1 ປີຜ່ານໄປ ເພິ່ນວ່າສິ ຊົດເຊີຍ ຊັບສິນ ເຄິ່ງນຶ່ງ
2019.07.22

ເຫດການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ນຶ່ງປີຜ່ານມາ ຊີວິດການເປັນຢູ່ ຂອງປະຊາຊົນ ຊາວເມືອງສນາມໄຊ ຍັງລຳບາກຫຼາຍ. ຊີວິດ ປະຈຳວັນ ຕ້ອງລໍຖ້າແຕ່ ທາງການຊ່ອຍ ສ່ວນການຊົດເຊີຍ ຊັບສິນທີ່ເສັຽຫາຍໄປນັ້ນ ກໍບໍ່ເປັນທັມ.
ນັກວິຊາການລາວສະແດງຄວາມຄິດເຫັນ ຕໍ່ສື່ມວນຊົນໄທ ເມື່ອທ້າຍປີກາຍ ໃນກອງປະຊຸມວິຊາການ ກ່ຽວກັບບັນຫາ ຜົລກະທົບຂອງເຂື່ອນ ໃນລາວ ວ່າການສ້າງເຂື່ອນຕ້ອງຮັບປະກັນຊີວິດຄົນ ຢູ່ໃຕ້ເຂື່ອນ ສີ່ງທີ່ສຳຄັນຣັຖບານ ຕ້ອງທົບທວນຄືນ ການສ້າງເຂື່ອນໄຟຟ້າພລັງນໍ້າ ທີ່ ທຳລາຍທັມມະຊາດ ຄວນຊອກຫາພລັງງານ ທາງເລືອກອື່ນ ທີ່ບໍ່ເຮັດໃຫ້ປະຊາຊົນສູນເສັຽ.
"ອົງການຈັດຕັ້ງສາກົລ ແລະ ປະເທສເພື່ອນມິດ ເພິ່ນໄດ້ເປັນຫ່ວງຈັ່ງຊັ້ນໄທ ເຮົາກໍຕ້ອງໄດ້ຟັງຣັຖບານ ກໍຕ້ອງໄດ້ຟັງສຽງ ທີ່ສະທ້ອນຈາກ ສັງຄົມ ຂ້າງນອກອີ່ຫຍັງຕ່າງໆວ່າ ເຮົາຄວນຈະເຮົາຈະຕ້ອງ ຍຶດຫລັກໂຕນີ້ສືບທອດຕໍ່ໄປ ບໍ່ຖ້າຈະຍຶດກໍ່ຕ້ອງມີການ ກວດກາ ອະນຸຍາດ ອີ່ຫຍັງຕ່າງໆ ຂະບວນການຕ່າງໆຕ້ອງໃຫ້ມັນຮຽບຮ້ອຍ ຕ້ອງຮັບປະກັນ ເພື່ອຄວາມປອດພັຍ ຂອງພົລເມືອງ ທີຢູ່ໃຕ້ເຂື່ອນຫັ້ນ."
