ທາງການ ລາວ ບໍ່ເຊັນ ອະນຸສັນຍາ ຢຸດຕັດໄມ້
ຣັຖບານລາວ ຍັງບໍ່ເຊັນ ອະນຸສັນຍາ ວ່າດ້ວຍການຢຸດ ຕັດໄມ້ ໃນກອງປະຊຸມ COP26 ທີ່ນະຄອນ “ກລາສໂກວ໌” ຂະນະທີ່ ນັກວິຊາການ ເຫັນວ່າ ເປັນສິ່ງທີ່ບໍ່ເໜືອ ຄວາມຄາດໝາຍ ແລະ ຍັງຈຳເປັນ ທີ່ຈະຕ້ອງມີການຕັດໄມ້ ຕໍ່ໄປໃນລາວ.
-
ພູວົງສ໌
2021-11-10 -
-
-
Your browser doesn’t support HTML5 audio
ນັ້ນ ແມ່ນສຽງ ຂອງກຸ່ມຜູ້ປະທ້ວງ ທີ່ເປັນໂຕແທນ ນັກເຄື່ອນໄຫວດ້ານສິ່ງແວດລ້ອມ, ເຊິ່ງນຳໂດຍ ຍານາງ ເກຣ່ຕ້າ ເທີນແບ່, ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ທີ່ຍັງເປັນເຍົາວະຊົນ, ໄດ້ພາກັນມາປະທ້ວງ ຄູ່ຂນານກອງປະຊຸມ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດສາກົລ ຫຼື COP26 ທີ່ພວມຈັດຂຶ້ນ ທີ່ນະຄອນກລາສໂກວ໌ ປະເທດສະຫະຣາຊອາຈັກ ເພື່ອຮຽກຮ້ອງໃຫ້ບັນດາຜູ້ນຳໂລກ ທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ເອົາໃຈໃສ່ ໃນການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ ຢ່າງຈິງຈັງ ແລະ ບໍ່ແມ່ນການເວົ້າລ້າໆ.
“ໃນກອງປະຊຸມ COP26 ມີແຕ່ນັກການເມືອງ ແລະ ຄົນທີ່ມີອຳນາດ ທີ່ທຳທ່າເຮັດຄືວ່າ ຫ່ວງອະນາຄົດເອົາແທ້ເອົາວ່າ, ເຮັດຄືວ່າພວມແກ້ບັນຫາຢ່າງເຕັມທີ່ ເພື່ອຊ່ອຍຜູ້ທີ່ໄດ້ຮັບຜົລກະທົບ ຍ້ອນວິກິຈສະພາບດິນຟ້າອາກາດ. ຄວາມປ່ຽນແປງ ໃນການແກ້ໄຂບັນຫາ ຈະບໍ່ເກີດໃນກອງປະຊຸມ, ແຕ່ຈະເກີດຈາກຄົນຂ້າງນອກພີ້.”
ກອງປະຊຸມດັ່ງກ່າວ ມີຄວາມຄາດຫວັງຢ່າງແຮງກ້າວ່າ ຈະເຮັດທຸກວິທີທາງ ເພື່ອບໍ່ໃຫ້ໂລກ ປະສົບກັບພາວະໂລກຮ້ອນ ສູງຂຶ້ນອີກ 1.5 ອົງສາເຊລຊຽດສ, ໂດຍຜ່ານ 2 ແຜນງານໃຫຍ່ ນັ້ນກໍຄື ການຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ຫຼືກາກບ້ອນ ແລະ ຫຼຸດການຕັດໄມ້ທຳລາຍປ່າ.
