ໂຮງງານຈີນສ້າງມົລພິດ ເດືອດຮ້ອນ ຊາວບ້ານ

ສຸພັດຕາ
2021.04.07
ໂຮງງານຈີນສ້າງມົລພິດ ເດືອດຮ້ອນ ຊາວບ້ານ ໂຮງງານກັ່ນນ້ຳມັນ ທີ່ ສົ່ງກິ່ນເໝັນ ຈົນຊາວບ້ານ ບ້ານໜອງຂອນ, ເມືອງໂພນໂຮງ ແຂວງວຽງຈັນ ເດືອດຮ້ອນ. ຮູບຖ່າຍເມື່ອ: ເດືອນ ເມສາ ປີ 2021. ໂດຍ: TS
RFA

ຊາວບ້ານ ບ້ານໜອງຂອນ ເມືອງໂພນໂຮງແຂວງວຽງຈັນ ໄດ້ຮັບຄວາມເດືອດຮ້ອນ ຈາກໂຮງງານຕົ້ມນໍ້າມັນ ຂອງນັກລົງທຶນຈີນ ທີ່ປ່ອຍຄວັນອອກມາ ຈາກໂຮງງານ ເຮັດໃຫ້ ຊາວບ້ານ ທີ່ຢູ່ໃກ້ກັບໂຮງງານ ດັ່ງກ່າວ ປະມານ 29 ຄອບຄົວ ໄດ້ຮັບຜົລກະທົບ ຂີວເໝັນແຮງ ບາງຄົນກໍມີອາການຫາຍໃຈ ຈົນເມື່ອຍ, ວິນຫົວ ແລະ ປວດຮາກ ເຊິ່ງຊາວບ້ານ ພາກັນອົດທົນ ກັບກິ່ນເໝັນນັ້ນ ມາເປັນເວລາ 2 ປີແລ້ວ.

ທີ່ຜ່ານມາ ຊາວບ້ານກໍໄດ້ແຈ້ງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ລົງມາກວດກາຢູ່, ແຕ່ກໍຍັງແກ້ໄຂບໍ່ໄດ້ ເພາະທາງໂຮງງານຈີນບໍ່ຍອມ ຢຸດເຊົາ. ມາໃນປີ 2021 ນີ້ ໂຮງງານຕົ້ມນໍ້າມັນ ຂອງຈີນ ກໍຍິ່ງສົ່ງກິ່ນຂີວເໝັນແຮງຂຶ້ນເລື້ອຍໆ ໂດຍສົ່ງກິ່ນຂີວເໝັນແຮງ ມາແຕ່ທ້າຍ ເດືອນທັນວາ ປີກາຍ, ດັ່ງຊາວບ້ານ ບ້ານໜອງຂອນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ເມສາ ນີ້ວ່າ:

“ໂຮງງານຕົ້ມນໍ້າມັນນະ ຂອງຈີນ ມັນເໝັນມາແຕ່ດົນແລ້ວ 2 ປີແລ້ວ, ເໝັນ ເໝັນຈົນປວດຮາກພຸ້ນນ່າ ກະຫຼາຍຄອບຄົວຢູ່ 29 ຄອບຄົວ ທີ່ວ່າຢູ່ໄກ້ຄຽງ ແທ້ໆຫັ່ນນ່າ ໂອ້ບ້ານ ໂຮງເລື່ອຍພີ້ ເຂົາເຈົ້າກະເໝັນ, ນາມອນພີ້ນ່າ ເໝັນກະຄືເໝັນໜັກ.”

ຊາວບ້ານ ໜອງຂອນ ທີ່ໄດ້ຮັບຜົລກະທົບ ອີກທ່ານນຶ່ງ ກໍເວົ້າວ່າ ສໍາລັບໂຮງງານຕົ້ມນໍ້າມັນ ຂອງຈີນດັ່ງກ່າວ ເປັນໂຮງງານກັ່ນ ເອົານໍ້າມັນ ຈາກໝາກປາມ ຫຼືນໍ້າມັນເກົ່າ ຈາກ ເຄື່ອງຈັກທີ່ໃຊ້ແລ້ວ ໃຫ້ເປັນນໍ້າມັນໃໝ່ ໂດຍເລີ່ມການຜລິດ ມາແຕ່ປີ 2019, ແຕ່ຊາວບ້ານ ບໍ່ຮູ້ຊື່ບໍຣິສັດ ຮູ້ພຽງແຕ່ວ່າ ເປັນໂຮງງານກັ່ນນໍ້າມັນເທົ່ານັ້ນ. ດັ່ງທ່ານກ່າວວ່າ:

“ບໍຣິສັດ ບໍ່ຈັກຊື່ ເຂົາເຈົ້າຕົ້ມກັ່ນນໍ້າມັນ ເຈົ້າຂອງແມ່ນຄົນຈີນ ເອົາໝາກປາມມາກ່ັນເນາະ ເອົານໍ້າມັນດໍາແລ້ວ ກໍເອົາຢູ່ໃນຫັ້ນ ກະວ່າແມ່ນເດືອດຮ້ອນກັນ ກ່ຽວກັບເຣື່ອງກິ່ນເໝັນ ຈາກບ້ານຄົນກະປະມານ 100 ປາຍກວ່າແມັດນີ້ນຶ່ງ ກໍມີອາການແບບວິນຫົວ ຢາກຮາກອອກ ກະອົດເອົາຫັ່ນແລ້ວ ກະອົດມາປີ ທີ່ສອງປີນີ້ແລ້ວ.”

ປັດຈຸບັນທາງພາກສ່ວນກ່ຽວຂ້ອງ ໄດ້ລົງມາກວດກາແລ້ວ ຮວມທັງເຈົ້າໜ້າທີ່ເມືອງໂພນໂຮງ ກໍລົງມາກວດການໍາແລະກໍາລັງ ສອບສວນແກ້ໄຂກັນຢູ່ ວ່າຈະເຮັດແນວໃດ.

ທີ່ຜ່ານມາ ຊາວບ້ານ ທີ່ຢູ່ໄກ້ຄຽງກັບໂຮງງານດັ່ງກ່າວ ປະມານ 100 ແມັດ ຕ້ອງອົດທົນມາ 2 ປີ ທຸກໆມື້ ກໍຈະໄດ້ກິ່ນຂີວເໝັນ ຈາກໂຮງງານ ບາງມື້ ກໍມີກິ່ນຂິວເໝັນບໍ່ແຮງ ບາງມື້ ກໍມີກິ່ນຂີວເໝັນແຮງ ຈົນເຮັດໃຫ້ວິນຫົວ ແລະປວດຮາກ.

ນອກຈາກນີ້ ກິ່ນຂີວເໝັນ ຈາກໂຮງງານຕົ້ມນໍ້າມັນຂອງຈີນ ຍັງສົ່ງກິ່ນໄປເຖິງ ບ້ານໂຮງເລື່ອຍ ແລະບ້ານນາມອນ ທີ່ຢູ່ໃກ້ຄຽງກັບ ບ້ານໜອງຂອນນໍາອີກ, ດັ່ງຊາວບ້ານ ບ້ານໂຮງເລື່ອຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບ້ານໂຮງເລື່ອຍນີ້ ເໝັນຂິວເດ້ ແຮງເດ້ ຈົນແສບຄໍ, ແສບດັງ ພຸ້ນເດ້ ໂຕນີ້ປະມານເດືອນນຶ່ງ ຫຼືເດືອນປາຍມານີ້ແຫຼະ ປະຊາຊົນ ກໍສເນີໄປຫຼາຍແລ້ວ ວ່າຊັ້ນສະເນາະ ພີ່ນ້ອງໜອງຂອນ ກໍລົງທາງເຟສ ດຽວນີ້ເພິ່ນກໍາລັງເຂົ້າມາຢູ່ນີ້ນ່າ ພະນັກງານພາກສ່ວນ ທີ່ກ່ຽວຂ້ອງ ທາງເມືອງ ທາງແຂວງ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ຊຶ່ງຂໍສງວນ ຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

