ນໍ້າຖ້ວມສອງບ້ານຢູ່ ມ.ແປກ
ຊາວບ້ານຊອນ ແລະ ບ້ານຍວນທອງ ແຂວງຊຽງຂວາງ ເດີນທາງ ໄປມາ ລໍາບາກ ຍ້ອນນໍ້າຖ້ວມ.
-
ຈໍາປາທອງ
2017-07-19 -
-
-
Your browser doesn’t support HTML5 audio
ຊາວບ້ານຊອນ ແລະບ້ານຍວນທອງ ເມືອງແປກ ແຂວງຊຽງຂວາງ ມີປະມານ 200 ຄອບຄົວ ເດີນທາງໄປມາລໍາບາກ ຍ້ອນຝົນຕົກໜັກ ໃນຄືນວັນທີ 18 ກໍຣະກະດາ, ເຮັດໃຫ້ ນໍ້າຖ້ວມ ບ້ານເຮືອນ, ປະຊາຊົນ ບໍ່ມີບ່ອນຢູ່ອາສັຍ ຖນົນຖືກຕັດຂາດ. ດັ່ງເຈົ້າໜ້າທີ່ ເມືອງແປກ ເວົ້າໃນມື້ວັນທີ 19 ກໍຣະກະດາ ນີ້ວ່າ:
"ເມືອງແປກນີ້ມີຖ້ວມ ທາງໂພນສະຫວັນ ທາງໄປຫາເມືອງໂພນຄໍາ ມີຈຸດນຶ່ງຢູ່ ນໍ້າຖ້ວມຢູ່ບ້ານຊອນ ຕົວນີ້ບໍ່ລະອຽດເທື່ອ ຄ່ອຍເບິ່ງໄປ ແຫຼະນໍ ເພາະວ່າ ຜົລກະທົບ ນີ້ບາງເທື່ອ ຍັງບໍ່ລະອຽດ ທາງທິມງານ ກໍາລັງໄປສໍາຣວດ ກວດກາເບິ່ງຢູ່".
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ສອງບ້ານທີ່ວ່ານັ້ນ ບໍ່ເຄີຍຖືກນໍ້າຖ້ວມຈັກເທື່ອ ຊຶ່ງຄາດວ່າ ອາຈເປັນຍ້ອນ ບໍຣິສັດນໍ້າມັນລາວ ຫລື ເປໂຕຣ ລາວ ສ້າງສາງນໍ້າມັນ ຂນາດໃຫຍ່ ບໍ່ໄດ້ ມາຕຖານ ຕັນທາງນໍ້າໄຫລ ເຮັດໃຫ້ນໍ້າຫ້ວຍ 10 ປາຍສາຍ ລະບາຍນໍ້າອອກບໍ່ທັນ.
ໃນອາທິດນີ້ ທາງເມືອງແປກ ກໍຍັງຣະວັງ ນໍາເຣຶ່ອງນໍ້າຖ້ວມຢູ່ ເພາະວ່າຝົນຍັງຕົກຢູ່ຕລອດ. ເຈົ້າໜ້າທີ່ ທາງການເມືອງ ໄດ້ແຈ້ງເຕືອນ ປະຊາຊົນ ໃນທົ່ວເມືອງ ໃຫ້ ຣະມັດຣະວັງ ນໍ້າຖ້ວມ, ດິນເຈື່ອນ ແລະໃຫ້ມ້ຽນມັດ ສິ່ງຂອງຕຽມໄວ້.
ຜົລກະທົບທີ່ວ່ານີ້ ບໍ່ພຽງແຕ່ສອງບ້ານ ຄືບ້ານຊອນ ແລະບ້ານຍວນທອງ ເທົ່ານັ້ນທີ່ໄດ້ຮັບ, ບ້ານອື່ນໆ ໃນແຂວງຊຽງຂວາງນີ້ ກໍໄດ້ຮັບ ເຊັ່ນກັນ ແຕ່ບໍ່ຫລາຍ ທຽບໃສ່ ສອງບ້ານ ດັ່ງກ່າວ.