ຊາວບ້ານຖືກນໍ້າຖ້ວມຕ້ອງການ ຄວາມຊ່ອຍເຫຼືອ

ປະຊາຊົນ ໃນເຂດ ນໍ້າຖ້ວມ ຢູ່ແຂວງ ພາກໃຕ້ ຕ້ອງການ ຄວາມ ຊ່ວຍເຫລືອ ດ່ວນ.

ຊາວບ້ານໃນແຂວງພາກໃຕ້ ຂອງລາວ ທີ່ຖືກນໍ້າຖ້ວມ ຕ້ອງການ ຄວາມຊ່ອຍເຫຼືອ Citizen journalist

 

ຊາວບ້ານ ໃນເຂດ ນໍ້າຖ້ວມ ຢູ່ແຂວງ ຈໍາປາສັກ ເປີດເຜີຍ ໃນ ວັນພະຫັດ ວັນທີ 8 ນີ້ວ່າ ປັດຈຸບັນ ນີ້ ນໍ້າຍັງຂັງ ຢູ່ຫລາຍ ພື້ນທີ່ ຊາວ ບ້ານ ບໍ່ມີທີ່ຢູ່ ອາສັຍ ຕ້ອງການ ນໍ້າດື່ມ ອາຫານ ແລະ ຢາ:

"ນໍ້າກໍບໍ່ທັນ ຫວິດ ຍັງຫລາຍໆ ບ້ານ 5 ບ້ານ ນັ້ນຍັງ ໝົດ ອາຫານ ກັບນໍ້າກິນ ໂຕນີ້ ໄທເຮົາ ຍັງຂາດໜັກ ອາຫານ ນໍ້າ ຄັນມີຢາ ປົວ ພຍາດ ກ່າແຮງດີ ເພາະວ່າ ຈັກໜ່ອຍ ກໍມີບັນຫາ ເຣື້ອງ ພຍາຕ ຣະບາດ ຫລະ".

ເຂດນໍ້າຖ້ວມ ໃນແຂວງ ຈໍາປາສັກ ກໍມີຄື ເມືອງ ຊະນະສົມບູນ ສຸຂຸມມາ ຈໍາປາສັກ ປະທຸມພອນ ປາກເຊ ແລະ ມູລປະໂມກ. ປະຊາຊົນ ໄດ້ຮັບ ຜົນກະທົບ ທັງໝົດ ກວ່າ 2,000 ຄອບຄົວ, ພື້ນທີ່ປູກຝັງ ໄດ້ຮັບຄວາມ ເສັຽຫາຍ ປະມານ 7,000 ເຮັກຕາ. ທ່ານ ບອກວ່າ ເຈົ້າໜ້າທີ່ ໃນທ້ອງຖິ່ນ ໄດ້ ສົ່ງຂໍ້ມູນ ຄວາມເສັຽຫາຍ ໄປຫາແຂວງ ແລ້ວ ພຽງແຕ່ລໍຖ້າ ການ ຊ່ວຍເຫລືອ.

ເຈົ້າໜ້າທີ່ ສາທາຣະນະສຸຂ ເຕືອນ ປະຊາຊົນ ໃນເຂດ ນໍ້າຖ້ວມ ໃຫ້ ເຝົ້າຣະວັງ ການແພ່ຣະບາດ ຂອງພຍາຕ ຕິດຕໍ່. ດັ່ງ ຍານາງ ເວົ້າວ່າ:

"ສິ່ງທີ່ເຮົາໄດ້ ເຮັດໄປກ່ອນຄື ເຮັດວຽກ ໂຄສະນາ ສຸຂສຶກສາ ການໃຫ້ຂໍ້ມູນ ຂ່າວສານ ກ່ຽວກັບ ການປ້ອງກັນ ພຍາຕ ທີ່ ອາຈເກີດຂຶ້ນ ໃນຊ່ວງ ນໍ້າຖ້ວມ ເປັນຕົ້ນວ່າ ຈະເປັນ ຕຸ່ມ ເປື່ອຍ ບໍ ນໍ້າຄັນ ກິນຕີນ ເປັນພຍາຕ ຕາແດງ ພຍາຕຖອກທ້ອງ ແລ້ວກໍໄຂ້ ມາລາເຣັຽ. ມາລາເຣັຽ ນີ້ ກໍມີການ ເຈັບເປັນ ຢູ່ແລ້ວ ແຕ່ວ່າ ພວກເຮົາ ກໍມີການ ເຝົ້າຣະວັງ".

ນໍ້າຖ້ວມ ແຂວງ ຈໍາປາສັກ ເລີ່ມຈາກ ວັນທີ່ 1 ສິງງຫາ ໃນຣະຍະ ດຽວກັນ ກໍມີຫລາຍ ເມືອງ ໃນແຂວງ ສາຣະວັນ ທີ່ ຖືກໜໍ້າຖ້ວມ ເຊັ່ນກັນ ຄື ເມືອງ ຄົງເຊໂດນ ເມືອງວາປີ ແລະ ເລົ່າງາມ ປະຊາຊົນ 4,600 ຄອບຄົວ ໄດ້ຮັບ ຜົນກະທົບ, ເນື້ອທີ່ປູກຝັງ ເສັຽຫາຍ ປະມານ 7,000 ເຮັກຕາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org