ຜົລກະທົບຈາກເຂື່ອນແຕກ: ວິຊາການ ຕ່າງຊາດ

ນັກວິຊາການ ຕ່າງງຊາດ ເປັນຫວ່ງ ກ່ຽວກັບຜົລກະທົບ ຈາກ ເຂື່ອນເຊປ່ຽນ-ເຊນ້ຳນ້ອຍ ແຕກ ໃນກອງປະຊຸມ ຢູ່ ສະຖາບັນ ວິຈັຍຄົ້ນຄວ້າ Stimson Center ທີ່ກຸງ ວໍຊິງຕັນ ດີ ຊີ ໃນມື້ວັນທີ 8 ເມສາ.

ສາສດາຈານ Ian Baird ຈາກ ມະຫາວິທຍາລັຍ Wisconsin ທີ່ເມືອງ Madison ກ່າວວ່າ ເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ ຈະສົ່ງຜົລກະທົບ ຕໍ່ຊິວິດການເປັນຢູ່ ຂອງປະຊາຊົນທ້ອງຖີ່ນ ຫລາຍທີ່ສຸດ RFA

ນັກວິຊາການ ຈາກຫຼາຍອົງກອນ ສະແດງຄວາມເປັນຫ່ວງ ຕໍ່ຜົລກະທົບ ຈາກເຫດການ ເຂື່ອນ ເຊປຽນ-ເຊນ້ຳນ້ອຍແຕກ ໃນກອງປະຊຸມ ທີ່ສະຖາບັນວິຈັຍຄົ້ນຄວ້າ Stimson Center ນະຄອນຫຼວງວໍຊິງຕັນ DC ໃນວັນທີ 8 ເມສາ 2019. ດຣ. Ian Baird ສາສດາຈານ ຈາກ ມະຫາວິທຍາລັຍ Wisconsin ທີ່ເມືອງ Madison ກ່າວວ່າ, ສະພາບເຂື່ອນເຊປຽນເຊນ້ຳນ້ອຍແຕກ ສົ່ງຜົລກະທົບ ຕໍ່ຊິີວິດການ ເປັນຢູ່ຂອງປະຊາຊົນ ທ້ອງຖິ່ນຣາຍໃຫຍ່ ເທົ່າເຖິງປັດຈຸບັນ, ຫຼາຍຄອບຄົວ ຍັງບໍ່ມີບ່ອນຢູ່ອາສັຍ ແບບຖາວອນ, ດັ່ງທ່ານ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນຕອນນຶ່ງວ່າ:

“ບໍ່ທັນພໍພຽງ ແທ້ຈິງບໍຣິສັດສ້າງເຂື່ອນ ເຂົາມີປະກັນ 50 ລ້ານໂດຣາ ແຕ່ວ່າ ຄົນຕາຍຈ່າຍແຕ່ 10 ພັນ, ຄົນທີ່ບໍ່ຕາຍ ມີຜົລກະທົບ ທາງດ້ານ ຈິດໃຈຫຼືອາຊີບ ດຽວນີ້ຂະເຈົ້າຢູ່ໃນເຕັ້ນເປັນເວລາ 6 ເດືອນ ໄດ້ແຕ່ເຂົ້າກິນໜ້ອຍນຶ່ງເທົ່ານັ້ນເອງ ຂ້ອຍວ່າບໍ່ພໍ ຫັ້ນນ່າ ຕໍ່ບັນຫາທີ່ເກີດຂຶ້ນ ກັບຊີວິດຂະເຈົ້າ ແລະອີກອັນນຶ່ງ ໃນນັ້ນເຂົາມີໄຮ່ມີນາ ທີ່ອຸດົມສົມບູນ ຕໍ່ໄປຈະໃຫ້ຂະເຈົ້າປູກມັນຕົ້ນ.”

ທ່ານຍັງບອກອີກວ່າ ຣັຖບານລາວແລະນັກລົງທຶນ ຄວນເຮັດຫຼາຍກວ່ານີ້ ໃນການຊ່ອຍເຫຼືອປະຊາຊົນຜູ້ໄດ້ຮັບຜົລກະທົບ ບໍ່ວ່າ ທາງດ້ານ ຮ່າງກາຍ ແລະຈິດໃຈ ກໍຄວນຖືກບຳບັດ ຍ້ອນວ່າ ເຫດເຂື່ອນແຕກ ຍັງຈະເປັນລາງສັງຫອນ ຕິດຕາມຂະເຈົ້າໄປ ຕລອດຊີວິດ. ກ່ຽວກັບ ສາເຫດເຂື່ອນແຕກ ທ່ານເວົ້າວ່າ ອາດເປັນຍ້ອນ ໂຄງສ້າງບໍ່ໄດ້ມາຕຖານ ຍ້ອນນັກລົງທຶນ ຢາກຫຼຸດຄ່າໃຊ້ຈ່າຍ ໃນການສ້າງ ຈຶ່ງເຮັດໃຫ້ ຄຸນນະພາບ ຂອງເຂື່ອນບໍ່ດີພໍ. ທ່ານກ່າວເພີ້ມວ່າ:

“ກໍອີງຕາມການກວດກາ ຂອງຊ່ຽວຊານຕ່າງປະເທດ ທີ່ຈ້າງມາກວດກາ ວ່າມັນເປັນຄືແນວໃດ ຫລັງຈາກເຂື່ອນແຕກແລ້ວ ຂະເຈົ້າເຫັນ ຊັດເຈນ ວ່າມັນເປັນບັນຫາ ການອອກແບບ ຫລືວ່າ ການເກັບກຳຂໍ້ມູນເບື້ອງຕົ້ນ ບໍ່ໄດ້ມາຕຖານ ແລ້ວກະບໍຣິສັດ ພຍາຍາມເຮັດທຸກວິທີທາງ ເພື່ອປະຢັດເງິນ ແລະກະໂຕນີ້ ເຮັດໃຫ້ມັນມີຄວາມສ່ຽງ ຕໍ່ຜູ້ຢູ່ບໍຣິເວນໃກ້ເຂື່ອນ ຈັ່ງຊັດແລ້ວ ຂ້ອຍບໍ່ຄິດວ່າ ມັນເປັນຍ້ອນ ພັຍທັມມະຊາດ”.

ແຕ່ເຖິງຢ່າງໃດກໍດີ ທ່ານ ຍັງໄດ້ສັນລະເສີນ ເຈົ້າຫນ້າທີ່ ຣະດັບສູງ ຂອງລາວ ທີ່ໄດ້ອອກມາຍອມຮັບ ຄວາມຜິດພາດ ໃນເຫດການ ເຂື່ອນແຕກຄັ້ງນີ້ ແຕ່ຢາກຮຽກຮ້ອງ ໃຫ້ເບິ່ງແຍງປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຫຼາຍກວ່ານີ້ ໂດຍສະເພາະ ບ່ອນຢູ່ອາສັຍ, ດິນ ສຳລັບປູກຝັງ ແລະອາຊີບ ທີ່ຫມັ້ນຄົງ ເພື່ອໃຫ້ຂະເຈົ້າສາມາດຕັ້ງຕົວໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org