ຜູ້ປະສົບພັຍ ເຂື່ອນແຕກ ກັງວົນໄດ້ເຮືອນ ທີ່ສ້າງບໍ່ສົມບູນ

ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ກັງວົນໃຈ ເຣື່ອງເຮືອນຖາວອນ ທີ່ທາງການແຂວງ ມອບໃຫ້ຢ່າງເປັນທາງການ ເມື່ອຕົ້ນເດືອນ ທັນວາ 2022 ທີ່ຜ່ານມາ ຍ້ອນເຮືອນທີ່ມອບໃຫ້ນັ້ນ ບໍ່ທັນແລ້ວສົມບູນ 100% ແລະຢ້ານ ບໍຣິສັດກໍໍ່ສ້າງ ບໍ່ມາສ້ອມແປງໃຫ້.

ເຮືອນຖາວອນ 700 ຫຼັງ ຂອງປະຊາຊົນ ຜູ້ປະສົບພັຍ ເຂື່ອນແຕກ ຂະນະທີກໍາລັງເຣີ່ມກໍ່ສ້າງ ໂດຍເຈົ້າຂອງໂຄງການ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ, ເຖິງປັດຈຸບັນເຮືອນ ໄດ້ສ້າງສຳເຣັດແລ້ວ ແຕ່ປະຊາຊົນຜູ້ໄດ້ເຮືອນ ມີຄວາມກັງວົນເຣື່ອງມາຕຖານ ຄວາມໝັ້ນຄົງ. ນັກຂ່າວ ພົລເມືອງ

ເຖິງວ່າ ທາງການແຂວງອັດຕະປື ໄດ້ມອບເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ ໃຫ້ແກ່ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ຢ່າງເປັນທາງການ ໃນວັນທີ 7 ເດືອນທັນວາ 2022 ທີ່ຜ່ານມາ ແລ້ວກໍຕາມ ຖືວ່າ ມອບໄປຕາມກໍານົດວັນເວລາຊື່ໆ ເພາະມີຫຼາຍຫຼັງ ຍັງບໍ່ທັນສໍາເຣັດສົມບູນ 100% ເທື່ອ ຈຶ່ງເຮັດໃຫ້ຜູ້ປະສົບພັຍເຂື່ອນແຕກ ມີຄວາມກັງວົນໃຈ ຢ້ານວ່າ ເຮືອນຖາວອນດັ່ງກ່າວ ທີ່ທາງການແຂວງມອບໃຫ້ແກ່ຊາວບ້ານໄປແລ້ວນັ້ນ ຈະບໍ່ມີໃຜມາສືບຕໍ່ກໍ່ສ້າງ ແລະສ້ອມແປງໃຫ້.

ດັ່ງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ກຸມພາ 2023 ນີ້ວ່າ:

“ໂຕນີ້ນິ່ ຖືວ່າ ມີການມອບໝາຍຫັ້ນ ທາງບໍຣິສັດ ມອບໝາຍໃຫ້ເຈົ້າແຂວງ ເປັນການລຽບຣ້ອຍ ແຕ່ວ່າເຮືອນຫັ້ນມັນບໍ່ໄດ້  ມັນບໍ່ໄດ້ 100% ແຕ່ວ່າມອບຫັ້ນ ເພິ່ນມອບ 100% ເພາະວ່າ ເພິ່ນຕໍ່ສັນຍາ ມັນ 2 ເທື່ອຕໍ່ແລ້ວ ແຕ່ວ່າເຮືອນຂອງພໍ່ແມ່ປະຊາຊົນຫັ້ນ ຍັງສົມຄວນຢູ່ດອກ ການເປ່ເພນີ້ ຫຼືການສ້ອມແປງນີ້ ປະມານຢູ່ ສໍ່າ 80% ແມ່ນໆ ການມອບໝາຍຫັ້ນ ປະມານຢູ່ 80% ເໝິດ 700 ຫຼັງ ຖືວ່າ ເພິ່ນມອບໝາຍເໝິດ.”

