ຊາວບ້ານ 5 ຄົນ ທີ່ຖືກຈັບ ຍ້ອນເຣື່ອງດິນ ຍັງບໍ່ຖືກປ່ອຍໂຕ

ຊາວບ້ານ 5 ຄົນ ຢູ່ເມືອງນາຊາຍທອງ ທີ່ຖືກທະຫານຈັບ ຍ້ອນຂໍ້ຖົກຖຽງ ເຣື່ອງທີ່ດິນ ຍັງບໍ່ທັນຖືກປ່ອຍໂຕ ອອກມາເທື່ອ ຊຶ່ງກໍສ້າງຄວາມກັງວົນ ໃຫ້ກັບຍາຕິພີ່ນ້ອງ ຂອງຜູ້ຖືກຈັບ ແລະ ເປັນຫ່ວງ ຄວາມປອດພັຍນຳດ້ວຍ.

ເຈົ້າໜ້າທີ່ທະຫານ ຊຶ່ງມີອາວຸດປືນ ຢູ່ບ່ອນເກີດເຫດການ ຂັດແຍ່ງທີ່ດິນ ລະຫວ່າງປະຊາຊົນ ແລະທະຫານ. ນັກຂ່າວ ພົລເມືອງ

ຊາວບ້ານ 5 ຄົນ ຢູ່ບ້ານສີສະຫວາດ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ຖືກເຈົ້າໜ້າທີ່ທະຫານ ຄ້າຍ 513 ຈັບໂຕ ເມື່ອວັນທີ 10 ເມສາ ທີ່ຜ່ານມາ ຍ້ອນເກີດຂໍ້ຖົກຖຽງ ເຣື່ອງທີ່ດິນ ກັບທະຫານ ເນື່ອງຈາກທະຫານ ໄດ້ສ້າງປະຕູໂຂງ ເທິງດິນ ທີ່ພວກເຂົາເຈົ້ານຳໃຊ້ນັ້ນ. ມາຮອດປັດຈຸບັນ, ຍັງຖືກຄຸມຂັງ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະ ຍັງບໍ່ທັນໄດ້ຮັບ ການປ່ອຍໂຕ ອອກມາເທື່ອ, ເຊິ່ງອາຈແກ່ຍາວໄປ ຈົນຮອດຫຼັງບຸນປີໃໝ່ລາວ.

ດັ່ງຊາວບ້ານ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ເມສາ ນີ້ວ່າ:

“ເພິ່ນກະບໍ່ໄດ້ບອກວ່າ ຊິເຮັດແບບໃດເລີຍນ່າ, ກະບໍ່ໄດ້ເວົ້າເລີຍວ່າ ຊິປ່ອຍມື້ໃດໆ. ບາງຄົນກະວ່າ ຫຼັງສົງການເນາະ, ຫຼັງປີໃໝ່ ຄົນຢູ່ໃນແບບເປັນຫ້ອງແຖວ ໃຫ້ຢູ່ເປັນຫ້ອງເລີຍ, ຈັ່ງຊີ້ນ່າ ມີຫຍັງໝົດທຸກຢ່າງ.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຫາຄອບຄົວ ຂອງຊາວບ້ານ ທັງ 5 ຄົນ ທີ່ຖືກທະຫານຈັບນັ້ນ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ, ແຕ່ບໍ່ມີຜູ້ໃດ ສາມາດໃຫ້ສັມພາດໄດ້ ຍ້ອນຢ້ານວ່າ ອາຈເຮັດໃຫ້ເກີດເຣື່ອງ ບໍ່ເພິ່ງປຣາຖນາ ແກ່ທາງຄອບຄົວ ຫຼືທາງຜູ້ຖືກຂັງ ຢູ່ໃນສະຖານທີ່ດັ່ງກ່າວ ແລະ ກໍຖືກສັ່ງໃຫ້ລຶບຄລິປວີດິໂອ ເຫດການດັ່ງກ່າວ ທີ່ຖືກເຜີຍແຜ່ ທາງສື່ສັງຄົມອອນລາຍ ໃນກ່ອນໜ້ານີ້ ນຳດ້ວຍ.

