ຣັຖບານ ອອກຄຳສັ່ງ ແກ້ໄຂບັນຫາ ປ່າໄມ້ຖືກທຳລາຍ ຫຼາຍຂຶ້ນ

ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງເລກທີ 11/ນຍ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາ ການບຸກລຸກທໍາລາຍປ່າໄມ້, ການຊື້-ຂາຍທີ່ດິນ ທີ່ມີປ່າໄມ້, ການຖາງປ່າ ແລະ ຈູດປ່າ ໃນແຕ່ລະປີ ເພື່ອຄຸ້ມຄອງ ແລະ ຮັກສາປ່າໄມ້ ໃຫ້ປົກຫຸ້ມ 70% ແຕ່ຫຼາຍພາກສ່ວນ ໃຫ້ຄຳຄິດເຫັນວ່າ ເປັນເຣື່ອງຍາກ.

ບ້ານຈັດສັນແຫ່ງນຶ່ງ ສ້າງຂຶ້ນຢູ່ສັນພູ (ກາງປ່າ) ເພື່ອນທົດແທນໃຫ້ຊາວ ຈຳນວນຫຼາຍຄອບຄົວ ທີ່ຖືກໂຄງການພັທນາແຫ່ງນຶ່ງ ທາງພາກເໜືອຂອງລາວ. ວັນທີ 16 ຕຸລາ ປີ 2022. RFA

ໃນມື້ວັນທີ 21 ກໍຣະກະດາ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງເລກທີ 11/ນຍ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາ ການບຸກລຸກທໍາລາຍປ່າໄມ້, ການຊື້-ຂາຍທີ່ດິນ ທີ່ມີປ່າໄມ້, ການຖາງປ່າ ແລະ ຈູດປ່າ ທີ່ທ່າອຽງເພີ່ມຂຶ້ນ ໃນແຕ່ລະປີ ເພື່ອໃຫ້ຫລຸດລົງ, ເພື່ອຄຸ້ມຄອງ ແລະ ຮັກສາປ່າໄມ້ ໃຫ້ປົກຫຸ້ມ 70% ຂອງເນື້ອທີ່ ທົ່ວປະເທດ ພາຍໃນປີ 2035 ຕາມຍຸດທະສາດ ປ່າໄມ້ແຫ່ງຊາຕ ສະບັບໃໝ່. 

ດ້ານອົງການ ການຕິດຕາມ ສະພາບປ່າໄມ້ຂອງໂລກ ຫລື Global Forest Watch ລະບຸວ່າ ຕັ້ງແຕ່ປີ 2002 ຫາປີ 2022 ລາວ ສູນເສັຍພື້ນທີ່ປ່າໄມ້ ດັ້ງເດີມ (Primary Forest) ກ່ວາ 1 ລ້ານເຮັກຕ້າຣ໌ ເຊິ່ງຄິດເປັນ 24% ຂອງພື້ນທີ່ ທີ່ສູນເສັຍຕົ້ນໄມ້ປົກຫຸ້ມ (Tree Cover Loss). ກ່ອນໜ້ານີ້ ກະຊວງກະສິກັມ ແລະ ປ່າໄມ້ຂອງລາວ ໄດ້ຣາຍງານວ່າ ປັດຈຸບັນ ລາວມີປ່າໄມ້ປົກຫຸ້ມພຽງ 40% ຂອງພື້ນທີ່ທັງໝົດ ຂອງປະເທດ ຄືຫລຸດລົງຈາກປີ 1940 ທີ່ມີ 70%.

ນັກອະນຸຮັກ ທ່ານນຶ່ງ ກ່າວວ່າ ເປົ້າໝາຍດ້ານການ ອະນຸຮັກປ່າໄມ້ ແລະ ແນວທາງດ້ານເສຖກິຈ ຂອງປະເທດ ສວນທາງກັນ ເຮັດໃຫ້ການເພີ່ມພື້ນທີ່ປ່າໄມ້ ໃຫ້ປົກຫຸ້ມເຖິງ 70% ຂອງປະເທດ ພາຍໃນປີ 2035 ນັ້ນ ເປັນໄປໄດ້ຍາກ.