ເຫດການ ເຂື່ອນເຊປຽນ-ເຊນໍ້ານອ້ຍ ແຕກ ເມື່ອວັນທີ 23 ກໍຣະກະດາ ປີ 2018 ນັບຈາກມື້ນັ້ນມາຮອດມື້ນີ້ ກໍ່ຜ່ານມາໄດ້ນຶ່ງປີແລ້ວ. ແຕ່ຄວາມເສັຽຫາຍ ທີ່ເຂື່ອນແຕກໄດ້ທໍາລາຍນັ້ນ ມັນໄດ້ເຮັດໃຫ້ຊີວິດການເປັນຢູ່ ຂອງຊາວເມືອງສນາມໄຊ ລຳບາກຫຼາຍ ເຖີງວ່າຈະໄດ້ ຮັບການຊ່ອຍເຫຼືອ ຈາກທາງການເປັນແຕ່ລະໄລຍະ. ດັ່ງປະຊາຊົນຊາວເມືອງສນາມໄຊ ຜູ້ທີ່ໄດ້ສູນເສັຽຊັບສິນທັງໝົດ ໄດ້ກ່າວຕໍ່ຜູ້ຂື່ຂ່າວ RFA ເມື່ອວັນທີ 19 ກໍຣະກະດາ ວ່າ:
"ກາແມ່ນຢູ່ດອກເບື້ອງຕົ້ນມາຢູ່ຈັ່ງຊີ້ ບໍ່ຄືຢູ່ກັບຄອບຄົວເຮົາ ໃນປັດຈຸບັນຫັ້ນແລ້ວ ກາແມ່ນວ່າຄວາມຢູ່ຄວາມກິນອັນໃດ ມັນກາອຶດອັດ ໝົດທຸກແນວຫັ້ນແລ້ວ ນຶ່ງປີຜ່ານມາຫັ້ນນາ ແຕ່ກ່ອນເຄີຍໄປໃສມາ ກໍກັບມາຢູ່ກັບເຮືອນກັບຊານຕົນເອງ ເບື້ອງຕົ້ນ ມາລະກາມາຢູ່ແບບນີ້ ມັນກາອືດອັດ ພາກສ່ວນໄດ້ກິນໄດ້ຢາກ ສ່ວນຫຼາຍກາມີແຕ່ຂອງຊ່ອຍເຫຼືອ ມາແຕ່ຄືດາຣາ ຄືຈັ່ງຂອງປະເທສໄທອີຊັງ ສິນ່າເຄີຍມາຊ່ອຍ ທຸກອັນທຸກແນວ ທາງພັກແລະ ຣັຖ ຂອງລາວເຮົາເອງ ແຕ່ເງນນີ້ກາຍັງບໍ່ທັນໄດ້ ອິສັງໄດ້ ແຕ່ຖ້ວມທຳອິດປະມານ ຢູ່ ວັນທີ 23 ເດືອນ 7 ກາປະມານຢູ່ 10 ປາຍວັນ ຕໍ່ມາກາໄດ້ເງິນ 5 ແສນ ແຕ່ພຸ້ນມາຮອດປັດຈຸບັນ ກາບໍ່ມີອິສັງ."
ສ່ວນຄ່າຊົດເຊີຍທ່ານ ໄດ້ກ່າວຕື່ມວ່າ ຍັງບໍ່ຮູ້ເທື່ອມີແຕ່ລົງມາ ເກັບກໍາຂໍ້ມູນແລ້ວ ໃຫ້ປະຊາຊົນເຊັນຮັບຮອງ ແຕ່ວ່າຈະໄດ້ຮັບເມື່ອໃດຍັງ ບໍ່ທັນຮູ້. ສ່ວນການແຈ້ງຄວາມເສັຽຫາຍນັ້ນ ພັດຖືກຕັດມູນຄ່າ ລົງໂຕຢ່າງແຈ້ງໄປ 100 ລ້ານ ແຕ່ສົ່ງຂໍ້ມູນ ຮັບຮອງ ມາ 50 ລ້ານກີບ.
ສ່ວນປະຊາຊົນອີກທ່ານນຶ່ງ ໄດ້ກ່າວວ່າ ຕ້ອງການດ່ວນທີ່ສຸດ ຄື ຍານພາຫະນະ ເຊັ່ນຣົຖໃຊ້ພາຍໃນຄອບຄົວ ຮວມເຖີງຣົຖນຳໃຊ້ເຂົ້າໃນ ການຜລິດ.
"ຮຽກຮ້ອງຫາທາງພັກຣັຖ ການນຳຂ້ັນເທິງ ແລະກາບໍຣິສັດ ແລະບັນດາຂແນງການອ້ອມຂ້າງ ມາຮັບຜິດຊອບ ພັຍພິບັດ ຢູ່ສນາມໄຊນີ້ ກາຢາກໃຫ້ ຍານພາຫະນະ ນີ້ຢາກໃຫ້ຟື້ນຟູໄວໆ ຣົຖລາງມັນການໄປການມາ ຂອງພໍ່ແມ່ປະຊາຊົນ ມັນກາອືດອັດ ບາງ ຄັນຊິມອບໃຫ້ ພໍ່ແມ່ ປະຊາຊົນ ມັນກາຄືວ່າຫັ້ນແຫຼະ ການຕົກເຮັ່ຽເສັຽຫາຍ ເງິນຄຳກາບໍ່ມີ ສີ່ຫ້າລ້ານກາໄຫຼນໍ້າໄປແລ້ວ ເຂົ້າກິນ ດິນຢູ່ກາໄຫຼນໍ້າ ເຮືອນຊານ ບ້ານຊ່ອງ ກາເປ່ເພໝົດແລ້ວ."
