ນໍ້າຖ້ວມບ້ານຫ້ວຍມົດສົ້ມ ໜັກ
ນໍ້າຖ້ວມ ບ້ານຫ້ວຍມົດສົ້ມ ເຮັດໃຫ້ ເສັ້ນທາງຂາດ ແລະ ໄຮ່ນາ ເສັຍຫາຍ.
-
ສຸພັດຕາ
2020-10-08 -
-
-
Your browser doesn’t support HTML5 audio
ເກີດເຫດນໍ້າຖ້ວມ ກະທັນຫັນ ທີ່ ບ້ານຫ້ວຍມົດສົ້ມ ເມືອງປາກລາຍ ແຂວງໄຊຍະບູຣີ ເຮັດໃຫ້ເສັ້ນທາງຂາດ ແລະ ໄຮ່ນາຂອງປະຊາຊົນ ເສັຍຫາຍ, ດັ່ງຊາວບ້ານ ບ້ານຫ້ວຍມົດສົ້ມ ຜູ້ນຶ່ງ ທີ່ບໍ່ປະສົງບອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ຕຸລາ ນີ້ວ່າ:
“ບ້ານນີ້ ປີໃດ ຝົນຕົກມາຫຼາຍ ມັກຖ້ວມ ມັນຖ້ວມທຸກປີເລີຍ ເພາະມັນເປັນນໍ້າປ່າ ເຂົ້າບ້ານ ບ້ານປະຊາຊົນ ອັນແຖວທີ່ຢູ່ເຂດຕໍ່າ ນໍ້າຖ້ວມ ໝົດມີແຕ່ນາ ເພາະວ່າ ບ້ານສ່ວນຫຼາຍ ມັນກໍ ມັນຖ້ວມມື້ເວັນ ແລ້ວ ຂະເຈົ້າຫັ່ນນະ ເອົາເຄື່ອງຂອງຢູ່ ທາງເຂົ້າມາບ້ານ ນໍ້າມັນລົດ ມັນກໍ ທຽວໄດ້.”
ຊາວບ້ານອີກຄົນນຶ່ງ ໃນບ້ານດຽວກັນນີ້ ກ່າວວ່າ ນໍ້າຖ້ວມໃນເທື່ອນີ້ ບໍ່ມີບ້ານເຮືອນຂອງ ປະຊາຊົນເສັຍຫາຍ ມີແຕ່ເສັ້ນທາງ ແລະໄຮ່ນາ ເທົ່ານັ້ນທີ່ເສັຍຫາຍ ຍ້ອນມີບົດຮຽນຈາກເຫດການນໍ້າຖ້ວມໃນປີກ່ອນ ເຮັດໃຫ້ປະຊາຊົນຕຽມໂຕ ເກັບມ້ຽນເຄື່ອງຂອງໄວ້ທັນ ສ່ວນການຊ່ອຍ ເຫຼືອນັ້ນ ທາງການໄດ້ລົງມາກວດກາແລ້ວ ແຕ່ຍັງບໍ່ມີການຊ່ອຍເຫຼືອເທື່ອ:
“ກະຖ້ວມ ບ້ານເຮືອນບໍ່ທັນເສັຍຫາຍ ບ້ານນະ ພວກເຮົາໄດ້ກຽມພ້ອມທຸກສິ່ງ ຂອງເກັບມ້ຽນ ມີແຕ່ທົ່ງນາ ໄຮ່ນະ ທາງເຂົ້າບ້ານມັນກໍຂາດ ເປັນຂົວເປັນຂຸມນະ ທຸກປີແຫຼະ ຖ້ວມທຸກປີ ຜ່ານມາກໍຈະຂຶ້ນສູງກວ່ານີ້ ກໍມີຄັ້ງນຶ່ງແລ້ວ ຫ້ອງການແຮງງານເມືອງ ຫ້ອງການພາຍໃນແດ່ ເພິ່ນກະມາກວດ ມື້ວານນີ້ນະ.”