ດັ່ງ ທ່ານກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ກໍຣະກະດາ ນີ້ວ່າ:

“ມັນ (ພື້ນທີ່ປ່າ) ຕ້ອງຫລຸດແນ່ນອນ. ມັນຈະບໍ່ເພພີ່ມກັນເດັດຂາດ ຊ່ວງນີ້ມີການປູກມັນຕົ້ນ ແຫ້ງໜັກຫນ້າເລີຍ ຫນັກໄປທາງນັ້ນ. ໂອ! ເປັນໄປໄດ້ຍາກ ຍ້ອນຫຍັງ. ອັນທີ່ນຶ່ງ ມັນສວນທາງ ໃນສິ່ງທີ່ຢາກເຮັດ ແລະຄວາມເປັນຈິງເນາະ. ອັນທີ່ຢາກເຮັດຄື ຢາກໄດ້ເລກປ່າໄມ້ 70% ແຕ່ວ່າຄວາມເປັນຈິງນີ້ ຢາກໄດ້ຕົວເລກ ທາງເສຖກິຈ ມາພັທນາ ຄໍາວ່າພັທນາຫັ້ນ ກໍຄື ການທໍາລາຍ ຊັບພະຍາກອນ ຫັ້ນແຫລະ.” 

ຂະນະທີ່ຊາວບ້ານ ຢູ່ແຂວງທາງພາກໃຕ້ ທ່ານນຶ່ງກ່າວວ່າ ເປົ້າໝາຍໃນການເຮັດໃຫ້ມີພື້ນທີ ປ່າໄມ້ປົກຫຸ້ມ 70% ນັ້ນ ໜ້າຈະເປັນໄປບໍ່ໄດ້ ເພາະຍັງມີປະຊາຊົນບຸກລຸກພື້ນທີ່ປ່າ ຍ້ອນຕ້ອງຫາລ້ຽງຊີບ ຣັຖບານບໍ່ມີ ມາຕການມາສົ່ງເສີມເທື່ອ.

ດັ່ງ ທ່ານ ກ່າວວ່າ: 

“ແມ່ນໆ ຫລຸດລົງ ຫລຸດລົງໄປເລື້ອຍໆທີ່ເພີ່ນວ່າໃຫ້ໄດ້ 70% ຄວາມຄິດສ່ວນຕົວ ແລະ ຄວາມຄິດຂອງຄົນລາວທົ່ວໄປ ແມ່ນວ່າ ບໍ່ໄດ້ແນ່ນອນ ເພະວ່າ ຄົນລາວສ່ວນຫລາຍແມ່ນວ່າ ຍືດຖື ຖາງປ່າ ເຮັດໄຮ່ ປູກມັນຕົ້ນ, ປູກກ້ວຍ, ປູກກາເຟ, ປູກຫລາຍໆຢ່າງ. ຢຸດບໍ່ໄດ້ ວ່າຊັ້ນສາ ເພາະວ່າ ຄັນບໍ່ຕັດໄມ້ ທໍາລາຍປ່າ ບໍ່ປູກມັນຕົ້ນ ບໍ່ປູກພືດຜັກຈັ່ງຊີ ກໍບໍ່ມີຫຍັງກິນເດ້ ເພາະວ່າໃນການສນັບສນູນແນວອື່ນ. ມັນກໍບໍ່ມີ ປະຊາຊົນ ຄົນລາວ ສ່ວນຫລາຍແມ່ນເພິ່ງຕົນເອງຫລາຍກວ່າ 90% ເລີຍ.” 

ທ່ານ ກ່າວຕື່ມວ່າ ນອກຈາກການຖາງປ່າ ເຮັດໄຮ່ ຂອງປະຊາຊົນແລ້ວ ສາເຫດນຶ່ງທີ່ເຮັດໃຫ້ ພື້ນທີ່ປ່າໄມ້ຫລຸດລົງ ກໍເພາະ ຣັຖບານໃຫ້ພື້ນທີ່ສັມປະທານ ໃນການປູກພືດເສຖກິຈ ແກ່ນາຍທຶນນໍາ.

ດັ່ງທ່ານກ່າວ ຕື່ມວ່າ: 

“ປ່າໄມ້ຫລຸດລົງ ໃນປະທດລາວ ເນື່ອງຈາກ ຣັຖບານເປີດໃຫ້ ຕ່າງປະເທດມາ ສັມປະທານ ປ່າໄມ້ຢູ່ປະເທດລາວ ຫລາຍຂຶ້ນ. ທີ່ເຮົາເຫລົ່າວ່າ ປະຊາຊົນເຮັດໄຮ່ຫລາຍຂຶ້ນ ຈິງໆ ແລ້ວ ກໍໄປທັ້ງສອງຝ່າຍ ຈີນ. ດຽວນີ້ປູກກ້ວຍ, ປູກອ້ອຍ, ຍາງພາຣາ, ປູກມັນຕົ້ນ, ປູກທຸຣຽນ ຢູ່ພາກໃຕ້ທີ່ປູກໝົດເລີຍ. ດຽວນີ້ ສັມປະທານຢູ່ປະເທດລາວ ສະເພາະ ພາກໃຕ້ນີ້ຂັ້ນຕ່ໍາ ບໍຣິສັດນຶ່ງ 150-200 ຫາ 1,000 ເຮັກຕ້າຣ໌.”