ທ່ານກ່າວຕື່ມວ່າ ເຖິງຈະມີການຄໍ້າປະກັນ 1 ປີ ແຕ່ຊາວບ້ານ ກໍຍັງມີຄວາມກັງວົນໃຈຢູ່  ເພາະນາຍຊ່າງກໍ່ສ້າງ ກໍບໍ່ມີແລ້ວ.

“ເພິ່ນວ່າຫັ້ນ ຍັງມີຫ່ວງສ້ອມແປງຢູ່ ແຕ່ວ່າດຽວນີ້ນິ່ ຖືວ່າບໍ່ມີເລີຍ ທີ່ວ່າ ຊ່າງທີ່ວ່າພວກທີ່ວ່າສ້ອມແປງ ໄປຖາມເງິນຫັ້ນກະບໍ່ໄດ້ ຖາມເງິນນໍາບໍຣິສັດ ທີ່ວ່າສ້ອມແປງເຮືອນ ທີ່ວ່າບໍ່ທັນໄດ້ສໍາເຣັດແຕ່ລະຫຼັງ ໄປຖາມເງິນກະບໍ່ໄດ້ ເຂົາກະບໍ່ເຮັດບາດນີ້ ຊ່າງໂຕໃໝ່ອີກ ເຂົາມາສ້ອມແປງ ໂຕຊ່າງທີ່ວ່າ ຮັບເໝົາແຕ່ໄລຍະຜ່ານມາ ນັບແຕ່ປຸກຕັ້ງ ປຸກອັນນັ້ນ ຖອກເສົາຫັ້ນ ເຂົາຢູ່ແລ້ວເຂົາໜີເໝິດແຫຼະ ຈໍານວນເຮືອນ ຂອງພໍ່ແມ່ປະຊາຊົນຢູ່ຈຸດນີ້ນິ່ ແມ່ນ ເຣື່ອງຊິໄດ້ 100 (ເປີເຊັນ) ແຕ່ລະຫຼັງຄານີ້ ແມ່ນບໍ່ໄດ້ ບໍ່ໄດ້ 100 (ເປີເຊັນ) ຈັ່ງວ່າ ມັນຍັງມີຄວາມຫຍຸ້ງຍາກຢູ່ດຽວນີ້ ຍັງປຶກສາຫາລືຢູ່ ກັບພໍ່ແມ່ປະຊາຊົນ ຖືວ່າຍັງບໍ່ທັນພໍໃຈ ເຮືອນບາງຄົນກະຫຼຸ, ບາງຄົນກະເພ, ບາງຄົນ ກະອຸປະກອນ ທຸກຢ່າງບໍ່ທັນໄດ້ ກະມີ ໄປຈັ່ງຊີ້.”

ກ່ຽວກັບເຣື່ອງການມອບຮັບ-ເຮືອນຖາວອນນີ້ ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ຜູ້ທີ່ນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກະດີໃຈຢູ່ ກະພາກສ່ວນນຶ່ງ ກະຍັງບໍ່ທັນດີໃຈ ເປັນຫຍັງເຮົາວ່າ ບໍ່ດີໃຈຫັ້ນນ່າ ເພາະວ່າເພິ່ນມອບນິ່ ເຮົາຄຶດວ່າ ອາໃສຕາມວາລະ ຫຼືວ່າຕາມສັນຍາການກໍ່ສ້າງເພິ່ນຫັ້ນ ແຕ່ວ່າເຮືອນນີ້ ຊິແລ້ວເບາະ ບໍ່ແລ້ວຫັ້ນນ່າ ແຕ່ພວກເຮົາກະພຍາຍາມຮັບຫັ້ນແຫຼະ ເພາະວ່າ ໃນການຄຸ້ມຄອງ ຂອງພັກ-ຣັຖ ຄັນເຮົາບໍ່ຮັບມັນກະບໍ່ໄດ້ ກະຈໍາເປັນໄດ້ຮັບຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ສ່ວນເຮືອນທີ່ຍັງສືບຕໍ່ກໍ່ສ້າງ ກໍຖືວ່າຍັງມີຢູ່ ບາງສ່ວນ:

