ນໍ້າຖ້ວມແຂວງບໍຣິຄຳໄຊ
ຜົລກະທົບ ອັນ ມະຫາສານ ຈາກ ຝົນຕົກຫນັກ ແລະ ນ້ຳຖ້ວມ ທີ່ ແຂວງ ບໍຣິຄຳໄຊ.
-
2013-07-31 -
-
-
Your browser doesn’t support HTML5 audio
ຫລັງຈາກ ທີ່ມີຝົນ ຕົກຫນັກ ແລະ ນ້ຳຖ້ວມ ຫລາຍແຂວງ ໃນລາວ ແຕ່ວັນທີ 24-29 ກໍຣະກະດາ ໂດຍສະເພາະ ເມືອງປາກກະດິງ ແຂວງ ບໍຣິຄຳໄຊ ເບື້ອງຕົ້ນຄາດວ່າຈະສົ່ງຜົລກະທົບ ພຽງເລັກນ້ອຍ ແຕ່ຫລັງຈາກ ການກວດກາ ພົບວ່າ ພື້ນທີ່ ກະສິກັມ ຂອງປະຊາຊົນ ເປັນຈຳນວນ ຫລວງຫລາຍ ໄດ້ຮັບ ຄວາມເສັຽຫາຍ. ດັ່ງເຈົ້າຫນ້າທີ່ ທ່ານນື່ງ ເວົ້າວ່າ:
"ໃນສອງເຂດນີ້ນະ ທົ່ງມະນີ ກັບວຽງຄຳ ພື້ນທີ່ຂະເຈົ້າກໍເສັຽຫາຍ ປະມານ 70% ນີ້ແຫລະ 4500 ເຮັກຕາ ເຂດນີ້ ເຂດອູ່ເຂົ້າ ອູ່ນ້ຳ ຫລາຍເດ".
ທ່ານວ່າ ເຂດທີ່ໄດ້ຮັບ ຄວາມເສັຽຫາຍ ຫລາຍກວ່າຫມູ່ ທີ່ ເມືອງ ປາກກະດີງ ກໍແມ່ນ ບ້ານນ້ຳທອນ ດອນສີງ ວຽງຄຳ ນ້ຳຄູ້ ນາເຄືອ ຫ້ວຍເພັດ ແລະ ບ້ານນາພີງ ປະເພດທີ່ ເສັຽຫາຍກໍແມ່ນບ້ານເຮືອນ ປະຊາຊົນ ຮ້ານຄ້າ ວັດ ໂຮງຮຽນ ນ້ຳສ້າງ ຮ່ວມເຖິງ ສັດລ້ຽງ. ພື້ນທີ່ ຄວາມເສັຽຫາຍ ທາງດ້ານການກະເສດຕົກຢູ່ປະມານ 5700 ເຮັກຕາ ຫລື ປະມານ 70 ສ່ວນຮ້ອຍ ຂອງພື້ນທີ່ ປູກຝັງ ທັງຫມົດ ໃນແຂວງ 8200 ເຮັກຕາ. ເຫດການ ນ້ຳຖ້ວມຄັ້ງນີ້ ຈະສົ່ງຜົລ ກະທົບໄປສູ່ ຄວາມ ປອດພັຍດ້ານ ສະບຽງອາຫານ ພາຍໃນ ແຂວງ ໃນການ ແກ້ໄຂບັນຫາ ດັ່ງກ່າວ ທາງການແຂວງ ໄດ້ສົ່ງແນວພັນ ພືດຊນີດໃຫມ່ ໄປໃຫ້ຊາວນາ ປູກທົດແທນ ສ່ວນ ທີ່ເສັຽຫາຍ.
ໃນຂະນະດຽວກັນ ທີ່ ແຂວງພາກເຫນືອ ຂອງລາວ ກໍມີນ້ຳຖ້ວມ ຫລາຍຄືກັນ ດັ່ງທີ່ບ້ານນ້ຳຕອຍເມືອງຫ້ວຍຊາຍແຂວງບໍ່ແກ້ວ ເຈົ້າຫນ້າທີ່ ເວົ້າວ່າມີເຮືອນ 50 ຫລັງໄດ້ຮັບຜົລກະທົບ ມີງົວຄວາຍຕາຍ ບໍ່ຕ່ຳກວ່າ 50 ໂຕ ເປັດແລະໄກ່ ເສັຽຫາຍປະມານ 250 ໂຕ ແລະເຂົ້າເປືອກ ເສັຽຫາຍກວ່າ 3 ໂຕນ. ດັ່ງເຈົ້າຫນ້າທີ່ ແຂວງບໍ່ແກ້ວ ເວົ້າວ່າ:
"ນ້ຳລັກສນະ ວ່ານ້ຳສຸໄປ ເສັຽຫາຍ ຫລາຍແທ້ ກໍຊີ່ ບໍ່ຫລາຍປານ ໃດດອກ ແຕ່ວ່າໄດ້ ລົງໄປກວດ ແລ້ວເນາະ ກວດເບີ່ງ ກໍຍັງບໍ່ທັນໄດ້ ຊ່ອຍເຫລືອ ຫຍັງເທື່ອ".
ນອກຈາກນັ້ນ ຍັງມີລາຍງານ ມາອີກວ່າ ທີ່ເມືອງ ໄຊສົມບູນ ແຂວງວຽງຈັນ ມີຖນົນຫລາຍສາຍ ເພພັງ ຍ້ອນດິນເຈື່ອນ ຈາກຝົນ ຕົກຫນັກ ແລະ ເສັ້ນທາງ ທີ່ເສັຽຫາຍ ກໍມີ ຖນົນ 5B ເຂດ ເທດສບານ ຈຸດສຸມເມືອງຮອມ, ຖນົນ 1D, ຖນົນ 5A ບ້ານນ້ຳຍອມ ລ່ອງແຈ້ງ ໄປຫາ ຊາຍແດນ ແຂວງ ຊຽງຂວາງ.