ໃນຂະນະທີ່ ເຈົ້າໜ້າທີ່ ເມືອງນາຊາຍທອງ ທ່ານນຶ່ງ ກໍຢືນຢັນວ່າ ຊາວບ້ານທັງ 5 ຄົນ ທີ່ຖືກຈັບ ແຕ່ວັນທີ 10 ເມສາ ທີ່ຜ່ານມານັ້ນ, ກໍຍັງບໍ່ທັນໄດ້ຮັບ ການປ່ອຍໂຕເທື່ອ, ເຊິ່ງກຳລັງຖືກສອບສວນ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະ ທາງເຈົ້າໜ້າທີ່ ກໍບໍ່ທັນອະນຸຍາດ ໃຫ້ຍາດພີນ້ອງ ຂອງ 5 ຄົນດັ່ງກ່າວ ໄປຢ້ຽມຢາມ ລວມທັງບໍ່ອະນຸຍາດ ໃຫ້ສົ່ງເຂົ້າ-ສົ່ງນ້ຳ ໄດ້ເທື່ອ.

ດັ່ງທ່ານກ່າວວ່າ:

“ທາງເພິ່ນ ຊິສືບສວນ-ສອບສວນເບິ່ງ ແລ້ວຈັ່ງຄ່ອຍຊິປ່ອຍໂຕ ກະຄືວ່າຊິຍາວດົນຢູ່ດອກ. ມີແຕ່ວ່າ ໄລຍະນີ້ ເພິ່ນໄປຂໍສົ່ງເຂົ້າ,​ ແຕ່ວ່າທາງທະຫານ ເພິ່ນບໍ່ອະນຸຍາດໃຫ້.”

ຊາວບ້ານ ທ່ານນຶ່ງ ກ່າວໃນກ່ອນໜ້າ ເຫດການນີ້ວ່າ ທີ່ດິນ ບ່ອນທີ່ເປັນບັນຫານັ້ນ, ມີເນື້ອທີ່ລວມ 250 ເຮັກຕ້າຣ໌,​ ໂດຍສ່ວນນຶ່ງ ເປັນດິນທີ່ຊາວບ້ານ ປະມານ 45 ຄອບຄົວ ນຳໃຊ້ມາຕັ້ງແຕ່ດົນ, ເຊິ່ງໄດ້ຮັບການສືບທອດມາ ແຕ່ຣຸ່ນພໍ່ຣຸ່ນແມ່ ກ່ອນປີ 1975 ແລະ ກໍໃຊ້ເປັນບ່ອນທຳການຜລິຕ ໃນແຕ່ລະປີ ເຖິງແມ່ນວ່າ ຈະບໍ່ມີໃບຕາດິນ ຢ່າງຄັກແນ່ກໍຕາມ, ແຕ່ພວກເຂົາເຈົ້າ ກໍເສັຽພາສີທີ່ດິນ ໃຫ້ແກ່ຣັຖທຸກປີ. ແຕ່ຫຼັງຈາກປີ 2010 ເປັນຕົ້ນມາ, ເຈົ້າໜ້າທີ່ທະຫານ ພະຍາຍາມມາປຸກສິ່ງກໍ່ສ້າງ ໃສ່ເຂດທີ່ດິນດັ່ງກ່າວ ໂດຍອ້າງວ່າ ເປັນທີ່ດິນ ຂອງກະຊວງປ້ອງກັນປະເທດ, ແຕ່ບໍ່ມີເອກສານ ໃຫ້ຊາວບ້ານເບິ່ງ ຢ່າງຄັກແນ່. ດັ່ງນັ້ນ, ຫຼາຍຄົນຈຶ່ງບໍ່ຍອມ ແລະ ເກີດຂໍ້ຖົກຖຽງ ລະຫວ່າງຊາວບ້ານ ແລະ ທະຫານ ຢູ່ເລື້ອຍໆ.