ຜ່ານກອງປະຊຸມໄປ 2-3 ມື້, ຜູ້ນຳໂລກ ກໍໄດ້ສເນີ ແລະ ຮ່ວມກັນລົງນາມ ໃນອະນຸສັນຍາ ວ່າດ້ວຍ ການຢຸດການຕັດໄມ້ທຳລາຍປ່າ, ແຕ່ປະກົດວ່າ ປະເທດລາວ ແລະ ບາງປະເທດໃກ້ຄຽງ ໃນອ່າຊ້ຽນດ້ວຍກັນ ເປັນຕົ້ນ ໄທຍ, ພະມ້າ, ແລະ ກັມພູຊາ ບໍ່ໄດ້ລົງນາມ ໃນອະນຸສັນຍາດັ່ງກ່າວ ຈົນສ້າງຄວາມຕົກໃຈ ໃຫ້ບັນດານັກອະນຸຮັກສິ່ງແວດລ້ອມ ພາກັນຕັ້ງຄຳຖາມວ່າ ຍ້ອນຫຍັງ ປະເທດເຫຼົ່ານັ້ນ ລວມເຖິງປະເທດລາວ ຈຶ່ງບໍ່ລົງນາມໃນອະນຸສັນຍາດັ່ງກ່າວນີ້.
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບວຽກງານຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 4 ພຶສຈິກາ ວ່າ ເຫດຜົລທີ່ຣັຖບານລາວ ຍັງບໍ່ເຊັນອະນຸສັນຍາດັ່ງກ່າວ ກໍເນື່ອງຈາກວ່າ ປະເທດລາວ ຍັງເປັນປະເທດດ້ອຍພັທນາ ແລະ ຍັງຈຳເປັນ ທີ່ຕ້ອງນຳໃຊ້ເນື້ອທີ່ດິນ ແລະ ປ່າໄມ້ ຈຳນວນຫຼາຍ ໃນການພັທນາເສຖກິຈ-ສັງຄົມ.
“ເຣື່ອງສົນທິສັນຍານີ້ ເພາະວ່າ ເຮົາກໍເລັ່ງໃສ່ເຣື່ອງພາກກະສິກັມ ເພື່ອໃຫ້ຜລິດເປັນສະບຽງອາຫານຄືກັນ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ນ້າຈະໄດ້ທຶນໃນການພັທນາ ຫຼືວິຈັຍເຣື່ອງໂຄງການດິນຟ້າອາກາດ ກະຄວບຄູ່ໄປກັບການເບິ່ງສິ່ງແວດລ້ອມຫັ້ນນ່າ ເພື່ອບໍ່ໃຫ້ມັນສູນເສັຽສິ່ງແວດລ້ອມຫຼາຍຫັ້ນນ່າ.”
ເຈົ້າໜ້າທີ່ຜູ້ນີ້ ກ່າວຕື່ມອີກວ່າ ປະເທດລາວ ຍັງຕ້ອງການນໍາໃຊ້ທີ່ດິນ ຈໍານວນຫຼາຍ ເພື່ອຜລິຕສະບຽງອາຫານ ໃຫ້ພຽງພໍ ຕໍ່ກັບຄວາມຕ້ອງການຂອງປະຊາຊົນ ແລະ ນໍາໃຊ້ທີ່ດິນ ເພື່ອພັທນາໂຄງຮ່າງພື້ນຖານ ທີ່ຈໍາເປັນ ຮວມເຖິງນໍາໃຊ້ທີ່ດິນ ພັທນາໂຄງການຂນາດໃຫຍ່ ເພື່ອຊຸກຍູ້-ສົ່ງເສີມ ແຜນພັທນາເສຖກິຈ-ສັງຄົມ ໃຫ້ບັນລຸຕາມຄາດໝາຍ ຂອງປະເທດ.
