ຢູ່ລາວພາກເໜືອນໍ້າຖ້ວມ ໄຮ່ນາ ຖນົນເສັຽຫາຍ

ຈໍາປາທອງ
2021.07.26
ຢູ່ລາວພາກເໜືອນໍ້າຖ້ວມ ໄຮ່ນາ ຖນົນເສັຽຫາຍ ເມື່ອວັນທີ 22 ກໍຣະກະດາ, ຝົນຕົກໜັກ ເຮັດເສັ້ນທາງຫຼາຍຈຸດ ຢູ່ເມືອງເມິງ ຖືກນໍ້າຖ້ວມ.
ຂອບໃຈພາບ: ຂປລ

ທາງການທີ່ກ່ຽວຂ້ອງຂອງເມືອງລອງ ແລະເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ແລະເມືອງເມິງ ແຂວງບໍ່ແກ້ວ ໄດ້ປະເມີນມູນຄ່າ ເສັຍຫາຍຈາກພັຍນໍ້າຖ້ວມ ຍ້ອນຝົນຕົກຕິດຕໍ່ກັນ ຫຼາຍມື້ເມື່ອສັປດາຜ່ານມາ ທີ່ໄດ້ເຮັດໃຫ້ມີປະຊາຊົນຜູ້ນຶ່ງເປັນແມ່ຍິງ ອາຍຸ 60 ປີ ຢູ່ບ້ານສົບສິ້ນ ເມືອງຫລວງນໍ້າທາ ເສັຍຊີວິດຍ້ອນດິນເຈື່ອນຖົມທັບເວລາໄປເຮັດນາ, ນໍ້າຖ້ວມຫລາຍສິບບ້ານ, ມູນຄ່າເສັຍຫາຍໃນ ແຕ່ລະເມືອງ ຫລາຍຮ້ອຍລ້ານກີບ. ແຕ່ຍັງບໍ່ສາມາດຮູ້ໄດ້ ມູນຄ່າເສັຍຫາຍທັງໝົດເທື່ອ ຍ້ອນຍັງຮິບໂຮມຂໍ້ມູນຢູ່.

ຢູ່ແຂວງຫລວງນໍ້າທາ ເຈົ້າໜ້າທີ່ຫ້ອງການແຮງງານ ແລະ ສວັດດິການສັງຄົມເມືອງຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນ ທີ 26 ກໍຣະກະດາ ນີ້ວ່າມີປະຊາຊົນ 20 ປາຍບ້ານ ແລະນາ 100 ປາຍເຮັກຕາ ປະສົບພັຍນໍ້າຖ້ວມ, ເຮືອນເພພັງ ທີ່ຕ້ອງໄດ້ປຸກໃໝ່ 14 ຫລັງ, ເສັ້ນທາງລຽບແຄມນໍ້າເຈື່ອນໝົດ, ໄຟຟ້າຖືກຕັດຂາດ, ຄາດວ່າ ມູນຄ່າເສັຍຫາຍທັງໝົດ ຫລາຍຮ້ອຍລ້ານກີບ ດັ່ງທີ່ທ່ານ ກ່າວວ່າ:

”ຄືວ່າຜົລເສັຍຫາຍທາງດ້ານໄຮ່ນາ ຕາກ້າ ຖືວ່າຖືກເຊາະເຈື່ອນ ດິນຊາຍເຂົ້າມາຖົມຫັ້ນກໍປະມານ 100 ກວ່າເຮັກຕາ, ສໍາລັບເຮືອນ ນີ້ຖືວ່າສໍາລັບຂອງປະຊາຊົນເຮົານີ້ກໍປະມານ 10 ປາຍຫລັງ ຖືວ່າຖືກນໍ້າພັດເຂົ້າ ຈໍານວນນຶ່ງກໍຖືກດິນເຊາະເຈື່ອນທັບຖົມ ເຮັດໃຫ້ຝາ ເຮືອນບໍ ຫລັງຄາເຮືອນກໍເປ່ເພນໍ ກໍເສັ້ນທາງກໍຖືວ່າເຊາະເຈື່ອນ ຕັດຂາດເປັນຕອນກໍມີ ບໍ່ສາມາດຣົດທຽວໄປມາໄດ້ ກໍຕ້ອງໄດ້ສ້ອມ ແປງ ຄັນບໍ່ສ້ອມແປງ ຣົດກໍບໍ່ສາມາດທຽວໄດ້ນໍ.”