ນັບແຕ່ເຂື່ອນແຕກເມື່ອ 23 ກໍຣະກະດາ ປີ 2018 ທີ່ຜ່ານມາການຊ່ອຍເຫຼືອ ຜູ້ປະສົບພັຍພິບັດ ຢູ່ເມືອງສນາມໄຊ ເປັນພຽງການແກ້ໄຂ ສະເພາະໜ້າ ເຊັ່ນການສ້າງເຮືອນພັກ ໃຫ້ປະຊາຊົນ ໄດ້ຢູ່ຊົ່ວຄາວ, ຊ່ອຍເຂົ້າກິນ, ປີ່ນປົວຮັກສາສຸຂພາບ ເບີກອັດຕຣາ ເບັ້ຍລ້ຽງ.
ສ່ວນຜູ້ທີເສັຍຊີວິດ ແລະ ຜູ້ສູນຫາຍ ຈຳນວນ 71 ຄົນນັ້ນທາງການໄດ້ຈ່າຍຊົດເຊີຍ ໃຫ້ຜູ້ລະ 10 ພັນ ໂດລາ ສະຫະຣັຖ ຕໍ່ຫົວຄົນ ແລະ ໃນຕໍ່ໜ້າຖ້າພົບເຫັນຜູ້ເສັຽຊີວິດຕື່ມ ບໍຣິສັດຕ້ອງຮັບຊົດເຊີຍຕື່ມ. ໃນຂນະທີ່ການຊົດເຊີຍ ຍັງເປັນບັນຫາໃຫຍ່ສຳລັບ ທາງການ ແຂວງ ອັດຕະປື ແລະ ຄນະກັມມະການຟື້ນຟູພັຍພິບັດ ຂັ້ນສູນກາງ ເຊີ່ງຍັງບໍ່ສາມາດກຳນົດໄດ້ວ່າ ຈະຊົດເຊີຍໃຫ້ກັບປະຊາຊົນ ແບບໃດ ເຖິງແມ່ນວ່າ ທາງການລາວໄດ້ປະກາດ ເຖິງສາເຫດເຂື່ອນແຕກ ອອກມາແລ້ວເມື່ອ 28 ພືສພາຜ່ານມາ:
ການແຕກພັງຂອງຄູກັນນໍ້າ D ໄດ້ເກີດຂື້ນໃນວັນທີ 23 ກໍຣະກະດາ 2018 ເຊີ່ງຢູ່ໃນໄລຍະກັກເກັບນໍ້າເຂົ້າອ່າງ ເຖີງແມ່ນວ່າມີຝົນຕົກ ຕິດຕໍ່ກັນຫຼາຍວັນ ກ່ອນມື້ຄູກັນນໍ້າແຕກພັງກໍ່ຕາມ ແຕ່ເວລາການແຕກພັງ ໄດ້ເຣີ້ມຕົ້ນຂື້ນນັ້ນ ຣະດັບນໍ້າໃນອ່າງເກັບ ນໍ້າ ຍັງຕໍ່າກ່ວາຣະດັບ ເຂື່ອນຫຼາຍສະນັ້ນ ບໍ່ສາມາດເອີ້ນສາເຫດການແຕກພັງ ຄັ້ງນີ້ວ່າເປັນເຫດສຸດວິສັຍ ຕາມທີ່ກຳນົດໄວ້ ໃນສັນຍາສັມປະທານ.