ດັ່ງທ່ານກ່າວວ່າ:

“ເພິ່ນວ່າ ດິນທະຫານນະຄອນຫຼວງ ແມ່ນໃຜກະຮັບຮູ້ໝົດ ວ່າດິນຕອນນີ້ ເປັນດິນ ຂອງປະຊາຊົນ ມາແຕ່ໃດແລ້ວເນາະ. ເຈົ້າຊິມາສ້າງຫຍັງ ເຈົ້າກະມາຜ່ານບ້ານຕົ່ວ. ອັນນີ້, ເຈົ້າມາໂດຍທີ່ວ່າບໍ່ບອກ, ບໍ່ກ່າວເຕືອນຫຍັງ.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ຂໍ້ມູນ.

ແຕ່ເຖິງຢ່າງໃດກໍຕາມ, ທ່ານ ພູວອນ ພົງລາດແກ້ວ, ຮອງເຈົ້າເມືອງ ເມືອງນາຊາຍທອງ ຊີ້ແຈງວ່າ ສຳລັບຂໍ້ມູນ ທີ່ຊາວບ້ານເວົ້າ ໃນເບື້ອງຕົ້ນນັ້ນ ແມ່ນບໍ່ມີມູນຄວາມຈິງ ແຕ່ຢ່າງໃດ ແລະ ທາງພາກສ່ວນທີ່ກ່ຽວຂ້ອງ ຂອງນະຄອນຫຼວງວຽງຈັນ ກໍກຳລັງແກ້ໄຂ ຂໍ້ຂັດແຍ້ງດັ່ງກ່າວຢູ່.

ດັ່ງທ່ານກ່າວວ່າ:

“ພໍ່ແມ່ປະຊາຊົນເວົ້າ ມັນບໍ່ຖືກ ມັນບໍ່ມີມູນຄວາມຈິງດອກ, ຫັ້ນນ່າ, ແຕ່ວ່າ ເບິ່ງທາງນະຄອນຫຼວງ ເພິ່ນຊິແກ້ໄຂ ເພິ່ນຊິວ່າແນວໃດ ເຮົາກະຍັງບໍ່ທັນກຳໄດ້ຂໍ້ມູນ ລະອຽດຈະແຈ້ງເທື່ອ.”

ທ່ານກ່າວອີກວ່າ ທີ່ດິນບ່ອນດັ່ງກ່າວ ເປັນທີ່ດິນສງວນ ຂອງເຂດອ່າງນ້ຳຫຸມ, ເຊິ່ງທາງຜແນກກະສິກັມ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ມອບໃຫ້ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເປັນຜູ້ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ ເພື່ອປູກໄມ້ ຫຼືເຮັດການພັທນາຕ່າງໆ,​ ແຕ່ຊາວບ້ານ ໄດ້ອ້າງວ່າ ທີ່ດິນດັ່ງກ່າວ ເປັນກັມມະສິດ ຂອງພວກເຂົາເຈົ້າ ແລະ ໄດ້ພາກັນໄປບຸກເບີກ ທີ່ດິນດັ່ງກ່າວ ແບບຖືກຕ້ອງ. ສ່ວນກໍຣະນີ ຂອງຊາວບ້ານ 5 ຄົນນັ້ນ, ບໍ່ແມ່ນການຈັບໂຕ, ແຕ່ເປັນພຽງການຄວບຄຸມໂຕ ໄປສຶກສາອົບຮົມຊື່ໆ ຍ້ອນຜູ້ກ່ຽວ ພະຍາຍາມປຸກລະດົມ ແລະ ເຕົ້າໂຮມກັນ ເພື່ອສ້າງສະຖານະການ.

