ຄົນງານຕ້ອງຮຽນຮູ້ການໃຊ້ ເຄມີ
ທາງການແຂວງ ຜົ້ງສາລີ ສັ່ງໃຫ້ ນັກລົງທຶນ ຈີນ ທີ່ປູກ ຢາງພາລາ ແລະກ້ວຍ ຕ້ອງໃຫ້ ຄວາມຮູ້ ວິທີໃຊ້ ປຸຍເຄມີ ໃຫ້ ຄົນງານລາວ.
-
ມະນີຈັນ
2014-02-26 -
-
-
Your browser doesn’t support HTML5 audio
ຜແນກກະສິກັມແຂວງຜົ້ງສາລີ ສັ່ງໃຫ້ນັກລົງທຶນຈີນທີ່ເຂົ້າມາປູກຢາງພາລາແລະກ້ວຍຢູ່ພາຍໃນແຂວງ ໃຫ້ຄວາມຮູ້ເຣື່ອງວິທີໃຊ້ ສານເຄມີຢ່າງຖືກຕ້ອງແລະປອດພັຍແກ່ຄົນງານລາວທີ່ເຮັດວຽກສີດຜົ່ນສານເຄມີຫລືຢາຂ້າແມງໄມ້ໄດ້ຮັບອັນຕຣາຍຕໍ່ສຸຂພາບ. ດັ່ງເຈົ້າໜ້າທີ່ນາງໜຶ່ງກ່າວວ່າ:
"ຖ້າວ່າບໍຣິສັດໃດນໍາຢາທີ່ວ່າເຂົ້າມາຈັ່ງຊີ້ຫັ້ນນະ ກໍຕ້ອງແບບວ່າແນະນໍາເຕັກນິກວິທີການນໍາໃຊ້ວິທີການປ້ອງກັນ ແມ່ນຫຍັງ ອັນນີ້ແມ່ນເປັນໜ້າທີ່ຂອງບໍຣິສັດທີ່ວ່າຈະຕ້ອງໃຫ້ປະຊາຊົນຮັບຮູ້ເນາະ".
ແລະວ່າແຕ່ກ່ອນການໃຫ້ຄວາມຮູ້ເຣື່ອງໃຊ້ສານເຄມີເປັນໜ້າທີ່ຂອງເຈົ້າໜ້າທີ່ແຕ່ເມື່ອນັກລົງທຶນໄດ້ເອົາສານເຄມີມາໃຊ້ໃນການ ຜລິດຂອງຕົນເອງຢ່າງຫລວງຫລາຍຈຶ່ງຕ້ອງສັ່ງໃຫ້ຂະເຈົ້າ ແນະນໍາຄົນງານລາວໃນທ້ອງຖີ່ນທີ່ມາຮັບຈ້າງ.
ໃນຂະນະດຽວກັນຫາກພົບວ່າບໍຣິສັດໃດທີ່ນໍາສານເຄມີເຂົ້າມາໃຊ້ແຕ່ບໍ່ໄດ້ມີການອົບຮົມໃຫ້ຄົນງານລາວມີຄວາມຮູ້ເຣື່ອງການນໍາ ໃຊ້ກໍຈະຖືວ່າເຮັດຜິດກົດຣະບຽບຊຶ່ງຈະຖືກປັບໃໝຫລືຖືກລົງໂທດ.
ນາງກ່າວໃນຕອນທ້າຍວ່າເຖິງຈະຍັງບໍ່ມີຣາຍງານເຣື່ອງຄົນງານລາວໄດ້ຮັບອັນຕຣາຍຈາກສານເຄມີເຖິງຂັ້ນເຂົ້າໂຮງໝໍໃນຣະຍະ ສອງປີມານີ້ແຕ່ຈະປະມາດບໍ່ໄດ້ເພາະການໃຊ້ສານເຄມີເປັນການສ່ຽງຕໍ່ອັນຕຣາຍສໍາລັບຜູ້ໃຊ້ຜູ້ສິດຜູ້ພົ່ນຢູ່ແລ້ວ.