ປັດຈຸບັນການດຳເນີນຄ່າຊົດເຊີຍ ຢູ່ໃນຂັ້ນຕອນຈ່າຍຄ່າຊົດເຊີຍຊັບສີນ ໃຫ້ປະຊາຊົນເຊີ່ງ ທາງແຂວງໄດ້ສົ່ງເອກະສານ ການປະເມີນ ຄວາມເສັຽຫາຍ ໃຫ້ກັບປະຊາຊົນ ເຊັນຮັບຮອງແລ້ວ ພ້ອມທັງລົງສຳຣວດ ຂໍ້ມູນຮ່ວມກັບປະຊາຊົນ ເພື່ອຈະໄດ້ຈ່າຍ ຄ່າຊົດເຊີຍ ແຕ່ປະຊາຊົນເວົ້າວ່າ ຣັຖບານຈະຈ່າຍພຽງເຄີ່ງນື່ງ.
“ເພິ່ນໃຫ້ແມ່ໄປເຊັນເອົາແລ້ວເດ໋ ເຊັນເອົາ 50 ເປີເຊັນ ແຕ່ວ່າເພິ່ນຍັງບໍ່ທັນເວົ້າວ່າ ຈະໃຫ້ມີໃດຍັງບໍ່ຮູ້ຊ້ຳ ເພາະວ່າມັນບໍ່ແຈ້ງປານໃດ ຂໍ້ມູນ ມັນມີບັນຫາແນວນັ້ນແຫຼະ ເງິນຊິບໍ່ອອກມາໄວ ເພາະມີບັນຫາ. ໃນເຮືອນແມ່ນີ້ ເງິນຊົດເຊີຍແມ່ຫັ່ນຮ້ານສ້ອມ ຂອງແມ່ມີຄົບໝົດ ເພິ່ນໃຫ້ ແມ່ແຕ່ 30 ລ້ານ ກະບໍ່ພໍ ເຄື່ອງຂອງແມ່ມັນຫລາຍ ມູນຄ່າມັນກໍກວ່າແຫລະ 30 ລ້ານ ຊິໃຫ້ 50 ເປີເຊັນກ່ອນ ແຕ່ໂຕ 50 ເປີເຊັນ ຈັກວ່າ ເດືອນໃດປີໃດ ຈຶ່ງຈະໄດ້.”
ຫລ້າສຸດ ກ່ຽວກັບເຣື້ອງຄ່າ ຊົດເຊີຍ ທ່ານບຸນໂຮມ ພົມມະສານ ເຈົ້າເມືອງ ເມືອງ ສນາມໄຊ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 12 ກໍຣະກະດາ 2019 ນີ້ວ່າ:
“ໂຕນີ້ພວກເຮົາໄດ້ເຈຣະຈາ ໄປແຕ່ລະໄລຍະໆນໍ້ ກະຄືຮູ້ຫັ້ນແຫຼ້ວ ແຕ່ເຂື່ອນແຕກມາຮອດ ປັດຈຸບັນນີ້ ພວກເຮົາກະ ເຈຣະຈາ ກັບບໍຣິສັດ ຜູ້ພັທນາໂຄງການ ຫຼາຍຮອບແລ້ວເນາະ ຖືວ່າແກ້ໄຂ ບັນຫາເປັນ ໄລຍະເນາະ ກໍຄືພວກເຮົາໄດ້ແກ້ມາແລ້ວ ຜ່ານການເຈຣະຈາ ກະໄດ້ ວ່າຊົດເຊີຍ ຄ່າຜູ້ເສັຽຊີວິດເນາະ ລ້ຽງດູລູກກໍ່າພ້າກໍ່າພອຍ.”
“ດຽວນີ້ ກຳລັງດຳເນີນການ ກະບໍ່ຄາຈຸດໃດ ເພາະຕ້ອງໄດ້ເຮັດເອກກະສານ ໃຫ້ລະອຽດ ໂດຍສະເພາະແມ່ນ ການເບີກບັນຊີ ໃຫ້ແຕ່ລະຄອບຄົວ ຄອບຄົວ ບໍຣິສັດພັທນາໂຄງການ ຈະໄດ້ໂອນເງິນເຂົ້າບັນຊີ ເຂົາເຈົ້າໂລດ ບໍໄດ້ຈ່າຍຜ່ານຣັດ ຈຳນວນ ຄອບຄົວ ມັນກໍຫລາຍ 5 ບ້ານ, ສະນັ້ນ ຕ້ອງໄດ້ດຳເນີນ ເອົາທະນາຄານ ໄປເປີດບັນຊີ ແລ້ວເບື້ອງບໍຣິສັດ ລົງໄປເຮັດວຽກກັບແຕ່ລະຄອບຄົວ ຮວມກັບຣັດ ມີໜັງສື ເຊັນຢັ້ງຢືນ ຮ່ວມນຳກັນການຮັບຮອງ ເງິນ 50 ເປີເຊັນ ລ່ວງໜ້າ."