ທາງດ້ານເຈົ້າໜ້າທີ່ ປະຈຳສະພາປະຊາຊົນ ນະຄອນຫຼວງວຽງຈັນ ກ່າວວ່າ ກ່ຽວກັບເຣື່ອງນີ້, ທາງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຍັງບໍ່ທັນໄດ້ເຫັນ ເອກສານຮ້ອງທຸກ ຂອງຊາວບ້ານ ດັ່ງກ່າວເທື່ອ, ແຕ່ກໍເຊື່ອວ່າ ທາງຄະນະກັມມະການ ທີ່ກ່ຽວຂ້ອງ ກໍໄດ້ມີການຕິດຕາມ ເຣື່ອງດັ່ງກ່າວຢູ່.

ດັ່ງທ່ານກ່າວວ່າ:

“ຢ້ານວ່າ ເພິ່ນສົ່ງມາຂາເຂົ້າ ຂອງສະພາ ແລ້ວບັນຫາດັ່ງກ່າວນີ້ ມັນຈະພົວພັນ ກັບຄະນະກັມມະການເສຖກິຈເນາະ ເວົ້າເຣື່ອງດິນເຣື່ອງຫຍັງ. ບາງເທື່ອມັນ ເພິ່ນຈະເຂົ້າໄປຂໍ ຄວາມເຫັນ ທ່ານເລຂາທິການກ່ອນ.”

ຊາວບ້ານທີ່ຖືກຈັບໄປນັ້ນ, ປັດຈຸບັນ ຖືກກັກໂຕ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຫຼືຄ້າຍໜອງແຕ່ງ, ເມືອງສີໂຄດຕະບອງ ອັນປະກອບດ້ວຍ:

1, ຍານາງ ບຸນມີ ອາຍຸ 55 ປີ

2, ທ່ານ ຫງັດ ອາຍຸ 58 ປີ

3, ທ່ານ ບຸນທະວີ ອາຍຸປະມານ 36 ປີ

4, ທ່ານ ຄຳພຸດ ອາຍຸປະມານ 48-49 ປີ

5, ພໍ່ຕູ້ ອຸ່ນ ອາຍຸ 72 ປີ

ກ່ອນໜ້ານີ້, ເມື່ອວັນທີ 15 ສິງຫາ ປີ 2021, ຊາວບ້ານ ຢູ່ເຂດບ້ານສີສະຫວາດ ປະມານ 10 ປາຍຄອບຄົວ ຈາກທັງໝົດ 45 ຄອບຄົວ ທີ່ມີທີ່ດິນ ຢູ່ເຂດຂໍ້ຂັດແຍ້ງດັ່ງກ່າວ ໄດ້ໄປໂຮມໂຕກັນ ຢູ່ເຂດທີ່ດິນ ທີ່ພວກເຂົາເຈົ້ານຳໃຊ້ ແລ້ວເກີດການປະທະຄາລົມກັນ ກັບເຈົ້າໜ້າທີ່ທະຫານ ຄ້າຍ 513 ທີ່ພາກັນເຝົ້າທີ່ດິນ ຢູ່ເຂດດັ່ງກ່າວ ແລະ ຕໍ່ມາ ເຈົ້າໜ້າທີ່ທະຫານ ກໍໄດ້ພາກັນຖອຍກັບໄປ.

ຢ່າງໃດກໍຕາມ, ອີງຕາມກົດໝາຍ ວ່າດ້ວຍທີ່ດິນ ໝວດທີ 4 ມາຕຣາ 73 (ໃໝ່) ວ່າດ້ວຍທີ່ດິນ ທີ່ອົງການປົກຄອງ ໄດ້ມອບສິດນຳໃຊ້ ໃຫ້ປະຊາຊົນ ໃນສມັຍຕໍ່ສູ້ກູ້ຊາຕ ລະບຸວ່າ ຣັຖບໍ່ຮັບຮູ້ ການທວງເອົາຄືນທີ່ດິນ ທີ່ອົງການປົກຄອງ ໄດ້ມອບສິດນຳໃຊ້ ໃຫ້ປະຊາຊົນ ໃນສມັຍຕໍ່ສູ້ກູ້ຊາຕ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org