ນ້ຳຖ້ວມ 3 ບ້ານ ມ.ໝື່ນ ຂ.ວຽງຈັນ

ອຸ່ນແກ້ວ ສຸກສະຫວັນ
2019.08.29
F-Flood-Mun ສະພາບນໍ້າຖ້ວມ ຢູ່ເມືອງໝື່ນ ແຂວງວຽງຈັນ
ຮູບພາບຈາກ : ວີດີໂອ ນັກຂ່າວພົລເມືອງ

ປະຊາຊົນ ບ້ານນ້ຳເພີນ, ບ້ານນາບົວ ແລະ ບ້ານນາຍາວ ເມືອງໝື່ນ ແຂວງວຽງຈັນ ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມ ຕິດຕໍ່ກັນຫຼາຍວັນ ຍ້ອນຝົນຕົກໜັກ ເຮັດໃຫ້ນ້ຳຮອນ ຂຶ້ນຖ້ວມບ້ານເຮືອນ, ໄຮ່ນາ ແລະ ສັດລ້ຽງ ຂອງເຂົາເຈົ້າ. ເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງໝື່ນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 29 ສິງຫາ ວ່າ:

"ເສັຽຫາຍມີຢູ່ບ້ານເພີນ, ນາຍາວ, ນາບົວ ມັນຕິດຢູ່ເຂດນ້ຳຮອນ ກະເປັນນ້ຳນ້ອຍ ມັນກະເວົ້າເລື້ອງການລະບາຍນ້ຳ ກະບໍ່ທັນ ບາດນີ້ ຝົນຕົກຕິດຕໍ່ກັນແລ້ວມັນກະເຮັດໃຫ້ນ້ຳກະອັ່ງ ຕົ້ນໄມ້ໃຫຍ່ຢູ່ແຄມແມ່ນ້ຳກະບໍ່ຢາກມີ ສ່ວນຫຼາຍກະຢູ່ໃນປ່າອິຫຍັງ ພຸ້ນລະ ຂັ້ນເສັຽຫາຍ ກະຊິວ່າ ມັນມາບາດດຽວ ແລ້ວເຮົາເອົາເຄື່ອງຂຶ້ນບໍ່ທັນ."

ນອກຈາກນີ້ ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ໂດຍລວມແລ້ວຄວາມເສັຽຫາຍກໍເສັຽ ໂຕນີ້ ຍັງບໍ່ທັນໄດ້ໂຕເລກລະອຽດ ຢູ່ໃນໄລຍະເກັບກຳຂໍ້ມູນ ນຳປະຊາຊົນຢູ່ ໜັກກະຊິແມ່ນນາ ເສັຽຫາຍຈຳນວນນຶ່ງ ທີ່ຢູ່ໃນຍອດນ້ຳບໍ່ ແລະ ຢູ່ໃນຊ້ວງນ້ຳໄຫລ ຕອນນີ້ນ່າ ແລ້ວກໍຈາກຫັ້ນເຄື່ອງຂອງຈໍານວນນຶ່ງ ທີ່ເອົາບໍ່ທັນເນາະ."

ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ແລະທະຫານ ເຂົ້າໄປຊ່ວຍເຫລືອປະຊາຊົນ ດ້ວຍການຊ່ວຍຍົກຍ້າຍ ເຄື່ອງຂອງ ທີ່ຢູ່ຕ່ຳ ເອົາຂຶ້ນໄປໄວ້ ບ່ອນສູງ ເພື່ອປ້ອງກັນຄວາມເສັຽຫາຍ ແລະ ທາງການເມືອງໝື່ນ ໄດ້ອອກແຈ້ງເຕືອນປະຊາຊົນ ໃຫ້ເຝົ້າລະວັງນ້ຳປ່າ ໄຫລຊຸ.

ກົມອຸຕຸນິຍົມ ແລະອຸທົກກະສາດ ໄດ້ອອກແຈ້ງເຕືອນໃຫ້ປະຊາຊົນທຸກແຂວງ ໃຫ້ເຝົ້າລະວັງ ຝົນຕົກໜັກ, ລົມແຮງແລະຟ້າຮ້ອງ ແຕ່ວັນທີ 26-30 ສິງຫາ ຊຶ່ງຈະສົ່ງຜົນເຮັດໃຫ້ ບາງເຂດອາດເກີດນ້ຳຖ້ວມ - ນ້ຳປ່າໄຫລແຮງ, ແລະ ຜູ້ຂັບຂີ່ລົດຕ້ອງໄດ້ ລະມັດລະວັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.