ຂ.ໄຊຍະບູຣີ ສລຸບຜົນ ເສັຽຫາຍ ຈາກນໍ້າຖ້ວມ

ໄຊຍາ
2021.06.16
ຂ.ໄຊຍະບູຣີ ສລຸບຜົນ ເສັຽຫາຍ ຈາກນໍ້າຖ້ວມ ຜູ້ປະສົບພັຍນໍ້າຖ້ວມ ກ່າວວ່າ ນໍ້າຖ້ວມກະທັນຫັນ ເທື່ອນີ້ຜິດປົກຕິ ຍ້ອນວ່ານໍ້າໄຫຼມາບາດດຽວ ຖ້ວມຂຶ້ນຮອດຫຼັງຄາເຮືອນ ທັງທີ່ວ່າ ຝົນ ບໍ່ໄດ້ຕົກຕິດຕໍ່ກັນ ຫຼາຍມື້ປານນັ້ນ.
ນັກຂ່າວພົລເມືອງ

ປັຈຈຸບັນຫຼາຍພາກສ່ວນ ທີ່ກ່ຽວຂ້ອງໃນແຂວງໄຊຍະບູຣີ ກຳລັງສລຸບຂໍ້ມູນຄວາມເສັຽຫາຍ ເພີ່ມຕື່ມຂອງເຫດການນໍ້າຖ້ວມກະທັນ ຫັນພາຍໃນແຂວງ ຈາກຜົລກະທົບຂອງ ພະຍຸ ໂຄກຸມະ. ໂດຍທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງສືບຕໍ່ລົງພື້ນທີ່ ຕາມເຂດບ້ານທີ່ຖືກ ນໍ້າຖ້ວມ ເພື່ອຮິບໂຮມຂໍ້ມູນ ຄວາມເສັຽຫາຍ. ພາຍຫຼັງຈາກສະພາບນໍ້າຖ້ວມ ໄດ້ບົກແຫ້ງແລ້ວ. ດັ່ງ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ກ່າວ ຕໍ່ເອເຊັຽເສຣີ ເມື່ອວັນທີ 16 ມິຖຸນາ ວ່າ:

"ໂຕນີ້ນໍ້າຫຼຸດລົງແລ້ວໂຕນີ້ໄທເຮົາ ກຳລັງເອົາຂໍ້ມູນໂຕສິຂໍການສນັບສນູນ ຈາກພາກສ່ວນນັ້ນພາກສ່ວນນີ້ ໄທເຮົາຍັງບໍ່ທັນມີເທື່ອ ຕ້ອງໄດ້ເອົາຂໍ້ມູນ."

ທ່ານໄດ້ກ່າວຕື່ມວ່າ ສຳລັບສາເຫດຂອງພັຍນໍ້າຖ້ວມ ໃນເທື່ອນີ້ໃນເບື້ອງຕົ້ນ ເກີດຍ້ອນຜົລກະທົບ ຈາກພະຍຸໂຄກູມະ ເຊິ່ງເຮັດໃຫ້ ມີຝົນຕົກໜັກຕິດຕໍ່ກັນ. ສ່ວນສາເຫດທີ່ເຮັດໃຫ້ ເກີດນໍ້າຖ້ວມກະທັນຫັນ ຕ້ອງລໍຖ້າໃຫ້ ພາກສ່ວນກ່ຽວຂ້ອງເປັນຜູ້ກວດກາ.

ທາງດ້ານຜູ້ປະສົບພັຍນໍ້າຖ້ວມ ຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ໄດ້ກ່າວວ່າພັຍນໍ້າຖ້ວມກະທັນຫັນ ໃນເທື່ອນີ້ມີຄວາມຜິດປົກຕິ ຍ້ອນວ່ານໍ້າໄດ້ໄຫຼມາບາດດຽວ ຈົນຖ້ວມຂຶ້ນຮອດ ຫຼັງຄາເຮືອນປະຊາຊົນ ທັງທີ່ວ່າຝົນບໍ່ໄດ້ຕົກຕິດຕໍ່ ກັນຫຼາຍວັນປານນັ້ນ.

"ເຮົາກາບໍ່ຮູ້ວ່າມັນເປັນຍ້ອນຫຍັງແທ້ຫັ້ນນ່າ ແຕ່ວ່າຕາມຄວາມທີ່ວ່າຄິດຫັ້ນ ກາໜ້າຈະແມ່ນເພາະວ່າ ຝົນມັນບໍ່ໄດ້ຕົກຫຼາຍເກີນທີ່ ວ່າມັນສິຖ້ວມບ້ານຖ້ວມເມືອງໄດ້."