ນອກຈາກນີ້, ເນື່ອງຈາກປະເທດລາວ ເປັນປະເທດທຸກຍາກ ບໍ່ມີທາງອອກສູ່ທະເລ ແລະ ຊັພຍາກອນ ພາຍໃນປະເທດ ກໍມີຈໍາກັດ, ແຕ່ປະເທດລາວ ພັດຕ້ອງການ ທີ່ຈະຫຼຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັທນາ ກ່ອນປີ 2030, ການນຳໃຊ້ເນື້ອທີ່ປ່າໄມ້ ຈຶ່ງເປັນຫົນທາງດຽວ ທີ່ຈະເຮັດໃຫ້ ແຜນພັທນາເສຖກິຈ-ສັງຄົມ ຂອງປະເທດ ບັນລຸໄດ້ຕາມຄາດໝາຍ, ຜ່ານການປ່ອຍໃຫ້ເຊົ່າ ຫຼືສັມປະທານທີ່ດິນ ເພື່ອພັທນາໂຄງການຕ່າງໆ ແລະ ຫຼາຍໂຄງການ ກໍຕ້ອງທໍາລາຍ ຊັພຍາກອນປ່າໄມ້ ແລະ ສັດປ່າຖິ້ມໄປນຳ ແລະ ຖືເປັນເຣື່ອງ ທີ່ຫຼີກເວັ້ນບໍ່ໄດ້. ດັ່ງເຈົ້າໜ້າທີ່ ສະຖາບັນຄົ້ນຄວ້າ ກະສິກັມ ແລະປ່າໄມ້ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ພຶສຈິກາ ນີ້ວ່າ:
“ເພິ່ນເອງ ກະບໍ່ໄດ້ໝາຍຄວາມວ່າທໍາລາຍ, ຕ່າງແຕ່ວ່າ ເຮົາຈະຕ້ອງໄດ້ຂາຍ ສ່ວນໃດສ່ວນນຶ່ງອອກໄປ ເພື່ອເອົາເງິນ ມາພັທນາປະເທດ”
ຂະນະທີ່ນັກສັງເກດການ ດ້ານເສຖກິຈໃນລາວ ທ່ານນຶ່ງ ກໍໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ພຶສຈິກາ ນີ້ວ່າ ເປັນເຣື່ອງທີ່ບໍ່ເໜືອຄວາມຄາດໝາຍ ທີ່ຣັຖບານລາວ ບໍ່ເຊັນອະນຸສັນຍາ ວ່າດ້ວຍການຢຸດຕັດໄມ້ ໃນກອງປະຊຸມ COP26 ທີ່ນະຄອນກລາສໂກວ໌ ເນື່ອງຈາກສະພາບໂຕຈິງ ຂອງໂຄງຮ່າງພື້ນຖານ ແລະ ສີສັນໃນການພັທນາເສຖກິຈ-ສັງຄົມ ໃນປະເທດລາວ ຈຳເປັນຕ້ອງຕິດພັນ ກັບການນຳໃຊ້ເນື້ອທີ່ປ່າໄມ້ ແລະ ການຂຍາຍເນື້ອທີ່ການກະເສຕ ເພື່ອຮອງຮັບກັບຈຳນວນປະຊາກອນ ທີ່ເພີ່ມຂຶ້ນນຳດ້ວຍ.
“ເຣື່ອງການຄວບຄຸມການຕັດໄມ້ ມັນກະເປັນການດີ ສຳລັບທຸກປະເທດເລີຍ ໃນແງ່ທີ່ວ່າ ຄັນມີການບໍຣິຫານ ຄຸ້ມຄອງຊັພຍາກອນທັມຊາດ, ໂດຍສະເພາະ ກະແມ່ນເຣື່ອງໄມ້ນີ້ແຫຼະ. ບາດນີ້, ຄັນມາຮັກສາປ່າ ແຕ່ປະເທດເຫຼົ່ານີ້ ມີພົລເມືອງຫຼາຍຂຶ້ນ ຫຼືວ່າ ເຖິງບໍ່ມີພົລເມືອງຫຼາຍຂຶ້ນ, ແຕ່ຢາກພັທນາ ທາງດ້ານກະສິກັມ, ເຊິ່ງຕ້ອງມີການຂຍາຍເນື້ອທີ່ດິນ. ຄັນເຂົາບໍ່ຕັດໄມ້ອອກ ເພື່ອບໍ່ໃຫ້ເຮັດກະສິກັມ ເຂົາຊິເຮັດຈັ່ງໃດ? ເພາະສະນັ້ນ, ເຂົາຈະຕ້ອງເປີດຫົນທາງໄວ້ ເພື່ອຂຍາຍທີ່ດິນ ສຳລັບກະສິກັມ.”
