ສີ່ງແວດລ້ອມຢູ່ລາວຂາດການ ບໍາບັດ
ໂຄງການ ບຳບັດ ຜົລ ກະທົບ ຕໍ່ ສີ່ງແວດລ້ອມ ແລະ ສັງຄົມ ຂອງ ຣັຖບານ ລາວ ຫລົ້ມເຫລວ.
-
ສິດນີ
2014-04-28 -
-
-
Your browser doesn’t support HTML5 audio
ສປປລາວ ມີ ຊັພຍາກອນ ທັມມະຊາດ ອັນ ມະຫາສານ ເຊັ່ນ ປ່າໄມ້ ແມ່ນ້ຳ ລຳທານ ແລະ ແຮ່ທາດ ແຕ່ປ່າໄມ້ ໄດ້ ຫລຸດ ຫນ້ອຍ ຖອຍລົງ ຢ່າງ ຕໍ່ເນື່ອງ ຍ້ອນການ ຕັດໄມ້ ການຂຍາຍ ພື້ນທີ່ ປູກຕົ້ນໄມ້ ເສຖກິດ ຄື ຢາງພາຣາ ຮ່ວມທັງ ໂຄງການ ສ້າງເຂື່ອນ ໄຟຟ້າ ແລະ ການຂຸດຄົ້ນ ແຮ່ທາດ ໃນລາວ.
ການຫລຸດລົງ ຢ່າງຕໍ່ເນື່ອງ ຂອງ ຊັພຍາກອນ ທັມມະຊາດ ໂດຍ ສະເພາະ ປ່າໄມ້ ແລະ ຣະບົບ ນິເວດ ແລະ ການເພີ້ມຂຶ້ນ ຂອງ ໂຄງການ ສ້າງເຂື່ອນ ແລະ ການຂຸດຄົ້ນ ແຮ່ທາດ ໃນຫລາຍ ພື້ນທີ່ ເປັນ ສາເຫດ ເຮັດໃຫ້ ການ ບໍຣິຫານ ໂຄງການ ບຳບັດ ຜົລ ກະທົບ ຕໍ່ສີ່ງ ແວດລ້ອມ ແລະ ສັງຄົມ ຂອງ ຣັຖບານ ລາວ ບໍ່ໄດ້ ຜົລ.
ທາງການລາວ ໄດ້ ໂຍກຍ້າຍ ປະຊາຊົນ ໂດຍ ສະເພາະ ຊົນເຜົ່າ ຈາກຫລາຍ ພື້ນທີ່ ຍ້ອນ ໂຄງການ ພັທນາ ແຕ່ ປາສຈາກ ການບຳບັດ ສັງຄົມ ແລະ ສີ່ງ ແວດລ້ອມ ແລະ ການເປັນຢູ່ ໃຫ້ແກ່ ຂະເຈົ້າ.
ນະໂຍບາຍ ຂອງ ຣັຖບານ ລາວ ເນັ້ນໃສ່ ການເຕີບໂຕ ທາງດ້ານ ເສຖກິດ ເພື່ອ ຫລຸດຜ່ອນ ຄວາມທຸກຍາກ ໃນລາວ ດ້ວຍການ ສຳປະທານ ໂຄງການ ຕ່າງໆ ໃຫ້ ນັກ ລົງທຶນ ຕ່າງປະເທດ ແຕ່ ກົງກັນຂ້າມ ມັນກັບ ສ້າງຄວາມ ເສັຽຫາຍ ຕໍ່ສີ່ງ ແວດລ້ອມ ແລະ ວິຖິຊີວີດ ຂອງ ປະຊາຊົນ ລາວ ຫລາຍກວ່າ.
ທະນາຄານ ໂລກ ແລະ ທະນາຄານ ພັທນາ ເອເຊັຽ ກໍໄດ້ ອະນຸມັດ ງົບປະມານ ໃນການ ຈັດການ ບໍຣິຫານ ສີ່ງແວດລ້ອມ ແຕ່ພາກ ປະຕິບັດ ຕົວຈີງ ບໍ່ສາມາດ ເຮັດໄດ້ ຍ້ອນຂາດ ຄວາມ ເອົາໃຈໃສ່ ຂອງ ຣັຖບານ ລາວ.