ດ້ານເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ທ່ານນຶ່ງ ທີ່ຂໍສງວນຊື່ ກ່າວວ່າ ສໍາລັບບັນຫານໍ້າຖ້ວມໃນເທືື່ອນີ້ ເກີດຈາກຝົນ ຕົກໜັກ ຊຶ່ງໃນເບື້ອງຕົ້ນ ໄດ້ມີເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ລົງໄປສໍາຣວດກວດກາຄວາມເສັຍຫາຍ ຈາກເຫດນໍ້າຖ້ວມນັ້ນແລ້ວ:
“ເອີ່ ເປັນຝົນແຫຼະ ນໍ້າຝົນມັນຕົກຫຼາຍ ນໍ້ານອງໄຫຼ ແລ້ວກໍມື້ວານນີ້ ຄະນະຮັບຜິດຊອບ ລົງກວດກາຂໍ້ມູນແລ້ວ ເຂົ້ານາທີ່ຂະເຈົ້າ ກໍາລັງ ເກັບກ່ຽວ ບໍ່ທັນໄດ້ອອກໄດ້ມ້ຽນ ນໍ້າພັດ ນໍ້າໄຫຼ ແລ້ວກໍຈໍານວນນຶ່ງ ນາກໍຖ້ວມ ແຕ່ວ່າ ມັນລົດແລ້ວ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ສໍາລັບການຊ່ອຍເຫຼືອ ປະຊາຊົນໄດ້ຮັບຄວາມເສັຍຫາຍຈາກນໍ້າຖ້ວມນັ້ນ ປັດຈຸບັນ ກໍາລັງປຶກສາຫາລືກັບ ໜ່ວຍງານທີ່ກ່ຽວຂ້ອງຢູ່ ຍັງບໍ່ສາມາດເປີດເຜີຍຂໍ້ມູນໄດ້ ວ່າເສັຍຫຼາຍ ໜ້ອຍຫຼາຍປານໃດ.
ອີງຕາມສື່ ທ້ອງຖິ່ນຂອງລາວຣາຍງານວ່າ ໃນຕອນບ່າຍຂອງມື້ວັນທີ 5 ເດືອນຕຸລາ 2020 ນີ້ ເກີດເຫດນໍ້າຖ້ວມກະທັນຫັນ ທີ່ບ້ານຫ້ວຍ ມົດສົ້ມ, ເມືອງປາກລາຍ ແຂວງໄຊຍະບູຣີ ເຮັດໃຫ້ເສັ້ນທາງຂາດ ແລະ ໄຮ່ນາຂອງປະຊາຊົນ ໄດ້ຮັບຄວາມເສັຍຫາຍ.
ເມື່ອປີ 2018 ກໍເຄີຍເກີດເຫດການນໍ້າຖ້ວມກະທັນຫັນ ຢູ່ບ້ານຫ້ວຍມົດສົ້ມ ເມືອງປາກລາຍ ແຂວງໄຊຍະບູຣີ ເຮັດໃຫ້ນໍ້າໄຫຼເຂົ້າຖ້ວມບ້ານ ເຮືອນຂອງປະຊາຊົນ ແລະພື້ນທີ່ປູກຝັງ ໂດຍວັດແທກຣະດັບນໍ້າ ໄດ້ສູງເຖິງ 30 ຫາ 100 ຊັງຕີແມັດ ເຮັດໃຫ້ປະຊາຊົນ 697 ຄົນ ໃນ 14 ຄອບຄົວ ໄດ້ຮັບຜົລກະທົບ ແລະເສັ້ນທາງເຂົ້າໝູ່ບ້ານ ຖືກຕັດຂາດ ຮວມເຖິງສວນສາລີ ແລະທົ່ງນາຈົມຢູ່ໃຕ້ນໍ້າ ແຕ່ບໍ່ມີຜູ້ໄດ້ຮັບ ບາດເຈັບຫຼືເສັຽຊີວິດ.