“ອັນໂຕ ສືບຕໍ່ກໍ່ສ້າງກະມີສ່ວນນຶ່ງ ບາດນີ້ ເຮືອນທີ່ບໍ່ທັນແລ້ວ ຫຼືວ່າເປັນຮົ່ວ, ເປັນອິສັງ ເພິ່ນບໍ່ທັນສ້ອມແຊມ ຫຼືວ່າສ້ອມແປງຫັ້ນ ຍັງຫຼາຍ ເພາະວ່າເຮົາສເນີໃຫ້ບໍຣິສັດເພິ່ນຫັ້ນ ບາດນີ້ເພິ່ນຫາຊ່າງຊິໄປແກ້ ຊ່າງຊິໄປແປງຫັ້ນ ບໍ່ມີຊ່າງ ໃຜໆກະໜີເບິດແລ້ວ ຫັ້ນນ່າ ມັນເລີຍມີບັນຫາໂຕນັ້ນ.”

ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ຜູ້ທີ່ສອງ ທີ່ເຮືອນເປ່ເພ ແລະຍັງບໍ່ໄດ້ຮັບການສ້ອມແປງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຕັ້ງແຕ່ແມ່ຂຶ້ນເຮືອນໂຕນີ້ປັບ ເຮືອນບໍ່ແລ້ວ ຄືບໍ່ເຫັນຮອດໜ້າເຂົາມາເບິ່ງ ວ່າເຮືອນແມ່ນີ້ ເປັນແນວໃດ ເຮືອນເຈົ້າເປັນແນວໃດ ອັນໃດມັນເພເນ່ ອັນໃດມັນເພແນ່ ອັນໃດມັນຫັກແນ່ ຄືບໍ່ເຫັນຮອດໜ້າ ບົວເຮືອນແມ່ນີ້ ມັນໂຢດເອີ່ອ້າ ເອີ່ອ້າຢູ່ ຄືບໍ່ເຫັນ ວ່າໜ້າໃດ ວ່າໂອ້...ຊິມາແປງໃຫ້ເຈົ້າເດີ້ ອັນຂອບແພດານເຈົ້າມັນຂຸລົງນີ້ ຊິມາເບິ່ງໃຫ້ເຈົ້າເດີ້ ຄືບໍ່ເຫັນ.”

ຂະນະດຽວກັນ ຜູ້ປະສັບພັຍເຂື່ອນ ຜູ້ທີ 3 ທີ່ຂໍສງວນສຽງ ກໍກ່າວ ຕໍ່ວິທຍຸເອເຊັຽເສຣີ ວ່າ:

“ເພິ່ນກະວ່າ ຄໍ້າປະກັນປີ 1 ປີ ທີ່ທຶນຂອງບໍຣິສັດເຈ້ວັນແສງນີ້ ເພິ່ນໄດ້ຄໍ້າປະກັນນີ້ ກະປີນຶ່ງ ເພິ່ນວ່າ ແຕ່ມາດຽວນີ້ນິ່ ໃຜໆກະນໍາຫາເພິ່ນ ໃຜໆກໍຫາ ແລ້ວຫາກບໍ່ເຫັນເຈົ້າຂອງບໍຣິສັດ ຈັກໄປໃສ ໂທກະບໍ່ຢາກຮັບ ແຕ່ຂນາດນາຍບ້ານໂທ ກະຍັງບໍ່ຢາກຮັບສາຍ.”

