ຝົນຕົກໜັກເຂື່ອນປ່ອຍນໍ້າ ຊາວບ້ານ ລອຍແພ
ປະຊາຊົນ ແຂວງ ໄຊຍະບູຣີ ທີ່ຢູ່ຕາມ ແຄມ ແມ່ນໍ້າຂອງ ກັງວົນ ວ່າ ເຂື່ຶອນ ໄຊຍະບູຣີ ທີ່ກໍາລັງ ກໍ່ສ້າງຢູ່ ອາຈສົ່ງ ຜົລກະທົບ ຕໍ່ ຣະດັບ ນໍ້າຂອງ ທີ່ສູງຂຶ້ນ ຢ່າງຜິດ ປົກກະຕິ ໃນປີນີ້.
-
ຈໍາປາທອງ
2016-08-23 -
-
-
Your browser doesn’t support HTML5 audio
ຊາວເມືອງປາກລາຍ ແຂວງ ໄຊຍະບູຣີ ທີ່ຢູ່ຕາມ ແຄມ ແມ່ນໍ້າຂອງ ເວົ້າວ່າ ຣະດັບນໍ້າ ໃນແມ່ນໍ້າຂອງ ປີນີ້ ສູງຂຶ້ນ ຢ່າງໄວວາ ແລະ ຜິດ ປົກກະຕິ ຫຼາຍ ຍ້ອນ ຝົນຕົກໜັກ ແລະ ເຂື່ຶອນ ໄຊຍະບູຣີ ທີ່ກໍາລັງ ກໍ່ສ້າງ ຢູ່ເໜືອ ເມືອງປາກແບງ ປ່ອຍນໍ້າ ລົງມາ ເຮັດໃຫ້ ປະຊາຊົນ ທີ່ຢູ່ແຄມ ນໍ້າຂອງ ຕ້ອງໄດ້ກຽມ ເຄື່ອງຂອງ ອົພຍົບ ໄປຢູ່ບ່ອນໃໝ່. ດັ່ງທີ່ທ່ານ ກ່າວວ່າ:
"ບັນຫານຶ່ງກໍຝົນຕົກ ຫຼາຍເດ້ ແລ້ວກໍທາງເຂື່ອນ ເພີ່ນກປ່ອຍມາເດ້ ຊ່ວງຫວ່າງຫລັງນີ້ ຜົລກະທົບ ຈາກ ຫັ້ນນະ ນໍ້າຂອງ ຂຶ້ນຫຼາຍນີ້ເກາະ ຜົລເສັຽຫາຍ ຂອງ ປະຊາຊົນ ມີຫຼາຍນໍ ແຕ່ແມ່ນ ເວົ້າເຣຶ່ອງ ພາຫະນະ ທາງນໍ້ານໍ ກໍເປັນຕົ້ນ ເຮືອ ແລ້ວກໍຈັກ ເພະວ່າມັນ ຂຶ້ນໄວ ຂຶ້ນກາງຄືນ ເຮົາບໍ່ຮູ້ວ່າ ນໍ້າຈະຂຶ້ນ ເວລາໃດ ເວລາ ຕື່ນເຊົ້າມາ ໄປເບິ່ງນໍ້າ ມັນຂຶ້ນຫຼາຍ ຖ້ວມໄປໝົດ".
ກ່ຽວກັບ ເຣຶ່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ ໂທຣະສັບ ຖາມ ເຈົ້າໜ້າທີ່ ຜແນກ ພລັງງານ ແລະບໍ່ແຮ່ ທີ່ກ່ຽວຂ້ອງ ກັບການປ່ອຍນໍ້າ ຈາກ ເຂື່ອນ ໃນຍາມມີ ພະຍຸຝົນ ແຕ່ບໍ່ໄດ້ ຮັບຄໍາຕອບ. ແຕ່ ປະຊາຊົນ ທີ່ຖືກໃຫ້ ໂຍກຍ້າຍ ອອກຈາກເຂດ ເຂື່ອນ ໄຊຍະບູຣີ ເວົ້າວ່າ ໃນ ຣະຍະນີ້ ເຂື່ອນ ໄຊຍະບູຣີ ຍັງກໍ່ສ້າງຢູ່ ຕາມ ປົກກະຕິ ແລະ ປ່ອຍນໍ້າ ອອກເປັນ ຣະຍະໆ. ແຕ່ບໍ່ຮູ້ວ່າ ນໍ້າທີ່ໄຫລ ມາແຮງນັ້ນ ຍ້ອນ ການປ່ອຍນໍ້າ ຈາກ ເຂື່ອນ ຫລືບໍ່.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຂອງລາວ ໄດ້ແຈ້ງເຕືອນ ປະຊາຊົນ ທີ່ອາສັຍ ຢູ່ຕາມແຄມ ແມ່ນໍ້າຂອງ ໃຫ້ຣະວັງ ນໍ້າຂືຶ້ນ ຢ່າງໄວວາ ໃນຣະຍະນີ້, ໃຫ້ກຽມ ເຄື່ອງຂອງ ແລະ ພ້ອມທີ່ຈະ ອົພຍົບ ໄປຢູ່ບ່ອນ ປອດພັຍ ແລະ ກຽມຖົງຂີ້ຊາຍ ເຮັດຄູ ກັ້ນນໍ້າ ໃນເຂດ ທີ່ ມີຄວາມສ່ຽງ.