ໂຄງການໄຟຟ້າພະລັງງານລົມ ຈະກະທົບຊາວບ້ານ ຢູ່ແຂວງຄຳມ່ວນ

ການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຂອງໂຄງການ ໄຟຟ້າພະລັງງານລົມ ຢູ່ເມືອງບົວລະພາ ແລະ ເມືອງໄຊບົວທອງ ແຂວງຄໍາມ່ວນ ເມື່ອວັນທີ 16 ກໍລະກົດ 2024 ທີ່ຜ່ານມານີ້ ແລະຄາດວ່າ ຈະມີຫຼາຍບ້ານ ທີ່ຈະໄດ້ຮັບຜົນກະທົບ ໂດຍສະເພາະທີ່ດິນ.

ນີ້ເປັນພຽງຮູບປະກອບເຊິ່ງແມ່ນ ລົດຂົນສົ່ງອຸປະກອບກັງຫັນ ໄຟຟ້າພະລັງງານລົມ ຢູ່ແຂວງໜຶ່ງພາກໃຕ້ຂອງລາວ, ເດືອນມີນາ 2024. RFA

ເຈົ້າໜ້າທີ່ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນເມືອງ ໄດ້ປະຊຸມ ປືກສາຫາລື ກັບ ຂັ້ນທ້ອງຖິ່ນ ເພື່ອປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຂອງໂຄງການ ໄຟຟ້າພະລັງງານລົມ ທີ່ມີກໍາລັງຕິດຕັ້ງໄຟຟ້າ 600 ເມກາວັດ ຢູ່ເມືອງບົວລະພາ ແລະ ເມືອງໄຊບົວທອງ ແຂວງຄໍາມ່ວນ ເມື່ອວັນທີ 16 ກໍລະກົດ 2024 ທີ່ຜ່ານມານີ້.

ໂຄງການພະລັງງານລົມນີ້ ເປັນໂຄງການທີ່ມີການສໍາລວດ ຄວາມເປັນໄປໄດ້ ເມື່ອ 1-2 ປີ ທີ່ຜ່ານມາ ແລະ ປັດຈຸບັນ ກໍາລັງຢູ່ໃນຂັ້ນຕອນ ການປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ແລະ ຊຸມຊົນ. ສະເພາະ ຢູ່ເມືອງໄຊບົວທອງ ຈໍານວນ 10 ບ້ານ ຄາດວ່າ ດິນທີ່ໄດ້ຮັບຜົນກະທົບ ຈາກໂຄງການ ດັ່ງກ່າວ, ສ່ວນໃຫຍ່ ເປັນດິນສວນປູກມັນຕົ້ນ ຂອງປະຊາຊົນ.

ສໍາລັບ ຄ່າຊົດເຊີຍນັ້ນ ຊາວບ້ານ ຈະໄດ້ຮັບ ເມື່ອເຖິງຂັ້ນຕອນດໍາເນີນການ. ດັ່ງ ເຈົ້າໜ້າທີ່ ຫ້ອງການພະລັງງານ ແລະ ບໍ່ແຮ່ ຢູ່ເມືອງໄຊບົວທອງ ແຂວງຄໍາມ່ວນ ທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 29 ກໍລະກົດ 2024 ນີ້ວ່າ: 

ປີ ສອງປີແລ້ວໄດ໋ ປີນີ້ກໍຫລາຍເທື່ອແລ້ວໄດ໋ ເພິ່ນກໍລົງຫລາຍເທື່ອແລ້ວໄດ໋ລົງມາເກັບກໍາຂໍ້ມູນຄືນ ແລ້ວເບິ່ງທໍາຄວາມເຂົ້າໃຈ ກັບ ພໍ່ ແມ່ ປະຊາຊົນ ນໍາບ້ານ ແລ້ວກໍເມືອງ ນີ່ແຫລະຫັ້ນນ່າ ດຽວນີ້ ກໍາລັງປະເມີນຜົນກະທົບຢູ່ຫັ້ນແຫລະ ດຽວນີ້ຫັ້ນ. ເອ ບໍ່ມີດອກເຮືອນ ມີແຕ່ກະທົບດິນສວນ ດິນຫຍັງນີ້ແຫລະ ດິນສວນດິນນາ ຈໍານວນໜຶ່ງນີ່ແຫລະ ດິນສວນນີ້ແຫລະ ຈໍານວນຫລາຍ ໂອ ຊົດເຊີຍແຫລະ ຊົດເຊີຍກໍມີໄດ໋.” 

