ປາຕາຍຍ້ອນຂາດອ໊ອກຊີເຈັນ


2014.01.05
F-default ປາຕາຍຍ້ອນຂາດອ໊ອກຊີເຈັນ
RFA

 

ຫ້ອງການສິ່ງແວດລ້ອມ ນະຄອນຫລວງວຽງຈັນ ເວົ້າເມື່ອທ້າຍເດືອນ ທັນວາ 2013 ໄດ້ແຈ້ງໃຫ້ຊາວບ້ານຮູ້ວ່າ ສາເຫດທີ່ເຮັດໃຫ້ປາຕາຍຢູ່ ໜອງຫານບ້ານນາທາມ ເມືອງປາກງື່ມ ນະຄອນຫລວງວຽງຈັນ ນັ້ນແມ່ນ ເປັນຍ້ອນອ໊ອກຊີເຈັນ ຢູ່ໃນນໍ້າມີໜ້ອຍ ແຕ່ບໍ່ໄດ້ຕອບຂໍ້ຂ້ອງໃຈປະ ຊາຊົນ ທີ່ຕ້ອງການຮູ້ວ່າ ຍ້ອນສາເຫດອັນໃດ ອ໊ອກຊີເຈັນຢູ່ໃນນໍ້າ ຈຶ່ງມີໜ້ອຍຖ້າບໍ່ແມ່ນເປັນຍ້ອນ ໂຮງງານຜລິດແປ້ງມັນຕົ້ນ ລາວ-ອິນໂດ ຊາຍນາ ປ່ອຍນໍ້າເສັຍລົງມາໃສ່ ແລະຢາກຮູ້ວ່າ ແມ່ນໃຜເປັນຜູ້ເຮັດໃຫ້ປາ ໃນໜອງນັ້ນຕາຍ ດັ່ງຊາວບ້ານທ່ານນຶ່ງເວົ້າວ່າ:

"ຄໍາຕັດສິນອອກມາຄືແນວນີ້ຖືວ່າຕັດບັນຫາມາວ່າມີແຕ່ຂາດອ໊ອກຊີເຈັນແລະກໍຈະເປັນຍ້ອນສາເຫດຫຍັງເພີ່ນກະບໍ່ໃຫ້ຄໍາຕອບໃຫ້ບ້ານນໍ".

ທ່ານເວົ້າຕໍ່ໄປວ່າ ໃນເມື່ອຜົລສລຸບອອກມາຄືແນວນັ້ນ ກໍເປັນທີ່ແນ່ນອນແລ້ວວ່າ ຈະບໍ່ມີພາກສ່ວນໃດຮັບຜິດຊອບ ກ່ຽວກັບ ເຫດປາຕາຽນັ້ນ ແລະວ່າ ສ່ວນທີ່ເຄີຍມີຂ່າວ ວ່າທາງໂຮງງານຜລິດແປ້ງມັນຕົ້ນ ລາວ-ອິນໂດຊາຍນາ ຖິ້ມໂທດໃສ່ການເຮັດກະສິກັມແລະການລ້ຽງເປັດຂອງ ຊາວບ້ານວ່າ ເປັນຜູ້ເຮັດໃຫ້ນໍ້າເສັຍ ເປັນສາເຫດຂອງປາຕາຍນັ້ນ ແມ່ນເປັນການບິດເບືອນຂໍ້ເທັດຈິງແນ່ນອນ ແຕ່ເຖິງຢ່າງໃດ ກໍຕາມ ຊາວ ບ້ານກໍຈະບໍ່ກ່າວຫາ ວ່າທາງໂຮງງານເປັນຜູ້ເຮັດໃຫ້ ປາຕາຍອີກຕໍ່ໄປ ເພາະຮູ້ດີວ່າ ເຖິງເວົ້າກໍຈະບໍ່ເກີດ ປະໂຫຍດຫຍັງ.

ທ່ານເວົ້າຕື່ມອີກວ່າ ໃນປີນີ້ ຊາວບ້ານຈະເຝົ້າຣະວັງ ແລະຕິດຕາມເບິ່ງຝູງປາໃນໜອງຫານ ຫລາຍຂຶ້ນເປັນພິເສດ ຫລືອາຈເກັບຕົວຢ່າງນໍ້າ ໄປໃຫ້ພາກສ່ວນກ່ຽວຂ້ອງວິຈັຍ ຫາສານເຄມີເປັນຣະຍະໆໄປ ພ້ອມທັງ ຈະຫາວິທີໂອ້ລົມ ກັບທາງໂຮງງານ ບໍ່ໃຫ້ປ່ອຍນໍ້າ ເສັຍລົງມາໃສ່ ໜອງຫານອີກ. ເຖິງແມ່ນວ່ານໍ້າເສັຍນັ້ນ ຈະຖືກບໍາບັດແລ້ວກໍຕາມ, ໃຫ້ໂຮງງານແຈ້ງ ແລະຂໍອະນຸຍາດ ນໍາອໍານາດການປົກຄອງບ້ານກ່ອນ ຈະປ່ອຍ ລົງມາ. ການທີ່ຊາວບ້ານນາທາມ ຮຽກຮ້ອງໃຫ້ທາງໂຮງງານ ລາວ-ອິນໂດຊາຍນາ ປ່ອຍປາລົງໜອງຫານນັ້ນ ກໍບໍ່ມີວິແວວວ່າຈະ ເກີດຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.