ທ່ານກ່າວຕື່ມວ່າ ປັດຈຸບັນ ທາງການ ກໍາລັງດໍາເນີນການຊົດເຊີຍ ຄ່າເສັຽຫາຍຊັພສິນຄົວເຮືອນ 50% ແລະຕໍ່ໄປ ກໍແມ່ນເວົ້າເຣື້ອງຄ່າ ຊົດເຊີຍທີ່ິດິນ ທີ່ສູນເສັຽໄປ ແລະ ຄ່າເຮືອນຊານບ້ານຊ່ອງ ຂອງ ປະຊາຊົນພ້ອມກັບ ຄ່່າຊົດເຊີຍອີກ 50% ແລ້ວກໍສິ່ງອື່ນໆຂອງປະຊາຊົນ ທີ່ສູນເສັຽໄປ ຍ້ອນເຫດເຂື່ອນແຕກ ນັ້ນນໍາດ້ວຍ.
ເນື່ອງໃນໂອກາດຄົບຮອບນຶ່ງປີ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເຈົ້າໜ້າທີ່ແຂວງອັດຕະປື ກຽມລົງພື້ນທີ່ຢ້ຽມຢາມ ພົບປະປະຊາຊົນ ເມືອງສນາມໄຊ ໃນວັນທີ 23 ກໍຣະກະດາ ນີ້ ພ້ອມກັນນີ້ ທາງການຈະຈັດພີທີມອບ ເງີນຈຳນວນ 50% ໃຫ້ແຕ່ລະຄອບຄົວ ທີ່ໄດ້ ຮັບຜົລກະທົບ ໃນວັນຄົບຮອບນຶ່ງປີ.
ມື້ອື່ນມີຫຼາຍກິຈກັມເນາະ ໂດຍສະເພາະກິຈກັມ ທີນຶ່ງມີພີທີມອບຮັບເງີນ 50 ຕໍ່ຜົລເສັຍຫາຍຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຫັ້ນ ໄດ້ເປີດພິທີເປັນທາງການ ຢູ່ສູນໂດງບາກ ມີທ່ານ ເຈົ້າແຂວງ ການນຳຂອງແຂວງ ການນຳຂອງເມືອງແລ້ວກາມີ ທັງຕາງໜ້າຣັຖບານ.
ທ່ານໄດ້ກ່າວໃນຕອນທ້າຍວ່າ ສຳລັບຈຳນວນເງີນທີ່ຈະມອບໃຫ້ແກ່ຜູ້ປະສົບພັຍ ແຕ່ຣະຄອບຄົວໃນມື້ອື່ນ້ັນ ເຊີ່ງເປັນມູນຄ່າຊັພສີນ ໃນຄົວເຮືອນ ຂອງແຕ່ລະຄອບຄົວ, ນອກຈາກນັ້ນແລ້ວ ທາງຄນະຂັ້ນແຂວງ ກໍ່ຈະນຳເຄື່ອງໃຊ້ຮວມທັງ ອາຫານໄປມອບ ໃຫ້ແກ່ຜູ້ ປະສົບພັຍ ທີ່ຢູ່ຕາມສູນຊ່ອຍເຫຼືອ ຜູ້ປະສົບພັຍ ແຕ່ຣະແຫ່ງເພື່ອຫຼຸດຜ່ອນ ຄວາມທຸກຍາກພ້ອມທັງ ຈະມີພິທີເຮັດບູນ ແລະ ພິທີທາງ ສາສນາ ໃຫ້ແກ່ຜູ້ເສັຍຊີວິດ ຈາກເຫດເຂື່ອນແຕກນຳດ້ວຍ.