ໃນວັນທີ 6 ກຸມພາ 2023 ນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ເຣື່ອງຂໍ້ຂ້ອງໃຈຕ່າງໆ ຂອງຊາວບ້ານຜູ້ປະສົບພັຍເຂື່ອນແຕກ ທີ່ມີຕໍ່ເຮືອນຢູ່ຖາວອນດັ່ງກ່າວ ໄປຍັງຍານາງ ວັນແສງ ສີສົງຄາມ ຜູ້ອໍານວຍການ ບໍຣິສັດ ວັນແສງ ອັດຕະປື ກໍ່ສ້າງ ແລະ ສ້ອມແປງ ເຄຫະສະຖານ ເຊິ່ງຍານາງ ກໍອະທິບາຍ ໃຫ້ຟັງວ່າ:

“ນຶ່ງປີ ຄົນຣັຖ ກະຍັງມານັ່ງຮັບຜິດຊອບຢູ່ນີ້ ທາງເມືອງທາງແຂວງ ເພິ່ນກະຍັງມານັ່ງເບິ່ງປະຊາຊົນ ຢູ່ວ່າ ຜູ້ໃດມີຊໍາລຸດອິຫຍັງ ດຽວນີ້ ເຂົາຍັງມາແຕ່ງຕັ້ງໜ່ວຍງານກັນ ລົງໄປກວດເນາະ ແຕ່ລະບ່ອນໆ ແຕ່ລະບ່ອນ ວ່າມີບັນຫາຍັງບໍ່ ຄວາມຊັດເຈນ ມັນກະຄືແບບເອື້ອຍເວົ້ານີ້ແຫຼະວ່າ ທາງເຮົາ ກະທາງພາກຣັຖ ຍັງບໍ່ໄດ້ຖິ້ມປະ ບໍຣິສັດເຮົາ ໂຕມອບແລ້ວ ກະຖືວ່າ ຍັງນັ່ງຢູ່ນີ້ ອີກນຶ່ງປີ ເພື່ອແກ້ບັນຫາທີ່ວ່າ ມັນຊໍາລຸດ ຊໍາລຸດບໍ່ມີຫຍັງດອກ ເພາະວ່າ ເຮົາຟ້າວ ມັນ 700 ຫຼັງ ໄມ້ຫັ້ນ ອາຈບໍ່ແຫ້ງບາງສ່ວນ, ມັນປະຕູຫ່າງເບາະ, ປ່ອງຢ້ຽມຫ່າງເບາະ ຫຼືວ່າແປ້ນຫ່າງເບາະ ທໍ່ນັ້ນຊື່ໆ ຊໍາລຸດຫັ້ນນ່າ ບໍ່ມີຫຍັງດອກອັນອື່ນ ຫຼືວ່າ ກະເບື້ອງ ເຂົາມຸງບາງຄັ້ງບາງຄາວ ມຸງລະອາຈມີບ່ອນຮົ່ວ ນໍ້າຮົ່ວ ໂຕນີ້ມັນກະອາດມີ ອັນທີ່ວ່າ ມັນເກີດບັນຫາທຸກມື້ນີ້ຫັ້ນນ່າ ກະຄືວ່າຫັ້ນແຫຼະ ມັນຫຼາຍຫຼັງ ບາງຄັ້ງບາງຄາວ ສະດຸດອັນໃດຫັ້ນນ່າ ບໍຣິສັດບໍ່ຮູ້ ກະໃຫ້ເພິ່ນມາເວົ້າເນາະ ບອກໂລດຢູ່ດົງບາກ ຢູ່ໜ້າວັດນີ້ແຫຼະ ຄົນຍັງເຕັ້ມອື້ນໆຢູ່ນີ້ ລະກະຄົນຣັຖ ກະຍັງເຕັມຢູ່ນີ້ ຄົນແຂວງຂະເຈົ້າຫັ້ນນ່າ ມອບນີ້ນ່າ ຄັນທີ່ 1 ນີ້ນ່າ ວັນທີ 12 ເດືອນ 4 ປີ 2021 ນີ້ ເອື້ອຍມອບນີ້ 151 ຫຼັງ ຄັ້ງທີ 2 ວັນທີ 4 ເດືອນ 4 ປີ 2022 ນີ່ 261 ຫຼັງ ດຽວກັນນີ້ ກໍາລັງໄລ່ກວດຢູ່ 2 ອັນນີ້ແຫຼະ ທີ່ວ່າມັນຮອດປີເນາະ ມັນຄົບຮອບ ມັນກະກາຍປີລະ ລະຂະເຈົ້າກະ ລະພະນັກງານຂະເຈົ້າ ທາງແຂວງຂະເຈົ້າມາ 7-8 ຄົນ ຂະເຈົ້າມາໄລ່ກວດໂຕນີ້ນີ້ແຫຼະ ໄລ່ວ່າ ໂອ້...ແຕ່ລະຫຼັງ ທີ່ວ່າມັນເຖິງກໍານົດແລ້ວ ເຂົາເຈົ້າກະຈິ ຍ່າງລົງໄປຫາປະຊາຊາຊົນ ວ່າ ດຽວນີ້ເຮືອນເຈົ້າ ມັນຊໍາລຸດຫຍັງເນາະ ມັນເປັນຫຍັງເນາະ.”

