ບ່ອນແຍກຂີ້ເຫຍື້ອເຄື່ອງໄຟ ວ່າບໍ່ມີ ມົລພິດ
ໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍື້ອ ອີເລັກໂຕຣນິກ ທີ່ ນະຄອນຫຼວງ ວຽງຈັນ ເວົ້າວ່າ ໂຮງງານ ແຫ່ງນີ້ ບໍ່ໄດ້ສົ່ງ ຜົລກະທົບ ຕໍ່ ຊາວບ້ານ.
-
ຈໍາປາທອງ
2017-02-13 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ໂຮງງານ ແຍກຊິ້ນສ່ວນຂີ້ເຫຍື້ອ ອີເລັກໂຕຣນິກ ທີ່ບ້ານ ນາຜາສຸຂ ຫຼັກ 32, ເມືອງໄຊທານີ, ນະຄອນຫຼວງ ວຽງຈັນ ເວົ້າວ່າ ໂຮງງານແຫ່ງນີ້ ບໍ່ໄດ້ສົ່ງ ຜົລກະທົບ ຫລື ປ່ອຍມົລພິດ ຕໍ່ຊາວບ້ານ. ພາຍຫຼັງທີ່ ເກີດເຫຕ ໄຟໄໝ້ປ່າ ແລ້ວລາມໄປໄໝ້ ກອງຂີ້ເຫຍື້ອ ອີເລັກໂຕຣນິກ ຂະໜາດໃຫ່ຍ ພາຍໃນໂຮງງານ ທີ່ຈີນເປັນ ເຈົ້າຂອງ ເມື່ອວັນທີ 27 ມົກຣາ ທີ່ຜ່ານມາ ທີ່ ທາງການລາວ ບໍ່ທັນແຈ້ງຜົລ ເສັຽຫາຍ ຈາກເຫດໄຟໄໝ້ ໃຫ້ຊາບເທື່ອນັ້ນ, ຜູ້ຕາງໜ້າ ໂຮງງານ ທີ່ເປັນຄົນລາວ ໄດ້ຊີ້ແຈງຕໍ່ ວິທຍຸ ເອເຊັຽເສຣີ ເມື່ອທ້າຍສັປດາ ຜ່ານ ມາວ່າ ໂຮງງານແຫ່ງນີ້ ບໍ່ໄດ້ສ້າງຜົລກະທົບ ຄືດັ່ງກ່າວ ໃສ່ຊາວບ້ານ ແຕ່ຢ່າງໃດຍ້ອນວ່າ ໂຮງງານແຫ່ງນີ້ ເປັນໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍື້ອ ອີເລັກໂຕຣນິກ ດ້ວຍການແກະ ແລະມ້າງ ບໍ່ໄດ້ຈູດ ຄືກັບໂຮງງານ ແຫ່ງອື່ນໆ:
"ເປັນໄປບໍ່ໄດ້ທີ່ວ່າມີ ຜົລກະທົບນ່າ, ເປັນຫຍັງ ຈັ່ງວ່າຊັ້ນ ເພາະ ວ່າສິ່ງແວດລ້ອມ ເຂົາກະໄປກວດແລ້ວ ວ່າມັນຜ່ານ ຄັນວ່າບໍ່ຜ່ານ ຂ້ອຍ ຊິຕັ້ງເຮັດຫຍັງ ໂຮງງານ ເພາະຂ້ອຍ ກະເສັຽເງິນ ຄືກັນເນາະ ທີ່ວ່າຕັ້ງໂຮງງານມາ. ອັນນີ້ ຢູ່ບໍ່ຊື່ ມາລະວ່າມີ ຜົລກະທົບ ເປັນໄປບໍ່ໄດ້ ເນາະ. ເພາະວ່າເຮົາ ບໍ່ໄດ້ຈູດ ໂຮງງານເຮົາມີ ແຕ່ແກະ ບໍ່ໄດ້ຈູດ".
