ໄຟໄໝ້ບໍ່ຖ່ານຫີນອາຈມີ ຂໍ້ ຂັດແຍ້ງ
2014.06.10

ເຈົ້າຫນ້າທີ່ ທ່ານນຶ່ງ ຢືນຢັນວ່າ ການທີ່ ຜແນກ ພລັງງານ ແລະ ບໍ່ແຮ່ ແຂວງ ຫົວພັນ ໄດ້ ອະນຸມັດ ການ ສຳປະທານ ໃຫ້ກັບ ບໍຣິສັດ ວຽດນາມ ໃນການ ຂຸດຄົ້ນ ຖ່ານຫີນ ທີ່ ເມືອງ ຊຳເຫນືອ ແຂວງ ຫົວພັນ ນັ້ນເປັນ ການກະທຳ ທີ່ຜິດ ກົດຫມາຍ ຍ້ອນວ່າ ເຈົ້າຫນ້າທີ່ ຂັ້ນແຂວງ ບໍ່ມີສິດ ໃນການ ໃຫ້ ສຳປະທານ ໂຄງການ ຂນາດໃຫຍ່ ດັ່ງນັ້ນ ຈື່ງເຊື່ອວ່າ ການກະທຳ ດັ່ງກ່າວ ອາດມີຜົລ ປໂຍດ ທັບຊ້ອນ. ດັ່ງ ທ່ານກ່າວ ວ່າ:
"ສັມປະທານ ປີ 2015 ທາງການ ແຂວງ ເປັນ ຜູ້ອອກ ເພາະ ອິງຕາມ ກົດຫມາຍ ແຂວງ ບໍ່ມີສິດ ອອກມີແຕ່ ສູນກາງ ທີ່ມີສິດ ອອກ ແຕ່ຍ້ອນຢາກ ໄດ້ເງີນ ໄດ້ຄຳ ທາງແຂວງ ຕ້ອງເລີຍ ອອກໃຫ້ ນັກລົງທຶນ ວຽດນາມ".
ທ່ານກ່າວ ຕຶ່ມວ່າ ໂຄງການ ຂຸດຄົ້ນ ຖ່ານຫີນ ທີ່ ເມືອງຊຳເຫນືອ ແຂວງ ຫົວພັນ ຂອງ ບໍຣິສັດ 667 ທີ່ ເກີດໄຟໄຫມ້ ວ່າງເດືອນ ພຶສພາ ປີ 2014 ເປັນໂຄງການ ທີ່ ມີບັນຫາ ຍ້ອນ ບໍຣິສັດ ວຽດນາມ ໄດ້ເຂົ້າມາ ຂຸດ ຖ່ານຫີນ ໂດຍໄດ້ຮັບ ອະນຸມັດ ສຳປະທານ ຈາກທາງ ການແຂວງ ຊື່ງ ຕາມຄວາມ ເປັນຈີງ ແລ້ວ ແຂວງ ບໍ່ມີສິດ ອະນຸມັດ ແຜນການ ຂນາດໃຫຍ່ ມີແຕ່ຈາກ ກະຊວງ ພລັງງງານ ແລະ ບໍ່ແຮ່ ຂອງ ຣັຖບານ ເທົ່ານັ້ນ.
ບໍຣິສັດ ວຽດນາມ ດັ່ງກ່າວ ໄດ້ເຂົ້າມາ ຂຸດຄົ້ນ ຖ່ານຫີນ ເທື່ອ ທຳອິດ ໃນປີ 2009 ໂດຍແຂວງ ອະນຸມັດ ໃຫ້ຂຸດຄົ້ນ ໃນພື້ນທີ່ ບ້ານຫວ້ຍຄົງ ແລະ ບ້ານດອນ ເມືອງ ຊຳເຫນືອ ແຂວງ ຫົວພັນ ຮອດປີ 2015 ໃຫ້ ສາມາດ ຂຸດໄດ້ 1 ແສນ ຕັນ ແຕ່ວ່າງຫລັງໆ ມານີ້ ມີຂ່າວວ່າ ບໍຣິສັດ ວຽດນາມ ຖືກໃຫ້ ຍົກເລີກ ສັນຍາ ຍ້ອນກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ໄດ້ ອະນຸດຍາດ ສຳປະທານ ໃຫ້ ບໍຣິສັດ ຈີນ ເຂົ້າມາສຳ ຫຣວດ ແທນ. ຊາວບ້ານ ເຊື່ອວ່າ ຍ້ອນເຫດຜົລ ດັ່ງກ່າວ ອາດເປັນ ສາເຫດ ເຮັດໃຫ້ ເກີດ ໄຟໄຫມ້.