ຍານາງວັນແສງ ຍັງອະທິບາຍຕື່ມ ກ່ຽວກັບການມອບເຮືອນຢູ່ຖາວອນ ໃຫ້ແກ່ຊາວບ້ານຜູ້ສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ໃນມື້ວັນ 7 ເດືອນ ທັນວາ 2022 ທີ່ຜ່ານມາ ນັ້ນວ່າ:

“ດີແລ້ວໆ ດີແລ້ວພວກນ້ອງໂທຖາມຄວາມຈິງນີ້ ດີແລ້ວ ມັນຊິໄດ້ໄຂ ຂໍ້ປິດສະໜາປະຊາຊົນ 1 ເນາະ ທີ່ຖາມມາ 2 ບັນຫາເນາະ ນຶ່ງວ່າ ເຣື່ອງເປ່ເພ ຄັນເປ່ເພນີ້ ຄືເວົ້ານີ້ແຫຼະ ທຸກວັນດຽວນີ້ນິ່ ທາງຣັຖຊິຮອດເຮືອນເພິ່ນບໍ່ວ່າ 1 ປີແລ້ວນີ້ນິ່ ຄົບຮອບນຶ່ງປີ ຄໍ້າປະກັນລະ ເຂົາຕ້ອງໄປຖາມເຈົ້າ ວ່າເຈົ້າ ດຽວນີ້ເຮືອນເຈົ້າສະດຸດຫຍັງ ເປ່ເພຫຍັງເນາະ ຂະເຈົ້າຖາມເຈົ້າ ຈົນເຈົ້າພໍໃຈ ເຈົ້າເຊັນໃຫ້ ອັນນັ້ນຈັ່ງຖືວ່າ ແລ້ວ 100% ເຈົ້າບໍ່ພໍໃຈ ກະຖືວ່າຂ້ອຍບໍ່ໄດ້ມີໃບມອບສິດ ບໍ່ໄດ້ມີໃບວ່າ ຂ້ອຍເຮັດເຮືອນ ໃຫ້ເຈົ້າແລ້ວນີ້ ຂ້ອຍກະຍັງບໍ່ໄດ້ແລ້ວໃດ໋ ຂ້ອຍກະຍັງເປັນສ່ວນນຶ່ງຢູ່ໃນ ຢູ່ນໍາເຈົ້າຢູ່ເນາະ ອັນທີ 1, ອັນທີ 2 ມາ ເຂົາວ່າເຮືອນບໍ່ແລ້ວນິ່ ບໍ່ມີຈັກເທື່ອດອກ ຄັນບໍ່ແລ້ວ ກະຄືແມ່ນມີແຕ່ພາກສ່ວນເຮົາ ມີພາກສ່ວນຣັຖ, ພາກສ່ວນຜູ້ເຂົາອອກເງິນ ຄືເກົາຫຼີອອກເງິນ ເຂົາຊິຍອມບໍ ຕ້ອງຄຶດຈຸດນີ້ເນາະ ເຂົາບໍ່ຍອມດອກ ເຂົາກະມີຄະນະຂອງເຂົາເຈົ້າ ຣົຖ 2 ຄັນ ທຸກມື້ເຂົາເລາະຢູ່ນີ້ ທຸກເຮືອນເຂົາລົງໄປຖາມ ວ່າເຈົ້າມີບັນຫາຫຍັງ ເພາະວ່າມັນຊິມີຈໍານວນນຶ່ງ ທີ່ເຂົາເຮັດເອງເນາະ ທີ່ວ່າສົມມຸດວ່າ ອອກແຜນມາ ມັນແບບນີ້ ຢູ່ໜ້າບ້ານມັນບໍ່ໄດ້ມີເສົາ ທີ່ວ່າຈັບສ່ຽມເສົາ ຂະເຈົ້າເຮັດງາມໆຫັ້ນນ່າ ຂະເຈົ້າກະຂໍ ໂຕນີ້ຂ້ອຍເຮັດເອງ ຂ້ອຍເຊັນເອົາເລີຍ ແຕ່ເອົາວັດສະດຸໃຫ້ຂ້ອຍ ຂ້ອຍເປັນຊ່າງເອງ ຂ້ອຍຊິແຕ່ເຮືອນຂ້ອຍເອງເນາະ ອັນນີ້ມັນກະມີຈໍານວນກະຊິ ປະມານ 10 ກວ່າຫຼັງນີ້ແຫຼະ ບ້ານນຶ່ງ 2-3, 4-5 ຫຼັງທີ່ວ່າ ຂະເຈົ້າເຮັດເອງນີ່ ຫຼືວ່າ ເຂົາຊິເວົ້າໂຕນີ້ບໍ ເວົ້າບໍ່ແລ້ວນີ້ ສົງໃສຢູ່ນີ້ຢູ່ ເຈົ້າເວົ້າວ່າ ຂ້ອຍກະຫາຊິຄິດພໍ້ ແຕ່ວ່າພວກເຮົາ ມີໃບເໝິດທຸກຢ່າງແລ້ວ ອັນທີ່ວ່າ ເພິ່ນຍອມວ່າ ເພິ່ນຊິເຮັດເອງຫັ້ນນ່າ ເຮັດເອງເໝິດອັນນັ້ນ ລະເພິ່ນມາຂໍຮັບເອົາວັດສະດຸ ຂໍຮັບເອົາເງິນ ທີ່ວ່າມູນຄ່າທີ່ວ່າກໍ່ສ້າງນິ່ ຈາກບໍຣິສັດລະເພິ່ນໄປເຮັດເອງ ເພາະວ່າເພິ່ນເປັນຊ່າງເອງເດ້ ເພາະວ່າ ສ່ວນບໍຣິສັດນີ້ ຖືວ່າ 100% ເໝິດລະ ຂອງບໍຣິສັດນ່າ ອັນທີ່ວ່າເຂົາຍັງເຮັດບໍ່ແລ້ວ ແມ່ນພວກນີ້ແຫຼະ ພວກທີ່ມາຮັບເອົາເງິນເອົາເຄື່ອງ ຂະເຈົ້າເປັນຊ່າງ ລະເຂົາເຈົ້າເຮັດເອງ ລະຂະເຈົ້າກະມີເງິນຕື່ມ ໃສ່ຈໍານວນໃດຈໍານວນນຶ່ງຫັ້ນນ່າ ເອົາເງິນຕື່ມໃສ່ ລະເຂົາກະເຮັດງາມ.”