ທ່ານກ່າວຕື່ມວ່ານໍ້າຖ້ວມຢູ່ເມືອງນີ້ ຍ້ອນຝົນຕົກແຮງຫລາຍມື້ຕິດຕໍ່ກັນ, ນໍ້າໄຫຼຊຸ, ບໍ່ກ່ຽວຂ້ອງກັນກັບນໍ້າເຂື່ອນໄຟຟ້ານໍ້າທາ 3 ຍ້ອນ ເຂື່ອນຍັງກະຈາຍໄຟຟ້າ ໄດ້ຕາມປົກກະຕິຢູ່. ແລະ ອໍານາດການປົກຄອງບ້ານນໍ້າແງ້ນ ເມືອງຫລວງນໍ້າທາ ກໍເວົ້າວ່າ ປັດຈຸບັນ ຝົນເຊົາຕົກ, ນໍ້າກໍບົກລົງແລ້ວ, ນາຖືກນໍ້າຖ້ວມປະມານ 40 ປາຍເຮັກຕາ ແລະ ສວນຜັກເກືອບ 1 ເຮັກຕາ ທີ່ຍັງບໍ່ທັນໄດ້ຮັບການ ຊ່ອຍເຫລືອ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ ດັ່ງທີ່ທ່ານກ່າວວ່າ:

”ເຮືອນໃດກໍກັບຢູ່ ເຮືອນໃດມັນກໍນໍ້າຖ້ວມ ມັນກໍແຫ້ງໄວນ່າ ມັນກໍຍັງບໍ່ຊ່ອຍເຫລືອ ມີແຕ່ວ່າມື້ນໍ້າຖ້ວມຫັ້ນນໍ ເຂົາກໍສົ່ງຄົນມາເບິ່ງມາ ຕິດຕາມ ຫາກວ່າມີບັນຫາກໍສົ່ງກໍາລັງມາຊ່ອຍ ແຕ່ກໍບໍ່ເຖິງຂັ້ນນັ້ນ.”

ສໍາລັບຢູ່ເມືອງລອງ ນໍ້າຖ້ວມເຮືອນປະຊາຊົນຫຼາຍບ້ານ, ຊົລປະທານ 70 ແຫ່ງ, ນາ 30 ເຮັກຕາ, ສວນອ້ອຍປະມານ 10 ເຮັກຕາ ແລະທາງເລກທີ 17B ຖືກນໍ້າເຊາະເຈື່ອນຫຼາຍຈຸດ ຊຶ່ງທັງໝົດຍັງບໍ່ສາມາດ ປະເມີນຄວາມເສັຍຫາຍໄດ້, ຍັງຮິບໂຮມຂໍ້ມູນຢູ່.

ຊາວບ້ານສີວິໄລ ເມືອງລອງ ເວົ້າວ່າ ຊາວບ້ານທີ່ຖືກນໍ້າຖ້ວມ ເລິ້ມອະນາມັຍບ້ານເຮືອນ, ໄຟຟ້າກໍມີ ແລະກັບມາດໍາຣົງຊີວິດໄດ້ຕາມ ປົກກະຕິແລ້ວ, ແຕ່ເຣື່ອງການຊ່ອຍເຫລືອ ເປັນເງິນ ຫລືເຄື່ອງຂອງ ໃຫ້ຜູ້ປະສົບພັຍນັ້ນ ແມ່ນຍັງບໍ່ທັນໄດ້ເທື່ອ ດັ່ງທີ່ທ່ານກ່າວວ່າ:

”ມັນກໍບໍ່ມີຫຍັງໜັກໜ່ວງຫລາຍ ເນື້ອທີ່ນາຫຍັງຖ້ວມບໍ່ມີຫຍັງ ເຂົາເຈົ້າກໍສິເກັບກໍາເບິ່ງວ່າ ມັນສູນເສັຍເທົ່າໃດ ແລ້ວສິຄິດໄລ່ເປັນ ເຄື່ອງຊ່ອຍເຫລືອມາໃຫ້ປະຊາຊົນ.”

ນອກຈາກຜົລກະທົບ ທີ່ວ່ານັ້ນແລ້ວ ນໍ້າຖ້ວມຢູ່ເມືອງລອງ ຍັງເຮັດໃຫ້ບໍຣິສັດຈຸງຫຽວ ທີ່ກໍາລັງຈະກໍ່ສ້າງເຂື່ອນໄຟຟ້ານໍ້າລອງ 2 ໄດ້ ຮັບຄວາມເສັຍຫາຍຮວມທັງເຄື່ອງຂົບຫີນ 1 ຊຸດ, ເຄື່ອງເຈາະຫີນ 6 ເຄື່ອງ, ຣົດດາມ 3 ຄັນ, ແຄັມຂອງພະນັກງານ, ລວມມູນຄ່າ ເສັຍຫາຍປະມານ 5 ແສນໂດລາ ສະຫະຣັຖ.