ທ່ານກ່າວເພີ່ມວ່າ ຕາມທິສດີແລ້ວ, ໃນປະເທດດ້ວຍພັທນາ ລວມເຖິງປະເທດລາວ ລາຍຮັບທີ່ໄດ້ ຈາກການນຳໃຊ້ເນື້ອທີ່ປ່າໄມ້ ແມ່ນຍັງມີສູງ ແລະ ເປັນສ່ວນສຳຄັນ ໃນການປະກອບສ່ວນ ເຂົ້າສູ່ງົບປະມານ ຂອງປະເທດ ຈຶ່ງເປັນສິ່ງທີ່ຍາກ ທີ່ຈະບໍ່ໃຫ້ມີການຕັດໄມ້ ຫຼືຫຼຸດການໃຊ້ເນື້ອທີ່ປ່າໄມ້ ໃນປັດຈຸບັນ.
ນອກຈາກນີ້, ອີງຕາມແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາຕ 5 ປີ ຂອງຣັຖບານລາວ 2021-2025 ກໍສາມາດເຫັນໄດ້ວ່າ ບັນດາກະຊວງຕ່າງໆ ຍັງມີແຜນນຳໃຊ້ເນື້ອທີ່ດິນ ຢ່າງມະຫາສານ ແລະ ການຢຸດການຕັດໄມ້ນັ້ນ ເປັນສິ່ງທີ່ບໍ່ສົມເຫດສົມຜົລ ແລະ ເປັນໄປໄດ້ຍາກທີ່ສຸດ. ເປັນຕົ້ນວ່າ ກະຊວງແຜນການ ແລະ ການລົງທຶນ ກໍຍັງມີແຜນດຶງດູດການລົງທຶນ ຜ່ານການໃຫ້ສັມປະທານທີ່ດິນ ແກ່ໂຄງການພັທນາຕ່າງໆ ຈາກຕ່່າງປະເທດ, ກະຊວງກະສິກັມ ແລະ ປ່າໄມ້ ກໍຍັງມີແຜນ ການຂຍາຍເນື້ອທີ່ການກະເສຕ ໃນໂຄງການປູກຝັງ ແລະ ລ້ຽງສັດ ໃນບັນດາແຂວງ ແລະ ເມືອງທຸກຍາກຕ່າງໆ ເພື່ອຄ້ຳປະກັນສະບຽງອາຫານ, ກະຊວງພະລັງງານ ແລະ ບໍ່ແຮ່ ກໍຍັງມີແຜນການຂຸດຄົ້ນບໍ່ແຮ່ ແລະ ສ້າງເຂື່ອນໄຟຟ້າ ອີກຫຼາຍ 100 ແຫ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ກໍຍັງມີແຜນກໍ່ສ້າງ ແລະ ຂຍາຍເສັ້ນທາງ ໄປຍັງຫົວເມືອງຕ່າງໆ ອີກຫຼາຍ 1,000 ກິໂລແມັຕ ຕາມຄຳຂວັນທີ່ວ່າ “ເສັ້ນທາງໄປຮອດໃສ ຄວາມສີວິລັຍໄປຮອດຫັ້ນ”. ດັ່ງນັ້ນ, ອະນຸສັນຍາ ວ່າດ້ວຍ ການຢຸດການຕັດໄມ້ ຂອງສາກົລ ຈຶ່ງຍັງບໍ່ສອດຄ່ອງ ກັບລັກສະນະສະເພາະ ໃນການພັທນາເສຖກິຈ-ສັງຄົມ ຂອງປະເທດລາວ ໃນປັດຈຸບັນເທື່ອ, ອີງຕາມຄວາມເຫັນ ຂອງນັກສັງເກດການ ດ້ານເສຖກິຈໃນລາວ.
ສ່ວນນັກສົ່ງເສີມສິ່ງແວດລ້ອມ ໃນລາວ ກໍໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 9 ພຶສຈິກາ ນີ້ວ່າ ແນ່ນອນ, ການຢຸດການຕັດໄມ້ ທຳລາຍປ່າໃນລາວ ຄົງເປັນສິ່ງທີ່ຫຼີກເວັ້ນໄດ້ຍາກ, ແຕ່ສິ່ງທີ່ພາກສ່ວນທີ່ກ່ຽວຂ້ອງ ສາມາດເຮັດໄດ້ ແມ່ນຄວນມີການຄຸ້ມຄອງ ແລະ ບໍຣິຫານຈັດການປ່າໄມ້ ແລະ ການນຳໃຊ້ປ່າໄມ້ ໃຫ້ດີທີ່ສຸດ ເພື່ອຮັບປະກັນວ່າ ປ່າໄມ້ຈະບໍ່ຖືກທຳລາຍ ເກີນຂອບເຂດຄວາມຈຳເປັນ.
