ແມ່ນໍ້າຂອງກໍາລັງຖືກນາບຂູ່
ກຸ່ມອານຸຮັກ ສິ່ງແວດລ້ອມ ປະກາດ ວ່າ ແມ່ນໍ້າຂອງ ກໍາລັງ ຖືກນາບຂູ່.
-
2013-11-04 -
-
-
Your browser doesn’t support HTML5 audio
ກຸ່ມອານຸຮັກສິ່ງແວດລ້ອມທ້ອງຖິ່ນແລະນາໆຊາຕ 19 ກຸ່ມພາຍໃຕ້ຊື່ ວ່າຮັກສາແມ່ນໍ້າຂອງໄວ້ໄດ້ຮຽກຮ້ອງໃຫ້ມີການຢຸດຕິແຜນການ ຂອງ ຣັຖບານລາວ ໃນການສ້າງເຂື່ອນແຫ່ງໃໝ່ ໃສ່ແມ່ນໍ້າຂອງ ຢ່າງຮີບ ດ່ວນ ເພາະຢ້ານວ່າມັນຈະທໍາລາຍ ລະບົບນິເວດຂອງແມ່ນໍ້າສາຍນີ້ ໂດຍທີ່ຈະບໍ່ສາມາດປົວແປງຄືນໄດ້. ຕາມລາຍງານໜັງສືພິມ Asia sentinel.
ລາຍງານໂດຍອ້າງໃສ່ຄໍາເວົ້າ ຂອງ ຣັຖບານລາວວ່າ ຈະລົງມືສ້າງ ເຂື່ອນດອນສະຫົງ ຂະນາດ 260 ເມກາວັດ ຢູ່ໃກ້ໆນໍ້າຕົກຄອນພະ ເພັງ ພາຍໃນເດືອນ ພຶສຈິການີ້ແລະຈະເລີ້ມການຜລິດກະແສໄຟຟ້າ ເພື່ອສົ່ງອອກຂາຍ ໃນປີ 2018. ຣັຖບານລາວ ຫວັງວ່າຈະຂາຍໄຟ ຟ້າທີ່ຜລິດໄດ້ນີ້ສ່ວນໃຫ່ຽແລ້ວຂາຍໃຫ້ໄທກັບຈີນ ຊຶ່ງຄິດວ່າຈະເຮັດ ໃຫ້ປະເທດ ຢູ່ໃນສະຖານະພາບ ທີ່ມີລາຍໄດ້ປານກາງ ຂນາດຕໍ່າ ແລະສ້າງວຽກເຮັດງານທໍາໃຫ້ປະຊາຊົນ ນອກຈາກວຽກງານຢູ່ ໃນ ພາກສ່ວນກະສິກັມ.
ເຖິງຢ່າງໃດກໍດີ ກຸ່ມອານຸຮັກສິ່ງແວດລ້ອມກ່າວວ່າ ການສ້າງເຂື່ອນດອນສະຫົງ ຈະເຮັດໃຫ້ລະບົບນິເວດ ນໍ້າຕົກຕະຄອນເພັງ ແລະອ່າງແມ່ ນໍ້າຂອງຖືກທໍາລາຍໂດຍປົວແປງຄືນບໍ່ໄດ້. ເຂື່ອນນີ້ ຈະຕັນຮູສະຫົງ ຊຶ່ງເປັນທາງຂຶ້ນລ່ອງ ຂອງປາໄປເລີຽ.