ສໍາລັບຢູ່ເມືອງເມິງ ແຂວງບໍ່ແກ້ວ ເຈົ້າໜ້າທີ່ຫ້ອງການແຮງງານ ແລະສວັດດິການສັງຄົມເມືອງເມິງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວ ກັນນີ້ວ່າ ຊາວບ້ານຢູ່ເມືອງນີ້ ປະສົບພັຍ ນໍ້າຖ້ວມຫລາຍ ຍ້ອນນໍ້າຝົນໄຫລຊຸ, ບໍ່ໄດ້ກ່ຽວຂ້ອງກັບນໍ້າເຂື່ອນນໍ້າທາ 1 ທີ່ກະຈາຍ ໄຟຟ້າແລ້ວ, ນໍ້າຖ້ວມໜອງປາ, ນາ, ໄຮ່, ສວນ, ລວມມູນຄ່າເສັຍຫາຍປະມານ 900 ປາຍລ້ານກີບ ດັ່ງທີ່ທ່ານກ່າວວ່າ:

”ອັນນີ້ອ້າຍນ້ອງເຂົາຕີມູນຄ່າມານີ້ ທັງຫ້ອງວ່າການແດ່ ທັງກະສິກັມແດ່ ທັງແຮງງານແດ່ນີ້ ມີປະມານ 900 ປາຍລ້ານ (ກີບ) ທັງ ໜອງປາ ທັງໄຮ່ນາແດ່ນີ້ ກໍບໍ່ສາມາດເວົ້າຣະອຽດໄດ້.”

ປະຊາຊົນຢູ່ບ້ານນໍ້າຄາລື້ ເມືອງເມິງ ເວົ້າວ່າ ນໍ້າຖ້ວມຢູ່ບ້ານນີ້ ເຮັດໃຫ້ດິນເຈື່ອນຖົມທັບໄຮ່ນາ, ເປັດ ໄກ່ຖືກນໍ້າພັດໄປ ແລະວ່າມາ ເຖິງປັດຈຸບັນ ສະພາບກັບເຂົ້າສູ່ປົກກະຕິແລ້ວ, ອໍານາດການປົກຄອງເມືອງເມິງ ໄດ້ມອບເງິນຊ່ອຍເຫຼືອ ໃຫ້ຜູ້ທີ່ປະສົບພັຍຄອບຄົວ ນຶ່ງ 3 ແສນກີບ ແລະຈະຊ່ອຍດ້ານອື່ນໆອີກຕາມພາຍຫລັງ ດັ່ງທີ່ທ່ານກ່າວໃນມື້ວັນທີ 26 ກໍຣະກະດາ ນີ້ວ່າ:

”ເສັຍຫາຍແທ້ ກໍບໍ່ມີເສັຍຫາຍເປັນ 100% ແບບເຮືອນກໍບໍ່ມີ ສ່ວນຫລາຍກໍມີແຕ່ໄຮານາແຫລະ ຖືກເສັຍຫາຍນ່າ ເບື້ອງຕົ້ນກໍການນໍາ ເມືອງກໍໄດ້ລົງຊ່ອຍເຫລືອຈໍານວນນຶ່ງ ໄດ້ເອົາເງິນສົດມອບໃຫ້ຄອບຄົວລະ 3 ແສນ (ກີບ) ນໍ ແລ້ວເພິ່ນກໍຈະມີການທະຍອຍທະຍອຍ ຊ່ອຍເຫລືອຕື່ມ.”

ເມື່ອສັປດາທີ່ຜ່ານມາ ແຕ່ຄືນວັນທີ 18 ຫາວັນທີ 21 ກໍຣະກະດາ ນີ້ ຝົນຕົກລິນຕິດຕໍ່ກັນ ເຮັດໃຫ້ນໍ້າຫ້ວຍ ແລະລໍານໍ້າສາຍຕ່າງໆ ເພິ່ມສູງຂຶ້ນຢ່າງກະທັນຫັນ, ນໍ້າໄຫລເຂົ້າຖ້ວມ ບ້ານເຮືອນ, ພື້ນທີ່ການຜລິດ: ນາ, ໄຮ່, ສວນ, ໜອງປາ ແລະອື່ນໆອີກຫລາຍຢ່າງ ຢູ່ເມືອງລອງ ແລະເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ແລະເມືອງເມິງ ແຂວງບໍ່ແກ້ວ, ເຮັດໃຫ້ເກີດຄວາມເສັຍຫາຍຫລາຍ ແຕ່ຍັງບໍ່ສາມາດປະເມີນມູນຄ່າ ຈາກຜົລກະທົບທັງໝົດນັ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.