ພັຍນໍ້າຖ້ວມຫຼາຍແຊວງ ຢູ່ລາວ
ຢ່າງນ້ອຍ 8 ແຂວງ ໃນທົ່ວ ສປປລາວ ປະສົບ ກັບພັຍ ນໍ້າຖ້ວມ, ແລະ ຄາດວ່າ ຍັງ ຈະມີ ນໍ້າຖ້ວມ ຮອບ ຕໍ່ໄປ.
-
ສົມເນ
2015-08-07 -
-
-
ສະພາບນໍ້າຖ້ວມ ຢູ່ ຫຼາຍໆເມືອງ ໃນແຂວງ ບໍຣິຄໍາໄຊ ແລະ ອີກຫຼາຍໆແຂວງ ໃນ ສປປລາວ
Courtesy of Tholakhong
Your browser doesn’t support HTML5 audio
ເຫດການ ນໍ້າຖ້ວມ ໃນລາວ ຮອບ ທໍາອິດ ໃນ ລະດູຝົນ ປີນີ້ ເກີດຂຶ້ນ ຢ່າງ ກະທັນຫັນ, ຫລັງຈາກ ຝົນຕົກ ໜັກ ຕິດຕໍ່ກັນ ຫຼາຍມື້ ຢູ່ ຫຼາຍແຂວງ. ກ່ຽວກັບ ສະພາບການ ນໍ້າຖ້ວມ ຄັ້ງນີ້, ເຮົາໄດ້ ໂທຣະສັບ ໄປ ໂອ້ລົມ ຖາມຂ່າວ ນໍາ ເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ຊຶ່ງ ເປັນ ພາກສ່ວນ ຮັບຜິດຊອບ
ການ ຊ່ວຍເຫລືອ ຜູ້ ປະສົບ ພັຍ ໂດຍ ເລີ້ມຈາກ ແຂວງ ຫຼວງນໍ້າທາ ລົງມາ ຮອດ ແຂວງ ຄໍາມ່ວນ.