ນີ້ແມ່ນສອດຄ້ອງກັບຂໍ້ມູນຈາກ Global Forest Watch ທີ່ ລະບຸວ່າ ສາເຫດຫລັກຂອງ ສູນເສັຍພື້ນທີ່ຕົ້ນໄມ້ປົກຫຸ້ມ ແມ່ນ ການຂຍາຍຕົວຂອງເມືອງ (Urbanization) ແລະ ຕັດໄມ້ທໍາລາຍປ່າ, ເພື່ອປູກພືດເສຖກິຈ, ເພື່ອການສົ່ງອອກ (Commodity-Driven Deforestation).

ອີງຕາມ ສະຖິຕິ ປີ 2022 ຈາກກົມປູກຝັງ ກະຊວງກະສິກັມ ແລະ ປ່າໄມ້ ປະເທດລາວ ມີເນື້ອທີ່ປູກພືດ ທີ່ເປັນສິນຄ້າ ມີທັງໝົດ 563,696 ເຮັກຕ້າຣ໌, ປູກມັນຕົ້ນໄປແລ້ວ 194,900 ເຮັກຕ້າຣ໌, ປູກກາເຟ 95,500 ເຮັກຕ້າຣ໌ ແລະ ປູກສາລີແຂງ 92,759 ເຮັກຕ້າຣ໌. 

ເສັ້ນທາງ ຂອງໂຄງການພັທນາແຫ່ງນຶ່ງ ທີ່ຕ້ອງຕັດຜ່ານປ່າໄມ້ ທາງພາກເໜືອຂອງລາວ. ວັນທີ 16 ຕຸລາ ປີ 2022. ຮູບພາບ: RFA

ອີກນຶ່ງສາເຫດ ຂອງການສູນເສັຍພື້ນທີ່ປ່າໃນລາວ ກໍຍ້ອນ ການກໍ່ສ້າງໂຄງຮ່າງພື້ນຖານ ເປັນຕົ້ນ ເຂື່ອນ, ສາຍສົ່ງໄຟຟ້າ ຮວມເຖິງການ ສັມປະທານບໍ່ແຮ່ ເຮັດໃຫ້ພື້ນທີ່ປ່າໄມ້ ໃນຫລາຍແຂວງ ຍັງບໍ່ຮອດເປົ້າໝາຍ ເຖິງວ່າ ຣັຖບານລາວ ພະຍາຍາມປູກຕົ້ນໄມ້ທົດແທນຢູ່ກໍຕາມ.

ດັ່ງ ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພະແນກ ກສິກັມ ແລະ ປ່າໄມ້ ຢູ່ແຂວງທາງພາກເໜືອ ກ່າວວ່າ: 

“40 ປາຍ (ເປີເຊັນ) ບໍ່ໄດ້ສໍາຣວດແຕ່ດົນແລ້ວ ແຕ່ດຽວນີ້ ມັນມີຍາງພາຣາແລ້ວເດ່. ມາຊ່ວຍຫັ້ນນ່າ ມີແຕ່ວ່າ ໃນເຂດກໍ່ສ້າງພື້ນຖານໂຄງຮ່າງ ໂດຍສະເພາະ ກໍແມ່ນເຮັດເຂື່ອນບໍ່ ຫລືວ່າ ໂຄງການຂຸດຄົ້ນ ບໍ່ແຮ່ ອິຫຍັງ. ແລ້ວກໍສາຍສົ່ງຕາຂ່າຍໄຟຟ້າບໍ່ ເຂື່ອນຫັ້ນ ມັນບໍ່ສາມາດຟື້ນຟູໄດ້ແລ້ວ. ອັນນັ້ນແມ່ນຜ່ານປ່ຽນຖາວອນແລ້ວ.”

