ຫົນທາງເປ່ເພການສັນຈອນ ລໍາບາກ

ຊາວລາວ ຂໍຮ້ອງ ໃຫ້ ທາງການ ປົວແປງ ຖນົນ ຫົນທາງ ທີ່ ເປ່ເພ ຊຶ່ງເປັນ ສາເຫດນຶ່ງ ທີ່ເຮັດໃຫ້ ການ ສັນຈອນ ຕິດຂັດ ແລະ ເກີດ ອຸບັດຕິເຫດ.

ສະພາບ ຖນົນຫົນທາງ ເກືອບວ່າທຸກສາຍ ທີ່ເປ່ເພ ໃນທົ່ວ ປະເທດລາວ ພາຍຫລັງ ຝົນຕົກໜັກ Citizen journalist

 

ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປີດເຜີຍວ່າ ເຫດການ ຝົນຕົກ ນ້ຳຖ້ວມ ຫຼາຍແຂວງ ໃນປີນີ້ ເຮັດໃຫ້ ຖນົນຫົນທາງ ແລະ ຂົວ ຫຼາຍບ່ອນ ໃນລາວ ເພພັງ ເຮັດໃຫ້ ການ ເດີນທາງ ລຳບາກ ແລະ ຍັງເປັນ ສາເຫດ ເຮັດໃຫ້ເກີດ ອຸບັດຕິເຫດ ນຳອີກ. ດັ່ງ ເຈົ້າຫນ້າທີ່  ໂຍທາ ທິການ ແລະ ຂົນສົ່ງ ເວົ້າວ່າ:

"ຖ້ວມແລ້ວ ກໍເຮັດໃຫ້ ທາງຂາດ ທາງເພ ມີຫລາຍຈຸດ ແຫລະ ມັນເພ ກໍມີບ່ອນ ມັນຂາດ ປະຊາຊົນ ເຂົາ ກໍພາກັນ ຢ້ານ ຫາກມັນຍັງ ຊື່ມໃນພື້ນ ທາງ ທີ່ແນວຣົດ ເຂົາຫລາຍ ເຂົາແລ່ນ".

ທ່ານ ເວົ້າຕື່ມວ່າ ການທີ່ທາງ ປູຢາງ ຫລື ຊີເມນ ຖືກນ້ຳອັ່ງ ເປັນເວລາ ດົນນານ ເຮັດໃຫ້ ທາງ ມີອາຍຸ ການໃຊ້ງານ ສັ້ນລົງ ກວ່າ ປົກກະຕິ ເມື່ອມີຣົຖ ບັນທຸກຫນັກ ແລ່ນຜ່ານ ກໍເຮັດໃຫ້ ເກີດເປັນ ຂຸມ ເປັນບວກ ຊຶ່ງຂຸມ ແລະ ບວກ ເຫລົ່ານັ້ນ ເປັນສາເຫດ ຂອງ ອຸບັດຕິເຫດ ໂດຍສະເພາະ ໃນຍາມ ກາງຄືນ.

ຂໍ້ມູນ ຈາກ ກະຊວງ ໂຍທາ ທິການ ແລະຂົນສົ່ງ ຣະບຸວ່າ ນັບແຕ່ ເດືອນ ມົກກະຣາ ປີ 2014 ຮອດ ປັດຈຸບັນ ໃນ ທົ່ວປະເທດ ມີ ອຸບັດຕິເຫດ ຈາກ ການຂັບຂີ່ ຍວດຍານ ພາຫານະ ກວ່າ 3000 ຄັ້ງ ສາເຫດ ຫລັກ ເກີດຈາກ ທາງ ເປັນຂຸມ ເປັນບວກ ແລະ ບໍ່ມີໄຟ ເຍືອງທາງ.

ປະຊາຊົນ ຢາກ ຮຽກຮ້ອງ ໃຫ້ ຣັຖບານ ແກ້ໄຂ ບັນຫາ ດັ່ງກ່າວ ຢ່າງຮີບດ່ວນ ເພື່ອ ຄວາມ ປອດພັຍ ໃນການ ເດີນທາງ ໄປທໍາມາ ຫາລ້ຽງຊີພ ໃນ ຊີວິດ ປະຈໍາວັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org