“ແນ່ນອນເນາະ ເພາະວ່າໃນເຣື່ອງ ຂອງການຕັດໄມ້ທຳລາຍປ່າ ມັນມີຜົລຢູ່ແລ້ວ, ໂດຍສະເພາະແມ່ນ ເຣື່ອງຂອງຊີວະນາໆພັນ. ໃນຖານະທີ່ປະເທດເຮົາບໍ່ເຊັນຫັ້ນ, ໂດຍສ່ວນຕົວ ສ່ວນນຶ່ງກະພໍດີ ພໍຮັບຟັງໄດ້ ເພາະວ່າ ດ້ວຍຄວາມທີ່ປະເທດເຮົາ ຕ້ອງໄດ້ນຳໃຊ້ທີ່ດິນ ລະກະເຣື່ອງ ຂອງການກະເສຕ. ດ້ວຍການຈັດສັນ ມັນດີຢູ່ແລ້ວ, ພຽງແຕ່ວ່າ ເຮັດ ແລະ ປະຕິບັດຕາມການຈັດສັນ ລະກະມີແຕ່ເພີ່ມຢ່າງດຽວ ກະຄືວ່າ ຕ້ອງເອົາຈິງເອົາຈັງ ກັບບັນດານະໂຍບາຍ ລະກະມາຕການ ທີ່ຣັຖບານໄດ້ວາງອອກ. ພຽງທໍ່ນັ້ນ, ມັນກະພໍດີແລ້ວ.”
ທ່ານກ່າວເພີ່ມວ່າ ຜ່ານການຄຸ້ມຄອງທີ່ດີນັ້ນ, ກໍຄວນເຮັດໃຫ້ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຜູ້ທີ່ເຮັດວຽກປົກປັກຮັກສາ ແລະ ຄຸ້ມຄອງປ່າໄມ້ ໂຕຈິງ ມີຄວາມຮູ້ ແລະ ຄວາມສາມາດ ໃນການຄຸ້ມຄອງປ່າໄມ້ ໃຫ້ດີທີ່ສຸດ.
ເຖິງຢ່າງໃດກໍຕາມ, ບໍ່ວ່າຣັຖບານລາວ ຈະຮ່ວມ ຫຼືບໍ່ຮ່ວມລົງນາມ ໃນອະນຸສັນຍາ ວ່າດ້ວຍ ການຢຸດການຕັດໄມ້ ກໍຕາມ, ແຕ່ສິ່ງທີ່ປະເທດລາວ ຫຼີກເວັ້ນບໍ່ໄດ້ນັ້ນ ກໍແມ່ນຜົລກະທົບ ຈາກບັນຫາສະພາບ ຂອງການປ່ຽນແປງດິນຟ້າອາກາດ ທີ່ຮຸນແຮງຂຶ້ນ ອັນເກີດມາຈາກສະພາວະ ທີ່ໂລກຮ້ອນຂຶ້ນ ແລະ ການຕັດໄມ້ທຳລາຍປ່າ ທີ່ຫຼາຍຂຶ້ນ. ໂຕຢ່າງທີ່ເຫັນໄດ້ຈະແຈ້ງ ກໍແມ່ນວ່າ ໄລຍະ 3 ຫາ 4 ປີມານີ້, ມັກຈະເກີດພັຍພິບັດ ທາງທັມຊາດ ຂນາດໃຫຍ່ເກືອບທຸກປີ, ເຊິ່ງມີຄວາມຖີ່ຂຶ້ນ ແລະ ຮຸນແຮງຂຶ້ນໃນ ບໍ່ວ່າຈະເປັນພັຍນ້ຳຖ້ວມ, ດິນເຈື່ອນ, ສະພາບມົລພິດໃນອາກາດ ທີ່ຮ້າຍແຮງຂຶ້ນ ແລະ ໄຟໄໝ້ປ່າ ທີ່ເຮັດໃຫ້ເນື້ອທີ່ປ່າໄມ້ ທັງປ່າສງວນ ແລະ ປ່າຜລິຕ ເສັຽຫາຍເປັນຈຳນວນຫຼາຍ 10,000 ຫາ 100,000 ເຮັກຕ້າຣ ໃນແຕ່ລະປີ.
