ຊາວບ້ານຢາກມີອາຊີພອື່ນ ແທນ ຫາປາ
2014.11.03
ຊາວບ້ານ ໃນເຂດ ໂຄງການ ເຂື່ອນ ດອນສະໂຮງ ມີຄວາມ ເດືອດຮ້ອນ ຍ້ອນ ທາງການ ສັ່ງຫ້າມ ບໍ່ໃຫ້ ຫາປາ ໃນເຂດ ຈະກໍ່ສ້າງ ເຂື່ອນ ນັ້ນ. ພວກ ເຂົາເຈົ້າ ຈຶ່ງ ຢາກ ຂໍຮ້ອງ ໃຫ້ທາງການ ຫລື ບໍຣິສັດ ກໍ່ສ້າງ ຊ່ວຍ ສນັບສນູນ ອາຊີບ ອື່ນ ໃຫ້. ຕາມຄຳເວົ້າ ຂອງ ຊາວບ້ານ ໃນເຂດ ກໍ່ສ້າງ ເຂື່ອນ ດອນສະໂຮງ:
"ການສເນີ ຂອງບ້ານ ຖ້າຫາກມີ ໂຄງການ ກໍ່ສ້າງ ກໍຢາກໃຫ້ ປະຊາຊົນ ໃນນີ້ ມີ ສ່ວນຮ່ວມ ໃຫ້ ມີວຽກເຮັດ ງານທຳ ແລະ ກໍໃຫ້ ປະຊາຊົນ ໃນ ບ້ານນີ້ ໄດ້ຝຶກ ອາຊີບ ໃຫ້ເຂົາ ນອກຈາກ ການຫາປູ ຫາປາ ແລ້ວ ໃຫ້ ທາງ ບໍຣິສັດ ທາງໂຄງການ ນີ້ ມາຝຶກ ອາຊີບ ກ່ຽວກັບ ການລ້ຽງ ການປູກ ໂດຍທຶນ ຮອນ ຈາກ ພາກ ສ່ວນໃດນຶ່ງ ແຫລະ ວ່າຊັ້ນຊະ".
ທ່ານ ເວົ້າວ່າ ນັບເປັນ ເວລາ ປີ 2 ປີ ມາແລ້ວ ທີ່ ປະຊາຊົນ ໃນເຂດ ກໍ່ສ້າງ ເຂື່ອນ ດອນສະໂຮງ ຖືກສັ່ງຫ້າມ ບໍ່ໃຫ້ ຫາປາ ໂດຍ ຫລີ່ ຫລື ມອງ ຕາມວິທີ ດັ້ງເດີມ ເຮັດໃຫ້ ຊາວບ້ານ ຫລາຍຄົນ ບໍ່ມີ ອາຊີບ ເພາະ ອາຊີບ ຫລັກ ຄືການ ຫາປາ. ກ່ອນນີ້ ທາງການ ເຄີຍ ສັນຍາວ່າ ເມື່ອຫ້າມ ປະຊາຊົນ ຫາປາ ຈະ ຫາອາຊີບ ອື່ນ ມາທົດແທນ ໃຫ້ ເຊັ່ນການ ລ້ຽງປາ ຫລື ລ້ຽງສັດ ອື່ນໆ. ແຕ່ຈົນມາ ເຖິງ ປັຈຈຸບັນ ຍັງບໍ່ມີ ໂຄງການ ສົ່ງເສີມໃດໆ ເລີຍ. ຊາວບ້ານ ເວົ້າ ຕື່ມວ່າ ເຖິງແມ່ນວ່າ ການຫາປາ ຈະບໍ່ແມ່ນ ອາຊີບ ຫລັກ ຂອງ ທຸກຄອບຄົວ ໃນເຂດນີ້ ແຕ່ ທຸກ ຄອບຄົວ ກໍຫາປາ ເພື່ອເປັນ ອາຫານ, ຖ້າເຫລືອ ກໍນຳໄປ ຂາຍ ເອົາ ເງິນ ມາໃຊ້ ເມື່ອ ຖືກຫ້າມ ຫາປາ ຣາຍໄດ້ ຫລື ອາຫານ ກໍບໍ່ມີ ຄືເກົ່າ.
ເມື່ອຊ່ວງ ເດືອນ ພຶສຈິກາ 2013 ຜ່ານມາ ທ່ານ ວິຣະພົລ ວິຣະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ໃຫ້ ສັມພາດ ຕໍ່ RFA ວ່າ ຢາກໃຫ້ເລີກ ການຫາປາ ແບບເກົ່າ ຄື ຫາ ທຸກຍາມ ຍາມປາໄຂ່ ກໍຈັບ ແຕ່ວ່າເຮົາ ຕ້ອງ ຫາວຽກອື່ນ ມາແທນ ໃຫ້ ເຮົາສິສອນ ໃຫ້ ຂະເຈົ້າ ເຊັ່ນລ້ຽງ ປາກະຊັງ ຈະໃຫ້ ຊ່ຽວຊານ ເຂົາມາ ຊ່ວຍສອນ ວິທີຫາຢູ່ ຫາກິນ ແບບຍືນຍົງ ກວ່າເກົ່າ.
ໃນປີ 2008 ຜ່ານມາ ອົງການ ພິທັກ ສິ່ງແວດລ້ອມ ແທຣາ ຂອງໄທ ຮ່ວມກັບ ອົງການ Mekong Watch ຂອງ ຍີ່ປຸ່ນ ແລະ ກຸ່ມ ດອກຈຳປາ ຂອງລາວ ລົງພື້ນທີ່ ເພື່ອ ສຶກສາ ການປະມົງ ຂອງ ຊາວບ້ານ ໃນເຂດ ສີ່ພັນ ດອນ ຊຶ່ງ ເປັນເຂດ ໂຄງການ ເຂື່ອນ ດອນສະໂຮງ ນັ້ນ ພົບວ່າ ໃນ ແຕ່ລະປີ ຊຸມຊົນ ເຂດນັ້ນ ສາມາດ ຂາຍປາ ທີ່ຫາໄດ້ ເຖິງ 47 ຫາ 50 ລ້ານ ບາດ ຫລື ປະມານ 12 ຕື້ ກີບ ຕໍ່ປີ.