ສໍາລັບ ໂຄງການຢູ່ເມືອງບົວລະພາ ກໍຢູ່ໃນຂັ້ນຕອນ ການປະເມີນຜົນກະທົບ ຄືກັນ ພາຍຫລັງ ທີ່ໄດ້ສໍາລວດ ຄວາມເປັນໄປໄດ້ ມາຕັ້ງແຕ່ 2 ປີ ຄືກັນກັບ ເມືອງໄຊພູທອງ, ໂຄງການໄຟຟ້າ ພະລັງງານລົມ ຢູ່ເມືອງບົວລະພາ ຈະຕິດຕັ້ງກັງຫັນລົມ ຈໍານວນ 80 ຕົ້ນ ແລະ ມີ 8 ບ້ານ ທີ່ໄດ້ຮັບຜົນກະທົບ ໂດຍກົງ ຈາກໂຄງການດັ່ງກ່າວ ສ່ວນຫລາຍເປັນດິນຜລິດ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ທ່ານໜຶ່ງ ກ່າວໃນມື້ດຽວກັນ ນີ້ວ່າ: 

ກຽມຊິຕັ້ງຢູ່ ບົວລະພາ ນີ້ຖືວ່າຫລາຍເຕີບເດ້ 80 ຕົ້ນບໍ່ ຫລາຍບ້ານ ຫລາຍຢູ່ 8 ບ້ານ ຕົວທີ່ເຮັດ 80 ຕົ້ນ ແມ່ນໆ ໃນຂັ້ນຕອນຜົນກະທົບ ສ່ວນຫລາຍຢູ່ ແຖວນີ້ ຈະເປັນດິນລັດ ຫັ້ນແຫລະ ຫລາຍກວ່າ ແຖວນັ້ນສ່ວນຫລາຍ ຂ້າເຈົ້າເຮັດເນື້ອທີ່ແບບນ້ອຍ ເນື້ອທີ່ການຜະລິດ ຂ້າເຈົ້າເຮັດນ້ອຍ ເປັນດິນລັດ ເປັນສ່ວນຫລາຍຫັ້ນນ່າ ແມ່ນ ບໍ່ໄດ້ຊົດເຊີຍຫລາຍ ກໍຂຶ້ນຢູ່ກັບການຈັດຕັ້ງ ຂັ້ນເມືອງ ຂັ້ນແຂວງເຮົານີ້ແຫລະ.” 

ນອກຈາກນັ້ນ ໂຄງການດັ່ງກ່າວ ຍັງກວມທີ່ດິນ ໃນເຂດກຸ່ມບ້ານ ບ້ານນາສະລອນ ນໍາອີກ ປະກອບດ້ວຍ ບ້ານວັງເງືອກ ບ້ານໜອງກະປາດ ບ້າໜອງໜ້ຽວ ບ້ານປ່າກ້ວຍ ບ້ານແກ້ງຕາປາ ເຊິ່ງຢູ່ໃນເຂດຫ່າງໄກ ຈາກ ເທດສະບານເມືອງ ພໍສົມຄວນ, ຊາວບ້ານໃນເຂດ ດັ່ງກ່າວ ມີອາຊີບເຮັດໄຮ່ ແລະ ເຮັດສວນມັນຕົ້ນ ເປັນຫລັກ. ດັ່ງ ຊາວບ້ານ ບ້ານຫລັງຄັງ ເມືອງບົວລະພາ ແຂວງຄໍາມ່ວນ ທ່ານໜຶ່ງ ກ່າວວ່າ: 