ຢູ່ແຂວງຊຽງຂວາງ ມີພື້ນທີ່ປ່າໄມ້ປົກຫຸ້ມ 54.9% ເຮັດໃຫ້ແຂວງ ລົດເປົ້າໝາຍ ໃນການມີປ່າໄມ້ປົກຫຸ້ມ ຈາກ 70% ເຫລືອ 60% ພາຍໃນປີ 2035 ໂດຍສາເຫດ ຂອງການຫລຸດລົງຂອງພື້ນທີ່ປ່າໄມ້ ມາຈາກ ການຕັນເຂື່ອນ ທີ່ເຮັດໃຫ້ນ້ໍາທ້ວມພື້ນທີ່ປ່າ ການບຸກລຸກພື້ນທີ່ປ່າ ຂອງຊາວບ້ານ ແລະ ການຂຸດຄົ້ນບໍ່ແຮ່.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງກ່າວວ່າ:

“ໂຕທ້າທາຍກໍຄື ອັນທີ່ນຶ່ງ ກໍເຣື່ອງຕັນເຂື່ອນແຫລະ ຕົວນີ້ ນ້ໍາງື່ມ4 ນ້ໍາງື່ມ3 ເຂື່ອນນ້ໍາງຽບ, ເຂື່ອນນ້ໍາໂມະ ລ້ວນແລ້ວແຕ່ ທ້ວມປ່າໄມ້ ພວກເຮົາຈໍານວນນຶ່ງ. ອັນທີ່ສອງ ກໍບຸກລຸກ ກະສິກັມເຮົານີ່ເນາະ ກໍປັດຈຸບັນ ເຂົາກໍາລັງບຸກລຸກຫັ້ນແຫລະ ເປັນຕົ້ນວ່າ ປູກໄຮ່ສາລີ, ແລ້ວປູກມັນຕົ້ນຫັ້ນນ່າ ບໍ່ແຮ່ກໍມີສ່ວນນຶ່ງ ຜົລກະທົບບໍ່ແຮ່ ຊິມີຫລາຍເຕີບ ແຕ່ວ່າກໍບໍ່ທັນໄດ້ມີຂໍ້ມູນລະອຽດ.” 

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ພື້ນທີ່ບາງເຂດ ຍັງບໍ່ໄດ້ກໍາຫນົດພື້ນທີ່ແນ່ນອນ ວ່າ ເປັນເຂດປ່າໄມ້ 3 ປະເພດ ຢ່າງຈະແຈ້ງ ເຮັດໃຫ້ຊາວບ້ານ ບຸກລຸກເຂົ້າໄປຖາງປ່າເຮັດໄຮ່ໄດ້ ແນວທາງທີ່ຈະໃຊ້ ໃນການເພີ່ມພື້ນທີ່ປ່າໄມ້ ຈຶ່ງເປັນການກໍານົດພື້ນທີ່ປ່າໄມ້ ໃຫ້ຈະແຈ້ງ ພ້ອມກັບຟື້ນຟູປ່າໄມ້ ປູກໄມ້ຄືນ ແລະ ປັບປຸງຊີວິຕຄວາມເປັນຢູ່ ສົ່ງເສີມບໍ່ໃຫ້ຊາວບ້ານທີ່ຢູ່ໃກ້ເຂດປ່າໄມ້ ບຸກລຸກປ່າໄດ້ຕື່ມ ເຖິງຢ່າງໃດກໍຕາມ ແນວທາງແກ້ໄຂ ກໍຍັງຂາດເຂີນງົບປະມານ ເຮັດໃຫ້ວຽກງານລ່າຊ້າ. 

ຣັຖບານ ກໍມີແຜນແມ່ບົດ ໃນການຈັດສັນປ່າໄມ້ ໃນທົ່ວປະເທດ ໄປຮອດປີ 2035. ພາຍໃຕ້ແຜນດັ່ງກ່າວ ຣັຖບານຈະຈັດໃຫ້ ເປັນເຂດປ່າສງວນ ເຖິງ 4.7 ລ້ານເຮັກຕ້າຣ໌, ປ່າອະນຸຮັກ 8.2 ລ້ານເຮັກຕ້າຣ໌, ປ່າຜລິດ 3.1 ລ້ານເຮັກຕ້າຣ໌ ແລະ ພື້ນທີ່ເຮັດການກະສິກັມ 5 ແສນເຮັກຕ້າຣ໌. ເປົ້າໝາຍກໍຄື ການຮັກສາ ພື້ນທີ່ປ່າໄມ້ ປະມານ 16.5 ລ້ານເຮັກຕ້າຣ໌ ແລະ ເພີ່ມປ່າປົກຄຸມ ເປັນ 70% ໃນທົ່ວປະເທດ ພາຍໃນປີ 2035.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org