ໃນມື້ດຽວກັນນີ້ ວິທຍຸເອເຊັຽເສຣີ ກໍໄດ້ສອບຕິດຕໍ່ສອບຖາມ ເຣື່ອງດັ່ງກ່າວ ໄປຍັງເຈົ້າໜ້າທີ່ ຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງເຈົ້າໜ້າທີ່ທ່ານນຶ່ງ ໄດ້ກ່າວກ່ຽວກັບເຣື່ອງນີ້ວ່າ:

“ເອີ່ເຂົາກະແປງຫັ້ນແຫຼະ ມັນຍັງບໍ່ທັນຮອບວຽນເຂົາ ຄໍ້າປະກັນ 10% ເຂົາກະຍັງປ້ອນເອກກະສານ ກະກຽມຊິລົງໄປກວດກາເດ້ ອ້າຍນ້ອງ ກະເຣີ່ມກຽມໄປເໝິດແລ້ວນ່າ ວຽກເຂົາຄໍ້າປະກັນປີນຶ່ງໃດ໋ ບໍ່ຮອດຄວບປີເຂົາ ເຂົາກະບໍ່ໄດ້ໄປກວດ ເຂົາກະຕ້ອງກວດກາ ມັນຄົບຮອບປີນຶ່ງ ເຣື່ອງຄໍ້າປະກັນສັນຍາ ສົມມຸດມັນເປ່ມັນເພ ເຂົາກະໄປແປງ ບາງຫຼັງເຂົາກະໄປແປງລະເດ້ ສ້ອມແປງລະເດ້ ເພາະວ່າ ພວກເຮົາກະກວດເລີຍໆຢູ່.”

ຢ່າງໃດກໍຕາມ ສໍາລັບໂຄງການ ກໍ່ສ້າງເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ ດັ່ງກ່າວ ໃຊ້ມູນຄ່າການກໍ່ສ້າງ ທັງໝົດ 24.5 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງເປັນທຶນຊົດເຊີຽ ຂອງບໍຣິສັດ SK & PNPC ໂດຍໄດ້ຈັດສັນເຂົ້າໃນການກໍ່ສ້າງ ໃນເຂດ 4 ບ້ານ ຄື ບ້ານດົງບາກໃໝ່ຫິນຄໍາ ຈໍານວນ 335 ຫຼັງ, ບ້ານຫິນລາດ ຈໍານວນ 197 ຫຼັງ, ບ້ານດອນບົກໃໝ່ແສງຈັນ ຈໍານວນ 70 ຫຼັງ ແລະບ້ານສມອງໃໝ່ປິ່ນດົງ ຈໍານວນ 98 ເຊິ່ງໄດ້ເຣີ່ມກໍ່ສ້າງ ເຮືອນຢູ່ຖາວອນດັ່ງກ່າວ ມາຕັ້ງແຕ່ວັນທີ 2 ເດືອນມິຖຸນາ ປີ 2020 ເປັນຕົ້ນມາ ໂດຍບໍຣິສັດ ວັນແສງ ອັດຕະປື ເປັນຜູ້ຮັບເໝົາກໍ່ສ້າງ ແລະຫຼັງຈາກນັ້ນ ກໍໄດ້ມອບເຮືອນໃຫ້ຊາວບ້ານ ເຂົ້າໄປຢູ່ ຈໍານວນ 3 ຄັ້ງ ຄື: ຄັ້ງທີ 1 ວັນທີ 12 ເມສາ ປີ 2021 ຈໍານວນ 153 ຫຼັງ, ຄັ້ງທີ 2 ວັນທີ 4 ເມສາ ປີ 2022 ຈໍານວນ 352 ຫຼັງ ແລະຄັ້ງທີ 3 ວັນທີ 7 ທັນວາ ປີ 2022 ຈໍານວນ 195 ຫຼັງ ຮວມທັງໝົດ ຄົບຈໍານວນ 700 ຫຼັງ, ອີງຕາມການຣາຍງານ ຂອງວິທຍຸ ກະຈາຍສຽງ ແຫ່ງຊາຕລາວ ເມື່ອວັນທີ 7 ເດືອນທັນວາ 2022. ສະບາຍດີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org