ຢູ່ທາງເໜືອແຫລະ ຊິໄດ້ກໍ່ສ້າງ ກຸ້ມນາສະລອນ ມີ 8 ບ້ານ ມັນ ຢູ່ເຂດ ຢູ່ເຂດກຸ້ມຫັ້ນແຫລະ ຖ້າວ່າໄປທຽບໃສ່ແຫລະ ກໍຍັງເປັນເຂດກຸ້ມຫ່າງໄກຢູ່ ແຕ່ວ່າເສັ້ນທາງກໍສະດວກ ເພາະວ່າ ມັນມີເສັ້ນທາງ ບໍ່ເຫລັກ ຂະເຈົ້າຫາຍ ນານີ່ບໍ່ຄ່ອຍມີ ສ່ວນຫລາຍຈະເຮັດໄຮ່ເດີ້ ສວນນີ່ຈະເປັນ ມັນຕົ້ນເດີ້ ຂ້າວໄຮ່ ປູກເຂົ້າ ຈະເຮັດໄຮ່ ເລື່ອນລອຍຫັ້ນນ່າ.” 

ຊາວບ້ານຢູ່ເມືອງບົວລະພາ ແຂວງຄໍາມ່ວນ ອີກ ທ່ານໜຶ່ງ ກ່າວວ່າ ໃນປັດຈຸບັນ ເມືອງບົວລະພາ ຍັງບໍ່ມີໂຄງການ ໄຟຟ້າພລັງງານລົມເທື່ອ ຖ້າຫາກມີໂຄງການນີ້ ເກີດຂຶ້ນ ກໍຈະເປັນໂຄງການທໍາອິດ ຂອງເມືອງ ແລະ ກໍເຫັນດີ ຫາກປະຊາຊົນໃນເຂດນີ້ ຈະໄດ້ໃຊ້ປະໂຍດ ຈາກໂຄງການນີ້ ຍ້ອນໄຟຟ້າ ໃນເມືອງ ກໍຍັງຕິດໆດັບໆ ບໍ່ສະຖຽນປານໃດ ດັ່ງ ທ່ານກ່າວວ່າ :

ພະລັງງານລົມບໍ່ມີ ຢູ່ນີ້ມີແຕ່ ໄຟທໍາມະດາ ແລ້ວກໍໄຟ ກໍບໍ່ຍາກອໍານວຍຄວາມສະດວກປານໃດ ບໍ່ຄ່ອຍໄດ້ຍິນເດ້ວ່າສິມີໃຜມາເຮັດເດ້ ກໍດີຫັ້ນແຫລະ ມີພະລັງງານລົມ ຢູ່ເຂດນີ້ ລົມມັນຊິຫລາຍປົກກະຕິເດ້.” 

ໂຄງການໄຟຟ້າພະລັງງານລົມ ຢູ່ເມືອງບົວລະພາ ແລະ ເມືອງໄຊພູທອງ ແຂວງຄໍາມ່ວນ ກໍາລັງຕິດຕັ້ງໄຟຟ້າ 600 ເມກາວັດນີ້ ເປັນຂອງບໍລິສັດ Envision Energy Singapore ຈໍາກັດ ໂດຍເປັນບໍລິສັດ ຂອງນັກລົງທຶນຈີນ ມີສໍານັກງານທີ່ຕັ້ງຢູ່ ນະຄອນຊ່ຽງໄຮ້, ສິງກະໂປຣ໌ ເຢຍລະມັນ, ແດນມາຣ໌ກ, ສະຫະລັດ ອະເມຣິກາ ແລະ ອັງກິດ.

ນອກຈາກໂຄງການ ດັ່ງກ່າວແລ້ວ ຍັງມີໂຄງການ ພະລັງງານລົມ ເຈືອງເຊິນ ທີ່ຕັ້ງຢູ່ເມືອງຄໍາເກີດ ແລະ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ທີ່ຍັງຢູ່ໃນຂັ້ນຕອນ ການສຶກສາຄວາມເປັນໄປໄດ້ ແລະ ປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ແລະ ຊຸມຊົນ, ໂຄງການພະລັງງານ ເຈືອງເຊິນ ມີເນື້ອທີ່ ສຶກສາຄວາມເປັນໄປໄດ້ 24,576 ເຮັກຕ້າຣ໌ ມູນຄ່າການລົງທຶນ 536 ລ້ານປາຍ ໂດລ້າ ສະຫະລັດ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org