ເຂື່ອນປາກລາຍສຳເຣັດ ການສຳຣວດ
ເຂື່ອນປາກລາຍ ສຳເຣັດ ການສຳຣວດ ແລະສຶກສາ ຄວາມເປັນໄປໄດ້ ຮຽບຮ້ອຍ ແລ້ວ.
-
ໄມຊູລີ
2018-09-17 -
-
-
Your browser doesn’t support HTML5 audio
ໂຄງການສ້າງເຂື່ອນປາກລາຍ ທີ່ ເມືອງປາກລາຍ ແຂວງໄຊຍະບູຣີ ຊຶ່ງຈະເປັນເຂື່ອນແມ່ນໍ້າຂອງ ແຫ່ງທີ່ 4 ສຳເຣັດການສຳຣວດ ແລະ ສຶກສາຄວາມ ເປັນໄປໄດ້ແລ້ວ; ປັດຈຸບັນ ກຳລັງເລີ້ມ ກອງປະຊຸມຫາລື ເບື້ອງຕົ້ນຢູ່. ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ພລັງງານແລະບໍ່ແຮ່ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ເມື່ອອາທິດຜ່ານມາວ່າ:
“ເຂື່ອນນໍ້າຂອງປາກລາຍຫັ້ນ ຂັ້ນຕອນການສຳຣວດ ສຶກສາຄົ້ນຄວ້າແທ້ຫັ້ນ ກໍ່ຖືວ່າສຳຣວດແລ້ວໄປແລ້ວເນາະ ຍັງແຕ່ຂັ້ນຕອນ ການ ດຳເນີນການກໍ່ສ້າງແທ້ ຍັງບໍ່ທັນລົງມືເທຶ່ອ ບໍ່ທັນເລີ້ມການກໍ່ສ້າງ ຍັງບໍ່ທັນເລີ້ມເທື່ອ ຕ້ອງຂຶ້ນກັບອັນນາ ກອງປະຊຸມນະ ມັນກໍ່ຍັງບໍ່ທັນ ສະຫຼຸບເທຶ່ອ.”
ທ່ານອະທິບາຍວ່າ ສຳລັບເຂື່ອນນີ້ ພາກສ່ວນທີ່ກ່ຽວຂ້ອງ ໄດ້້ເລີ້ມສຶກສາ ຄວາມເປັນໄປໄດ້ ໃນການກໍ່ສ້າງມາ ຕັ້ງແຕ່ຕົ້ນປີນີ້ ແລະ ເມື່ອເດືອນມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ກໍໄດ້ສະຫຼຸບຜົນກະທົບ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ ຈາກໂຄງການ ເຂື່ອນ ດັ່ງກ່າວແລ້ວ ເຫຼືອແຕ່ ຂັ້ນຕອນປະຊຸມຫາລື ເບື້ອງຕົ້ນແລະປະຊຸມກັນ ຣະຫວ່າງແຂວງແລະສູນກາງ.
ເຈົ້າໜ້າທີ່ຜູ້ດຽວກັນ ນີ້ກ່າວອີກວ່າ ສຳລັບເຂື່ອນປາກລາຍນັ້ນ ຫາກມີການກໍ່ສ້າງແທ້ ກໍຈະບໍ່ສົ່ງຜົນກະທົບ ເຖິງປະເທດໄທ:
“ບໍ່ມີບໍ່ຜົນກະທົບຕໍ່ປະເທດໄທ ໂຕນີ້ມັນບໍ່ໄດ້ກ່ຽວພັນກັບອັນນັ້ນນະ ມັນຢູ່ໃນເສັ້ນທາງຂອງສປປລາວ ພີ້ ທັງໝົດເນາະ ລະຫວ່າງ ແຂວງວຽງຈັນ ມັນກໍ່ຄືກັບເຂື່ອນນໍ້າຂອງ ໄຊຍະບູລີ ຫັ້ນແຫຼະ ເຂື່ອນນໍ້າຂອງ ປາກລາຍ ມັນກໍ່ຢູ່ຕົວເບື້ອງນຶ່ງ ກໍ່ຂຶ້ນກັບ ເມືອງແມດ ແຂວງວຽງຈັນເນາະ ເບື້ອງນຶ່ງມັນຈະຕິດກັບ ເມືອງປາກລາຍ ເສັ້ນທາງຂອງ ສປປລາວ ພີ້ທັງໝົດ.”
ໃນເດືອນ ກໍຣະກະດາ ຜ່ານມາ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້, ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ແລະຜແນກ ພລັງງານ ແລະບໍ່ແຮ່ ແຂວງໄຊຍະບູຣີ ໄດ້ສະຫຼຸບຜົນກະທົບ ຫາກມີການສ້າງເຂື່ອນ ດັ່ງກ່າວ ວ່າຈະກະທົບຕໍ່ ປະຊາຊົນໃນ 20 ປາຍບ້ານ ຢູ່ເມືອງປາກລາຍ ແລະ ອີກຈຳນວນນຶ່ງ ຈະກະທົບຕໍ່ປະຊາຊົນ ທີ່ຢູ່ເມືອງແມດ ແຂວງວຽງຈັນ.