ອໍານາດເມືອງສັ່ງຢຸດ ປູກກ້ວຍ ບໍ່ໄດ້
2019.06.10
ທາງຫ້ອງການເມືອງ ຫິນເຫີບ ແຂວງວຽງຈັນ ຊິ້ແຈງວ່າ ບໍ່ມີອໍານາດ ສັ່ງລົບລ້າງການປູກອ້ອຍ ຂອງບໍຣິສັດ ຜາລີຢູໄຊເຄີ ຂອງຈີນໄດ້ ຍ້ອນບໍຣິສັດດັ່ງກ່າວ ໄດ້ຮັບອະນຸຍາດ ຈາກເຈົ້າໜ້າທີ່ ຣະດັບສູງຄົນນຶ່ງ ຂອງຣັຖບານລາວເມື່ອປີກາຍ ຊຶ່ງທາງການ ຈະສາມາດໄດ້ແຕ່ ຕິດຕາມ ຍັບຍັ້ງ ບໍ່ໃຫ້ສານເຄມີ ໃນສວນກ້ວຍ ສ້າງຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ໃນອະນາຄົດ ເທົ່ານັ້ນ, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງຫິນເຫີບ ທ່ານນຶ່ງ ກ່່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ມິຖຸນາ ນີ້ວ່າ:
”ຖືວ່າທາງເມືອງເຮົາບໍ່ສາມາດ ລົບລ້າງໄດ້ ມີແຕ່ວ່າຍັບຍັ້ງການຄວບຄຸມ ມົລພິດກັບຜັນກະທົບ ທາງດ້ານສິ່ງແວດລ້ອມ ຫັ້ນເນາະ ມີແຕ່ ຄຸ້ມຄອງອັນນັ້ນຫັ້ນ ອັນອື່ນແມ່ນໄປຕາມ ຂະບວນການແຫຼະເນາະ ເພາະວ່າເພິ່ນອະນຸຍາດແລ້ວ ບໍ່ມີຜູ້ໃດກ້າ ລົງທຶນມະຫາສານດອກ ຄັນບໍ່ໄດຮັບອະນຸຍາດ.”
ໃນຂນະທີ່ປັຈຈຸບັນ ການບຸກເບີກເນື້ອທີ່ປູກກ້ວຍ 60 ເຮັກຕາ ຂອງບໍຣິສັດຜາລີຢູໄຊເຄີ ຢູ່ບ້ານມຸກ ໄດ້ ສ້າງຜົນກະທົບ ຕໍ່ດິນນາ ຂອງ ປະຊາຊົນ ຍ້ອນຂີ້ດິນ ແລະ ເສດໄມ້ຈາກການ ບຸກເບີກເນື້ອທີ່ ຖືກຖີ້ມໃສ່ນາຊາວບ້ານ ເຮັດໃຫ້ຫຼາຍຄອບຄົວໄດ້ຮັບ ຄວາມເດຶອດຮ້ອນ ແລະ ເຖິງແມ່ນວ່າ ຊາວບ້ານໄດ້ ຮ້ອງຮຽນໄປຮອດຂັ້ນ ນາຍບ້ານແລ້ວກໍຕາມ ແຕ່ບໍ່ສາມາດແກ້ໄຂໄດ້, ດັ່ງຊາວບ້ານທ່ານນຶ່ງ ຜູ້ທີ່ຖືກ ຜົນກະທົບ ເວົ້າຜ່ານເຟສບຸກ ວ່າ:
“ໄປຖາມມື້ນັ້ນແລ້ວ ໄປເປັນແນວນັ້ນ ບໍ່ຊ່າງສເນີນໍານາຍບ້ານ ນາຍບ້ານວ່າເອົາ ປກສ.ໄປກວດ ໄປກວດກໍສອງເທື່ອແລ້ວ ບໍ່ເອົາຫົວຊາ ເທື່ອທີນຶ່ງໄປກວດ ເທື່ອທີສອງ ໄດ້ເຮັດໃບສເນີນີ້ເນາະ ຍັງບໍ່ໄດ້ມີການແກ້ໄຂ ແນວໃດ ຍັງບໍ່ເວົ້າ ບໍ່ວ່າ.”
ທ່ານກ່າວຕື່ມວ່າ ຫາກວ່າຮຽກຮ້ອງໄປແລ້ວ ທາງເຈົ້າຂອງ ສວນກ້ວຍຈີນ ບໍ່ມາແກ້ໄຂຜົນກະທົບໃຫ້ ກໍໃຫ້ຊົດເຊີຍ ເປັນເງິນແທນ ເພື່ອ ຊາວບ້ານ ຈະເອົາເງິນສ່ວນນັ້ນ ໄປຈ້າງຣົຖມາດຸດດິນ ອອກຈາກນາເຂົາເຈົ້າ ແຕ່ກໍຍັງມິດງຽບຢູ່, ແຕ່ທາງຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງຫິນເຫີບ ໄດ້ຮັບປາກວ່າຈະລົງ ມາແກ້ຜົນກະທົບ ແຕ່ກໍຍັງມິດງຽບຢູ່ ເຊັ່ນດຽວກັນ.
ຢ່າງໃດກໍຕາມ ທຸກມື້ນີ້ ທາງບໍຣິສັດ ດັ່ງກ່າວ ກໍາລັງສືບຕໍ່ ເຊົ່າດິນຂອງປະຊາຊົນ ຢູ່ບ້ານມຸກ, ບ້ານນາຊໍາ, ບ້າຫິນເຫີບເໜືອ ແລະ ບ້ານສວນມອນ ໃນເນື້ອທີ່ຫລາຍກ່ວາ 500 ເຮັກຕາ ເພື່ອປູກກ້ວຍ ໃນອະນາຄົດ ພ້ອມທັງຊວນນັກລົງທຶນ ຈີນຣາຍອື່ນໆ ເຂົ້າມາລົງທຶນ ຢ່າງຫລວງຫລາຍ ເຖິງແມ່ນວ່າປະຊາຊົນ ແລະ ເຈົ້າໜ້າທີ່ ເມືອງຫິນເຫີບ ບໍ່ເຫັນດີນໍາກໍຕາມ.