ໄດ້ຮັບຮູ້ເຖິງບັນຫາດັ່ງກ່າວແລ້ວ ແລະພາກສ່ວນທີ່ກ່ຽວຂ້ອງທັງໝົດ ກໍໄດ້ເຂົ້າໄປແກ້ໄຂແລ້ວ ໂດຍສັ່ງໃຫ້ໂຮງງານກັ່ນນໍ້າມັນ ດັ່ງກ່າວ ປິດຊົ່ວຄາວ ແບບບໍ່ມີກໍານົດເປີດ ຍ້ອນວ່າ ການດໍາເນີນງານຂອງໂຮງງານດັ່ງກ່າວ ບໍ່ຖືກຕ້ອງຕາມຣະບຽບການ ທີ່ຊີ້ແຈງໄວ້ໃນເອກກະສານ ທີ່ໄດ້ຂໍອະນຸຍາດ ກັບທາງການ ເຊິ່ງພາຍໃນເອກກະສານ ທີ່ໄດ້ຮັບອະນຸຍາດ ຈາກທາງການນັ້ນ ແມ່ນຈະເປີດເປັນ ໂຮງງານຜລິດນໍ້າຫອມ, ແຕ່ພັດມາເປີດເປັນໂຮງງານ ກັ່ນນໍ້າມັນແທນ ຖືວ່າຜິດກົດຣະບຽບ ອີກທັງຍັງເຮັດ ໃຫ້ປະຊາຊົນ ທີ່ຢູ່ອ້ອມຂ້າງ ໄດ້ຮັບ ຜົລກະທົບ ຈາກກິ່ນຂີວເໝັນນີ້, ດັ່ງທີ່ທ່ານກ່າວວ່າ:

“ກະໃຫ້ຢຸດເຊົາຫັ້ນແຫຼະ ຢາກວ່າປິດຫັ່ນແຫຼະ ເພາະວ່າ ມັນບໍ່ຕິດພັນເອກກະສານ ອະນຸຍາດເຮັດອັນນຶ່ງ ເປັນໂຮງງານກັ່ນນໍ້າຫອມ ຫັ່ນນ່າ ບໍ່ໄດ້ເຮັດເນາະ ກະມາເຮັດອັນນຶ່ງເນາະ, ໂຮງງານກັ່ນນໍ້າມັນ ເອກກະສານອະນຸຍາດ ມັນຄົນລະອັນ ບໍ່ຖືກຕ້ອງມັນບໍ່ມີ ເອກກະສານກ່ັນນໍ້າມັນນີ່ ເຮັດກໍບໍ່ໄດ້ຮັບອະນຸຍາດ ກະທົບຊາວບ້ານ.”

ທ່ານກ່າວຕື່ມວ່າ ໂຮງງານດັ່ງກ່າວບໍ່ມີຊື່ບໍຣິສັດ ມີພຽງແຕ່ຈົດໃນນາມ ຊື່ຂອງທ້າວ ສຸກກະເສີມ ເປັນຄົນລາວ ຄາດວ່າ ຈະຮ່ວມຫຸ້ນ ກັບຄົນຈີນ ໂດຍພາຍໃນເອກກະສານ ເປີດເປັນ ໂຮງງານຜລິດນໍ້າຫອມ ຈາກໄມ້ວິກ, ໄມ້ເກດສະນາ ແລະຢາງໝາກປາມ, ແຕ່ ປັດຈຸບັນ ບໍ່ມີການຜລິດນໍ້າຫອມເທື່ອ ມີແຕ່ຕັ້ງໂຮງງານໄວ້ຊື່ໆ.

ຈາກນັ້ນ ກໍມາເປີດໂຮງງານກັ່ນນໍ້າແທນ ຢູ່ຂ້າງກັນກັບໂຮງງານກັ່ນນໍ້າຫອມ ໂດຍບໍ່ມີໃບອະນຸຍາດ ການເປີດໂຮງງານກັ່ນນໍ້າມັນ, ຊຶ່ງຖືວ່າຜິດຣະບຽບ ເຈົ້າໜ້າທີ່ກໍໄດ້ດໍາເນີນຕາມ ຣະບຽບການ ເຊິ່ງໃນວັນທີ 8 ເມສາ 2021 ນີ້ກໍຈະໃຫ້ເຈົ້າຂອງໂຮງງານດັ່ງກ່າວ ເຂົ້າມາເວົ້າເຣື່ອງເອກກະສານ ຫາກຕ້ອງການຈະເປີດໂຮງງານກັ່ນນໍ້າມັນ ກໍຈະຕ້ອງເຮັດ ເອກກະສານ ໃຫ້ຖືກຕ້ອງ ໂດຍໃຫ້ມີໃບ ອະນຸຍາດໃຫ້ຖືກຕ້ອງກ່ອນ ຈຶ່ງຈະກັບມາເປີດໄດ້ ແລະໃນໄລຍະນີ້ ທາງການກໍໄດ້ສັ່ງປິດໂຮງງານກ່ັນນໍ້າມັນນັ້ນແລ້ວ ເພື່ອ ບໍ່ໃຫ້ມີ ຜົລກະທົບ ກັບສຸຂພາບຂອງປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.