ຈີນ ສ້າງມົລພິດຂະໜານໃຫຽ່

ອະວາຣີ
2016.04.01
F-toxic ຊິ້ນສ່ວນເສດເຫຼືອ ຂອງຄອມພິວເຕີ້ ທີ່ໂຮງງານຈີນ ນໍາມາລະລາຍ ແຍກເອົາແຮ່ທາດ ທີ່ມີຣາຄາ
RFA/ST

ໂຮງງານຈີນ ປ່ອຍ ສານເຄມີ ລົງໃສ່ທົ່ງນາ ຂອງ ປະຊາຊົນ ໃນເຂດ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ.

ໂຮງງານ ແຜງ ຄອມພິວເຕີ ຂອງຈີນ ປ່ອຍນ້ຳເສັຽ ທີ່ ເຕັມໄປດ້ວຍ ສານພິດເຄມີ ລົງໃສ່ທົ່ງນາ ຂອງ ປະຊາຊົນ ໃນ ບ້ານ ໂນນທອງ ເຂດເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ.

ຊາວບ້ານ ຄົນນຶ່ງ ເວົ້າກັບ ວິທຍຸ ເອເຊັຽເສຣີ ເມື່ອ ວັນພຣະຫັດ ນີ້ວ່າ ຊາວບ້ານ ສັງເກດເຫັນ ໂຮງງານ ຂອງຈີນ ປ່ອຍນ້ຳເສັຽ ລົງໃສ່ທົ່ງນາ ຂອງ ປະຊາຊົນ ແລະ ຊາວບ້ານ ທີ່ໃກ້ຄຽງ ກໍຢ້ານ ນ້ຳເສັຽ ຈະເປັນ ອັນຕະຣາຍ ຕໍ່ຄົນ ແລະ ສິ່ງແວດລ້ອມ.

ກ່ອນໜ້ານີ້ ບໍ່ດົນ ເຈົ້າໜ້າທີ່ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຂອງລາວ ໄດ້ ສຳຣວດ ກວດເບິ່ງ ການ ປ່ອຍນ້ຳເສັຽ ຂອງ ໂຮງງານຈີນ ແຫ່ງນີ້ ເທື່ອນຶ່ງ ແລ້ວ ແລະ ຣາຍງານວ່າ ນ້ຳເສັຽ ທີ່ ປ່ອຍອອກນັ້ນ ມີສານພິດ ສູງ ແທກໄດ້ເຖິງ 3.4 ສູງກວ່າ ຣະດັບ ອະນຸຍາດ ເຖິງ 17 ເທົ່າ; ຣະດັບ ສານເຄມີ ສູງສຸດ ທີ່ ຮັບໄດ້ຕາມ ມາດຕະຖານ ສາກົນ ແມ່ນພຽງແຕ່ 0.2 ເທົ່ານັ້ນ.

ເຈົ້າໜ້າທີ່ ລາວ ທີ່ ເຮັດວຽກ ຢ່າງໃກ້ຊິດ ກັບໂຮງງານ ແຫ່ງນີ້ ກ່າວກັບ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 31 ເດືອນ ມິນາ ນີ້ວ່າ ປັດຈຸບັນ ສຳນັກງານ ນາຍົກ ຣັຖມົນຕຣີ ໄດ້ສັ່ງໃຫ້ ໂຮງງານ ຢຸດ ກິຈການ ຊົ່ວຄາວ ເພື່ອສຳຣວດ ກວດກາ ສານເຄມີ ໃຫ້ ຣະອຽດ.

ໂຮງງານ ແຫ່ງນີ້ ເປັນຂອງ ບໍຣິສັດ Hokeng Metal Processing ຂອງຈີນ ຊຶ່ງ ເປັນໂຮງງານ ທີ່ນຳເຂົ້າ ແຜງ ວົງຈອນ ຄອມພິວເຕີ ເກົ່າ ທີ່ໃຊ້ແລ້ວ ຈາກ ຮົງກົງ ອະເມຣິກາ ແລະ ເກົາຫລີໃຕ້ ແລ້ວເອົາມາ ທັບມ້າງ ຕົ້ມຫຼອມ ເພື່ອ ກັ່ນເອົາຊືນ, ຂາງ, ທອງ ແລະ ທາດໂລຫະ ອື່ນໆ ທີ່ ຫາຍາກ ຣາຄາແພງ.

ໂຮງງານນີ້ ດຳເນີນ ກິຈການ ມາໄດ້ 5 ປີແລ້ວ. ບັນຫາ ມີຢູ່ວ່າ ການມ້າງ ແລະ ຕົ້ມເຜົາ ແຜງ ຄອມພິວເຕີ ນັ້ນ ໄດ້ປ່ອຍ ສານເຄມີ ທີ່ ອັນຕະຣາຍ ຕໍ່ ບັນຍາກາດ ແລະ ສິ່ງແວດລ້ອມ ຢ່າງຫຼວງຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.