ຍານາງໄດ້ກ່າວຕື່ມວ່າ ຜົລກະທົບຈາກພັຍນໍ້າຖ້ວມ ໃນເທື່ອນີ້ເຮັດໃຫ້ເຮືອນຫຼັງນຶ່ງ ຂອງຕົນຖືກນໍ້າຖ້ວມຈົນຖ້ວມໝົດຫຼັງຄາ. ເຊິ່ງ ປັດຈຸບັນຕົນເອງ ແລະຄອບຄົວໄດ້ອາສັຍຢູ່ພາຍ ໃນເຮືອນອີກຫຼັງນຶ່ງ ທີ່ບໍ່ຖືກນໍ້າເຂົ້າຫຼາຍ ແຕ່ກຳລັງປະສົບບັນຫາ ຫຼາຍຢ່າງ ເປັນຕົ້ນ ຍັງບໍ່ສາມາດ ໃຊ້ໄຟຟ້າໄດ້ຕາມ ປົກກະຕິ ແລະ ພາກສ່ວນເຈົ້າໜ້າທີ່ ກໍຍັງບໍ່ທັນມາໃຫ້ການ ຊ່ອຍເຫຼືອເທື່ອ.

ໃນຂນະທີ່ຊາວບ້ານ ຜູ້ປະສົບພັຍນໍ້າຖ້ວມ ຢູ່ເມືອງໄຊຍະບູຣີ ອີກທ່ານນຶ່ງໄດ້ກ່າວວ່າມີຄວາມ ເປັນໄປໄດ້ວ່າ ພັຍນໍ້າຖ້ວມກະທັນຫັນ ເທື່ອນີ້ເກີດຈາກຫຼາຍສາເຫດ ນອກຈາກພະຍຸ ຢ່າງດຽວ. ຍ້ອນນໍ້າໄດ້ຖ້ວມໜັກ ໃນຮອບຫຼາຍປີ ແຕ່ກໍບໍ່ມີຫຼັກຖານພຽງພໍ ທີ່ຈະຣະບຸ ໄດ້ວ່າການສ້າງເຂື່ອນນໍ່າຮຸ່ງ ມີສ່ວນກ່ຽວຂ້ອງກັບ ນໍ້າຖ້ວມເທື່ອນີ້ໂດຍຕົງ.

"ໂຕນັ້ນອາດຈະມີສ່ວນແຕ່ວ່າເຮົາກາ ບໍ່ມີຫຼັກຖານບໍ່ມີຂໍ້ມູນຢັ້ງຢືນເນາະ ໂຕນີ້ການ່າຈະຍ້ອນຫຼາຍໆ ສາເຫດເພາະວ່າມີ ພະຍຸເຂົ້າ ທາງພາກເໜືອແດ່ ຕັ້ງແຕ່ເກີດມາກາບໍ່ເຄີຍຖ້ວມ ໜັກປານນີ້ຈັກເທື່ອ."

ກ່ຽວກັບເຣື່ອງນີ້ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຜແນກພະລັງງານ ແລະບໍ່ແຮ່ ແຂວງໄຊຍະບູຣີ ເພື່ອຖາມຣາຍຣະອຽດເພີ່ມຕື່ມແຕ່ບໍ່ມີ ເຈົ້າໜ້າທີ່ ຮັບໂທຣະສັບ.

ຢ່າງໃດກໍດີພາຍຫຼັງຈາກ ສະພາບນໍ້າຖ້ວມ ຢູ່ເມືອງໄຊຍະບູຣີໄດ້ບົກແຫ້ງລົງ ເຮັດໃຫ້ຊາວບ້ານຫຼາຍຄົນສາມາດ ເດີນທາງກັບເຂົ້າ ເຮືອນໄດ້ ເພື່ອເຮັດອະນາມັຍ ເຮືອນຖືກນໍ້າຖ້ວມ ແລະ ສ້ອມແປງຈຸດທີ່ໄດ້ຮັບຄວາມເສັຽຫາຍ ພ້ອມດຽວກັນນັ້ນ ກໍກຳລັງລໍຖ້າ ການຊ່ອຍເຫຼືອ ດ້ານເຄື່ອງຂອງ ແລະອາຫານ ຈາກພາກສ່ວນທີ່ກ່ຽວຂ້ອງ. ດັ່ງຜູ້ປະສົບພັຍ ນໍ້າຖ້ວມກ່າວວ່າ.