ໃນລະຫວ່າງກອງປະຊຸມ COP26 ທີ່ຈັດຂຶ້ນ ລະຫວ່າງວັນທີ 31 ຕຸລາ ຫາວັນທີ 12 ພຶສຈິກາ 2021 ນີ້, ທ່ານ ອັ່ນໂຕ່ນິໂອ່ ກູ່ເຕ່ເຣສ, ເລຂາທິການໃຫຍ່ ອົງການສະຫະປະຊາຊາຕ ກໍໄດ້ກ່າວສູນທອນພົຈ ໃນມື້ເປີດກອງປະຊຸມ ເພື່ອຮຽກຮ້ອງ ໃຫ້ບັນດາຜູ້ນຳ ປະເທດຕ່າງໆໃນໂລກ ເຫັນເຖິງຄວາມສຳຄັນ ແລະ ຊ່ອຍຊອກວິທີ ຍຸຕິການທຳລາຍສະພາບແວດລ້ອມ ແລະ ຊີວະນາໆພັນ ຮ່ວມກັນຢ່າງຈິງຈັງ ກ່ອນຈະຫຼ້າສວາຍ ເກີນທີ່ຈະສາມາດແກ້ບັນຫາໄດ້ທັນ.
“ພວກເຮົາພໍ້ກັບທາງເລືອກແບບສຸດຂົ້ວ, ພວກເຮົາຈະເປັນຜູ້ຢຸດບັນຫາ ຫຼືໃຫ້ບັນຫາຢຸດເຮົາ? ຮອດຍາມແລ້ວ, ທີ່ພວກເຮົາຕ້ອງເວົ້າວ່າ ພໍແລ້ວ. ພໍແລ້ວ ກັບການທຳລາຍຄວາມຫຼາກຫຼາຍ ທາງດ້ານຊີວະນາໆພັນ, ພໍແລ້ວກັບການທຳລາຍໂຕເອງ ດ້ວຍການປ່ອຍອາຍພິດກາກບ້ອນ. ພໍແລ້ວກັບການໃຊ້ທັມຊາດ ຄືຈັ່ງວ່າໃຊ້ຫ້ອງນ້ຳ. ພໍແລ້ວທີ່ຈະເຜົາໄໝ້ ແລະ ຂຸດຄົ້ນແຮ່ທາດໃຫ້ເລິກລົງໄປອີກ. ພວກເຮົາພວມຂຸດຂຸມຝັງໂຕເອງ”
ທັງໝົດທີ່ໄດ້ກ່າວໄປນັ້ນ, ແມ່ນການສະທ້ອນໃຫ້ເຫັນເຖິງ ສິ່ງທີ່ເກີດຂຶ້ນ ໃນລະຫວ່າງກອງປະຊຸມ COP26 ທີ່ນະຄອນກລາສໂກວ໌ ປະເທດສະຫະຣາຊອານາຈັກ ແລະ ຄວາມຄຶດເຫັນ ຕໍ່ການທີ່ຣັຖບານລາວ ຍັງບໍ່ຮ່ວມລົງນາມ ໃນອະນຸສັນຍາ ວ່າດ້ວຍ ການຢຸດການຕັດໄມ້ ທີ່ຫຼາຍປະເທດໄດ້ລົງນາມ ເພື່ອເປັນ 1 ໃນແຜນງານ ທີ່ຈະເຮັດໃຫ້ສະພາບ ດິນຟ້າອາກາດໃນໂລກ ບໍ່ເສື່ອມໂຊມ ຮ້າຍແຮງລົງໄປກວ່ານີ້. ສບາຍດີ.