່ອນນອນ ຂອງຂະເຈົ້າ ເພາະ ວ່າມັນຖ້ວມໝົດເດ້ ຊັ້ນເນາະ".
ນໍ້າຖ້ວມເມືອງປາກກະດິງ ເຮັດໃຫ້ບ້ານເຮືອນປະຊາຊົນ ໄຟຟ້າ ໂຮງຮຽນນໍ້າສ້າງ ແລະນໍ້າບາດານ ຫລາຍຮ້ອຍແຫ່ງ ແລະ ອື່ນໆເສັຍຫາຍ ເປັນມູນຄ່າ ປະມານ 5 ຕື້ກີບ. ຜົນກະທົບ ທີ່ວ່ານັ້ນມີທັງ ສັດລ້ຽງ ຂອງ ປະຊາຊົນ ຮວມທັງ ງົວ ຄວາຍ ເປັນມູນຄ່າຫລາຍຮ້ອຍລ້ານກີບ. ນໍ້າຖ້ວມເນື້ອທີ່ ທັງໝົດ 4,000 ກວ່າ ເຮັກຕາ. ໃນນັ້ນ ເນື້ອທີ່ປູກຝັງ 2,700 ເຮັກຕາ.
ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ ປັດຈຸບັນ ສິ່ງທີ່ທາງເມືອງ ຈະເລັ່ງຊ່ວຍເຫລືອ ປະຊາຊົນ ແມ່ນແນວພັນເຂົ້າປູກ ເພື່ອປູກທົດແທນ ເຂົ້າ ທີ່ເສັຍຫາຍ ແລະວ່າ ໄດ້ຕິດຕໍ່ພົວພັນ ໄປຫາ ທາງແຂວງ ບໍຣິຄໍາໄຊ ແລ້ວ ແລະຫວັງວ່າ ຈະໄດ້ຮັບ ການ ຊ່ວຍເຫລືອ ສົມທົບຈາກ ທາງຣັຖບານຕື່ມ.