"ກຳລັງລ້າງກັນຢູ່ຫັ້ນແຫຼະ ດຽວນີ້ນ່າເທື່ອນີ້ມັນຖ້ວມຈົນຮອດເທີງພີ້ເລີຍໂອ. ຜ່ານມາມັນເຄີຍຖ້ວມຢູ່ປີ 1973 ກາບໍ່ທັນໄດ້ຊ່ອຍຫຍັງ ເທື່ອກໍ."

ສ່ວນເຈົ້າໜ້າທີ່ໜ່ວຍກູ້ພັຍ ປະຈຳແຂວງໄຊຍະບູລີ ໄດ້ກ່າວວ່າປັດຈຸບັນ ເຈົ້າໜ້າທີ່ກູ້ພັຍສືບຕໍ່ ເຂົ້າໄປຊ່ອຍເຫຼືອຜູ້ປະສົບພັຍຕາມ ເຂດບ້ານຕ່າງໆ ໂດຍໄດ້ມີການບຳບັດນໍ້າສະອາດ ໃຫ້ແກ່ຜູ້ປະສົບພັຍ ເນື່ອງຈາກຣະບົບນໍ້າປະປາ ໃຊ້ບໍ່ໄດ້ຊົ່ວຄາວໃນຫຼາຍບ້ານ ຍ້ອນຈັກສູບນໍ້າເປ່ເພ.

"ກຳລັງມາບຳບັດນໍ້າໃຊ້ໃຫ້ເພິ່ນ ເພາະວ່າເພິ່ນຂາດນໍ້າ ຊ່ວງນີ້ຂາດນໍ້າກິນ ນໍາໃຊ້ ລະມາບຳບັດນໍ້າໃຫ້ເພິ່ນ ເຮົາເຮັດໄປເທື່ອລະຈຸດ ເນາະດຽວນີ້. ນໍ້າປະປາ ເພິ່ນກາບໍ່ໃຫ້ໃຊ້ເທື່ອ ເນາະ ບາງບ່ອນທີ່ບໍ່ມີຄວາມເສັຍຫາຍ ເພິ່ນກາເປີດໃຫ້ໃຊ້ເນາະ."

ໃນຂນະດຽວກັນ ເຈົ້າໜ້າທີ່ປະຈຳສູນຮັບບໍຣິຈາກ ເຄື່ອງຂອງແກ່ຜູ້ປະສັບພັຍ ຢູ່ເມືອງໄຊຍະບູຣີ ທີ່ຂໍສງວນສື່ແລະສຽງໄດ້ກ່າວວ່າ ຫຼ້າສຸດນີ້ຜູ້ໃຈບຸນຫຼາຍພາກສ່ວນ ໄດ້ທະຍອຍ ກັນມາມອບເຄື່ອງຂອງປະເພດ ຂອງໃຊ້, ອາຫານແຫ້ງ, ນໍ້າດື່ມ ແລະເງິນເພື່ອນໍາໄປ ຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມ.

ພ້ອມດຽວກັນນີ້ ກໍມີຊາວລາວອີກຫຼາຍຄົນ ທີ່ໂອນເງິນບໍຣິຈາກເຂົ້າມາຍັງ ບັນຊີກອງທຶນພັຍພິບັດຂັ້ນແຂວງ ເພື່ອນໍາໄປຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມ.

ສຳລັບເຫດການນໍ້າຖ້ວມກະທັນຫັນ ຢູ່ທົ່ວແຂວງໄຊຍະບູຣີ ໃນຄັ້ງນີ້ມີບ້ານຖືກນໍ້າຖ້ວມທັງ ໝົດ 56 ບ້ານ ຢູ່ໃນເຂດເມືອງໄຊຍະບູຣີ, ເມືອງພຽງ, ເມືອງຄອບ, ເມືອງຊຽງຮອນ, ເມືອງເງິນ, ເມືອງໄຊສະຖານ ແລະ ເມືອງຫົງສາ ໃນນັ້ນມີຄອບຄົວໄດ້ຮັບ ຜົລກະທົບ 5,248 ຄອບຄົວ ຈຳນວນພົລເມືອງ ທັງໝົດ 20,992 ຄົນ ເຊິ່ງມີເຮືອນໄດ້ຮັບຄວາມເສັຽຫາຍ ຈຳນວນ 4,221 ຫຼັງໃນນັ້ນ 19 ຫຼັງຖືກນໍ້າພັດຈົນໝົດຫຼັງ.

