ຈີນຍັງລອຍນວນສ້າງມົລພິດ ໃສ່ນໍ້າ

ທາງການ ແຂວງ ອຸດົມໄຊ ຍັງ ບໍ່ແກ້ໄຂ ບັນຫາ ບໍຣິສັດ ຈີນ ເຮັດໃຫ້ ນໍ້າຂຸ່ນ ເປັນ ສີແດງ ເຖິງ ຈະເກີດ ຜົລກະທົບ ແລ້ວ ກໍ່ຕາມ.

ສະຖານທີ່ ຂຸດຄົ້ນແຮ່ຫີນ ຢູ່ ເມືອງຫລ້າ ແຂວງ ອຸດົມໄຊ RFA/NY

ບັນຫາ ບໍຣິສັດ ຈີນ ທີ່ ຂຸດຄົ້ນ ແຮ່ຫີນ ຢູ່ ເມືອງຫລ້າ ແຂວງ ອຸດົມໄຊ ເພື່ອ ສົ່ງອອກ ໄປ ຈີນ, ຊຶ່ງ ໄດ້ເຮັດໃຫ້ ນໍ້າ ຫ້ວຍໄຂ່ ຂຸ່ນ ຈົນເປັນ ສີແດງ ແລະ ສົ່ງ ຜົລກະທົບ ຕໍ່ ປະຊາຊົນ ຢ່າງ ໜັກໜ່ວງ ນັ້ນ, ຍັງບໍ່ມີ ການ ລົງມື ແກ້ໄຂ ເທື່ອ, ຍ້ອນ ເຈົ້າໜ້າທີ່ ທາງການ ຍັງບໍ່ ໄປ ກວດກາ ໂດຍ ລະອຽດ, ຈຶ່ງ ບໍ່ສາມາດ ເຮັດຫຍັງ ໄດ້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ:

"ທາງເມືອງເຮົາ ກະ ພຍາຍາມ ມາກວດ ເບິ່ງ ແຕ່ລະ ເທື່ອ, ຫວ່າງນີ້ ບໍ່ໄດ້ເມືອ ເທື່ອ ຍາມນີ້ ບໍ່ໄດ້ ແຫລະ, ເຂົາ ກໍສວຍ ໂອກາດ ພວກ ບໍຣິສັດ ນີ່ ຊ່ວງນີ້ ມັນ ກະແດງ ຄືກັນ ເຮົາບໍ່ໄດ້ ມາກວດ ເທື່ອ".

ນາງ ເວົ້າວ່າ ທາງ ຜແນກ ກໍາລັງ ຮວບຮວມ ຂໍ້ມູນ ເພື່ອ ຕຣຽມ ວາງແຜນ ແກ້ໄຂ ບັນຫາ ຜົລ ກະທົບ ຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ຮວມທັງ ຈະຕັກ ເຕືອນ ທາງ ບໍຣິສັດ, ຫາກ ກວດກາ ແລ້ວ ພົບວ່າ ເຂົາເຈົ້າ ຕັ້ງໃຈ ປ່ອຍນໍ້າເສັຽ ລົງສູ່ ນໍ້າ ຫ້ວຍ. ປັຈຈຸບັນ ຍັງບໍ່ຮູ້ ເທື່ອວ່າ ຈະເລີ່ມ ແກ້ໄຂ ບັນຫາ ນັ້ນ ໄດ້ ເມື່ອໃດ, ຕ້ອງ ລໍຖ້າ ໃຫ້ ຫາຣືກັນ ແລ້ວ ກ່ອນ.

ນາງ ເວົ້າວ່າ ສາເຫດ ທີ່ ບໍຣິສັດ ຈີນ ເຮັດໃຫ້ ນໍ້າ ເປື້ອນ ໄຫລລົງສູ່ ຫ້ວຍໄຂ່ ນັ້ນ, ຍ້ອນ ບໍຣິສັດ ຂຸດຄົ້ນ ແຮ່ຫີນ ບໍ່ໄດ້ ສ້າງ ອ່າງ ເກັບ ນໍ້າເສັຽ ໄວ້. ໃນ ແຕ່ລະມື້ ທາງ ບໍຣິສັດ ຈະດູດ ນໍ້າ ຈາກ ຫ້ວຍໄຂ່ ຂຶ້ນມາ ເພື່ອ ລ້າງ ແຮ່ຫີນ. ເມື່ອ ລ້າງ ແລ້ວ ກໍປ່ອຍ ນໍ້າເສັຽ ນັ້ນ ລົງສູ່ ແຫລ່ງນໍ້າ ທັມຊາດ ຄືນ, ແລ້ວ ຄ່ອຍດູດ ຂຶ້ນມາ ລ້າງໃໝ່ ເປັນ ແບບນີ້ ທຸກມື້.

ເມື່ອຖາມ ໄປຍັງ ຫ້ອງການ ສາທາຣະນະສຸກ ເມືອງ ຫລ້າ ໄດ້ ຄໍາຕອບ ວ່າ ຍັງບໍ່ພົບ ຜູ້ໃດ ເປັນ ຕຸ່ມ ຈາກ ການ ສັມຜັດ ກັບ ນໍ້າຫ້ວຍ ນັ້ນເທື່ອ. ແຕ່ນໍ້າໃນ ແຫລ່ງ ນໍ້ານັ້ນ ກໍບໍ່ ສາມາດ ນໍາມາ ໃຊ້ ປະໂຫຍດ ໄດ້ ເລີຍ ແລະ ກໍໄດ້ ມີການ ແຈ້ງ ເຕືອນ ບໍ່ໃຫ້ ປະຊາຊົນ ເອົາມາ ໃຊ້ ຢ່າງ ເດັດຂາດ ແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org