ທ່ານ ຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ອະນຸຍາດ ໃຫ້ໂຮງງານ ດຳເນີນ ກິຈການຕໍ່ໄປ ແລະພ້ອມທີ່ຈະ ປະຕິບັດຕາມ ຣະບຽບ ກົດໝາຍ:
"ໃຈແທ້ກະຢາກ ດຳເນີນຄືເກົ່າ ລະກະມາກວດເບິ່ງວ່າ ເຮັດໃຫ້ມັນຖືກຕ້ອງ ຕາມຣະບຽບການ ເພາະວ່າຂ້ອຍ ກະບໍ່ໄດ້ ຫຼີກຣະບຽບ ຢູ່ແລ້ວ ບໍ່ຫຼີກ ກົດໝາຍອີກ. ຜູ້ໃດບໍ່ຖືກ ກະມາບອກຫົວໜ່ວຍ ທຸຣະກິຈ ບໍ່ແມ່ນວ່າ ບ່ອນໃດບໍ່ຖືກ ລະບໍ່ບອກເຂົາ ລະປ່ອຍໃຫ້ເຂົາເຮັດ ລະສວາຍ ໂອກາດ ຢຸດ ສວາຍໂອກາດ ໂຈະເຂົາ, ບໍ່ແມ່ນ! ອັນນັ້ນຫັ້ນນ່າ".
ກ່ຽວກັບບັນຫານີ້, ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງ ເຈົ້າໜ້າທີ່ ສິ່ງແວດລ້ອມ ນະຄອນຫຼວງ ວຽງຈັນ ຜູ້ບໍ່ປະສົງອອກຊື່, ນາງເວົ້າວ່າ:
"ເຣື້ອງໃຫ້ຍຸຕິນີ້ມັນແມ່ນ ຣັຖບານສັ່ງໃຫ້ຍຸຕິ ມັນບໍ່ແມ່ນສັ່ງ ແຕ່ໂຮງງານດຽວ ໂຕໃດແມ່ນ ແຍກຊິ້ນສ່ວນ ລະເພິ່ນສັ່ງໃຫ້ຢຸດ. ຢຸດຢູ່ບ່ອນວ່າ ຢຸດປັບປຸງເດ ເຮັດບໍ່ຖືກ. ບາງບ່ອນ ເອກກະສານ ກະບໍ່ຄົບຖ້ວນ ແຜນດ້ານ ສິ່ງແວດລ້ອມ ແຜນຄຸ້ມຄອງ ກະບໍ່ມີ ຈັ່ງຊີ້ນ່າ. ກ່ອນຊິເອົາ ເຂົ້າ ມາໄດ້ມັນ ກະຕ້ອງ ເອກກະສານ ຄົບຖ້ວນ".
ກ່ອນໜ້ານີ້, ໂຮງງານ ແຍກຊິ້ນສ່ວນຂີ້ເຫຍື້ອ ອີເລັກໂຕຣນິກ ຊື່ “ໂຮເກັ້ງ”ຂອງຈີນ ໃນເຂດ ອຸດສາຫະກັມ ໂນນທອງ, ເມືອງໄຊທານີ ແລະໂຮງງານ ອີກແຫ່ງນຶ່ງ ຢູ່ບ້ານ ໂນນຂີ້ເຫຼັກ, ເມືອງ ສີໂຄດຕະບອງ ໄດ້ປ່ອຍມົລພິສ ຕໍ່ຊາວບ້ານ ຢ່າງຮຸນແຮງ ຈົນເຮັດໃຫ້ ອຳນາດ ການປົກຄອງ ນະຄອນຫຼວງ ແລະພາກສ່ວນ ສິ່ງແວດລ້ອມ ໄປກວດກາ ແລະ ໄດ້ສັ່ງໂຈະ ມາແຕ່ທ້າຍປີ 2016 ຈົນເຖິງ ປະຈຸບັນ.
ປະຈຸບັນ ໃນເຂດນະຄອນຫຼວງວຽງຈັນ ມີໂຮງງານ ແຍກຊິ້ນສ່ວນຂີ້ເຫຍື້ອ ອີເລັກໂຕຣນິກ ປະມານ 10 ແຫ່ງ.