ນອກຈາກນີ້ຍັງມີຄວາມເສັຽຫາຍ ໃນດ້ານອື່ນໆ ເປັນຕົ້ນໄຟຟ້າໄດ້ຖືກຕັດຂາດໃນ 16 ບ້ານ, ເສັ້ນທາງຖືກຕັດຂາດ 25 ເສັ້ນທາງ, ເນື້ອທີ່ ທໍາການຜລິດເສັຽຫາຍ ເບື້ອງຕົ້ນ 169,28 ເຮັກຕ້າ, ໂຮງຮຽນເສັຽຫາຍ 11 ແຫ່ງ, ຣົດໃຫຍ່ຈົມນໍ້າເປ່ເພ 471 ຄັນ, ຣົດຈັກຈົມນໍ້າ 4,840 ຄັນ, ເຂົ້າສານເສັຽຫາຍ 300 ຕັນ, ໜອງປາເສັຽຫາຍ 240 ໜອງ ແລະ ມີສັດລ້ຽງຕາຍ ຍ້ອນຖືກນໍ້າພັດ ຈຳນວນຫຼວງຫຼາຍ ແຕ່ບໍ່ມີຜູ້ເສັຽຊີວິດ. ອີງຕາມແຈ້ງການ ຂອງຄະນະກັມການຄຸ້ມຄອງພັຍພິບັດ ຂັ້ນແຂວງ ແຂວງໄຊຍະບູຣີ ເມື່ອວັນທີ 15 ມິຖຸນາ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jun 23, 2021 11:39 PM

ຝົນຕົກ ດິນເຈື່ອນ ນ້ຳຖ້ວມ ເຮືອນຖືກດິນຖົມແລະຖືກນ້ຳຖ້ວມ ເກີດຈາກທຳມະຊາດຖືກທຳລາຍ ໃນເມື່ອທຳມະຊາດຖືກທຳລາຍ ທຳມະຊາດ ກໍເອົາຄືນ ແຕ່ພັດເອົາຄືນກັບຊາວບ້ານຜູ້ທຸກຍາກ ບັດຜູ້ຕັດໄມ້ ຜູ້ຂາຍໄມ້ ຜູ້ໄດ້ເງິນ ຢູ່ກິນແບບຫລູຫລ້າ. ນີ້ລະຄວາມເຫລື່ອມລ້ຳ ໃນປະເທດເຮົາ ທີ່ຜູ້ນຳເວົ້າວ່າ ຄົນລາວ ຈະມີສິດເທົ່າທຽມກັນ ບໍ່ມີໃຜຮັ່ງກ່ອນໃຜ ບໍ່ມີໃຜຮັກໃຜທຸກກ່ອນໃຜ ຕົວະຕົ້ມກັນແບບຫນ້າຕາເສີຍໆ. ຜູ້ນຳລາວ ຄົງບໍ່ໂງ່ ຈົນບໍ່ຮູ້ວ່າ ປ່າໄມ້ຕຶບດົງໜາ ເປັນສິ່ງທີ່ອູ້ມນ້ຳໄວ້ ຮາກໄມ້ກໍ່ເປັນສິ່ງທີ່ປ້ອງກັນ ບໍ່ໃຫ້ດິນເຈື່ອນ ນອກຈາກນັ້ນ ປ່າໄມ້ຕຶບດົງໜາ ຍັງໃຫ້ຄວາມຊຸ່ມເຢັນ ໃຫ້ອາກາດສົດຊື່ນ ປົກປ້ອງບໍ່ໃຫ້ອາກາດແຫ້ງແລ້ງ ເຮັດໃຫ້ ສິ່ງທີ່ມີຊີວິດ ໄດ້ເພິ່ງພາອາໃສ ຮວມທັງຜູ້ຄົນແລະສັດສາວາສິ່ງຕ່າງໆ. ຢາກໃຫ້ ໃຜກໍຕາມ ທີ່ເປັນຜູ້ນຳ ຄວນຮູ້ຂໍ້ມູນພື້ນຖານນີ້ໄວ້ ຈຶ່ງຈະຮູ້ຈັກນຳພາປະເທດຊາດ ແລະ ສ້າງສາປະເທດຊາດໄດ້