ຜູ້ປະສົພພັຍເຂື່ອນແຕກ ຢູ່ຢ່າງ ລໍາບາກ: (ຕໍ່)
ຜູ້ປະສົພພັຍ ເຂື່ອນເຊປຽນ-ເຊນໍ້າແຕກ ຍັງບໍ່ປູກຫຍັງ ໃສ່ດິນ ທີ່ທາງການ ບຸກເບີກໃຫ້ 2 ພັນ ປາຍເຮັກຕາ ນັັ້ນ, ແຕ່ເຈົ້າໜ້າທີ່ ມີແຜນໃຫ້ ຜູ້ປະສົພພັຍ ປູກພືດ ອຸດສາຫະກັມ.
-
ສຸພັດຕາ
2019-07-22 -
-
-
ຊາກຂອງເຮືອນເພພັງ ທີ່ເກີດຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ
ຮູບພາບຈາກ : ນັກຂ່າວພົລເມືອງ
Your browser doesn’t support HTML5 audio
ດິນ ທີ່ທາງການ ບຸກເບີກ 2 ພັນ ປາຍເຮັກຕາ ເພື່ອ ໃຫ້ປະຊາຊົນ ຜູ້ປະສົພພັຍ ເຂື່ອນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ທໍາການຜລິດ ກະສິກັມ ແລະ ໄດ້ແບ່ງໃຫ້ ແຕ່ລະຄອບຄົວ ຕາມແຮງງານ ສົມບູນ ນັ້ນ, ປັດຈຸບັນ ຍັງບໍ່ທັນມີ ຄອບຄົວໃດ ໄປ ປູກຝັງຫຍັງ ຍ້ອນວ່າ ເປັນດິນບໍ່ງາມ ແລະ ບໍ່ເໝາະສົມ ກັບການປູກຝັງ, ດັ່ງ ປະຊາຊົນ ຜູ້ປະສົພພັຍ ເຂື່ອນແຕກ ທີ່ອາສັຍຢູ່ ສູນພັກຊົ່ວຄາວ ດົງບາກ ໄດ້ໃຫ້ສັມພາດ ຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ່ 10 ກໍຣະກະດາ ນີ້ວ່າ: ເຊີນຟັງສຽງ ສໍາພາດໄດ້:
ໃນຂນະດຽວກັນ ປະຊາຊົນ ຜູ້ປະສົບພັຍເຂື່ອນແຕກ ອີກຄົນນຶ່ງ ກໍກ່າວຕໍ່ ວິທຍຸເອເຊັຽເສຣີວ່າ ດິນ ທີ່ທາງການບຸກເບີກ ໃຫ້ປະຊາຊົນ ທໍາການຜລິດກະສິກັມນັ້ນ ຢູ່ໄກ ແລະ ເປັນດິນບໍ່ງາມ ຈຶ່ງບໍ່ມີຄອບຄົວໃດ ໄປປູກຫຍັງໃສ່ເທື່ອ, ເຊີນທ່ານຟັງສຽງ ສໍາພາດ ຕໍ່ໄປໄດ້ ...