ນໍ້າຂອງຂຶ້ນເລັກນ້ອຍ ເຂື່ອນຈີນ ປ່ອຍນໍ້າ

ຈໍາປາທອງ
2021.04.02
ນໍ້າຂອງຂຶ້ນເລັກນ້ອຍ ເຂື່ອນຈີນ ປ່ອຍນໍ້າ ສະພາບແມ່ນ້ຳຂອງ ໃນເຂດບ້ານດອນ, ເມືອງຊະນະຄາມ ແຂວງວຽງຈັນ ຝັ່ງປະເທດລາວ ເມື່ອທ້າຍເດືອນມິນາ 2021. ໂດຍ: TS ຖ່າຍຮູບເມື່ອ: ວັນທີ 27 ເດືອນມິນາ 2021
RFA

ເຈົ້າໜ້າທີ່ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 2 ເມສາ ນີ້ ວ່າ ປັດຈຸບັນ ນໍ້າຂອງຂຶ້ນມາ 2 ມື້ແລ້ວ ແຕ່ຂຶ້ນບໍ່ຫຼາຍ ບໍ່ຮູ້ວ່າເປັນຍ້ອນຫຍັງ ແລະ ບໍ່ແນ່ໃຈ ວ່າ ເປັນຍ້ອນຈີນ ປ່ອຍນໍ້າ ອອກ ຈາກເຂື່ອນຫຼືບໍ່ ເພາະບໍ່ມີໃຜ ຣາຍງານມາ:

"ຂຶ້ນໆ ວັນນີ້ຂຶ້ນ ຂຶ້ນຈາກມື້ວານນີ້  10 ຊັງຕິແມັດ ຣະດັບນໍ້າ ວັນນີ້ 2.52 ແລງມື້ວານນີ້ 2.40 ແມັດ ກໍຍັງວ່າ ບໍ່ແມ່ນວ່າທາງຈີນ ເຂົາເຈົ້າປ່ອຍບໍ ປ່ອຍເຂື່ອນ ເຮົາກໍບໍ່ໄດ້ຂໍ້ມູລນະ ອາຈແນວນັ້ນບໍ.”

ຣະດັບນໍ້າຂອງ ຂຶ້ນ-ລົງ ບໍ່ປົກກະຕິ ໂດຍສະເພາະ ໃນ 2-3 ມື້ ຜ່ານມານີ້ ເຮັດໃຫ້ຣະບົບນິເວດ ໃນແມ່ນໍ້າຂອງ ແລະ ການທໍາມາ ຫາກິນ ຂອງຜູ້ຄົນທີ່ຢູ່ຕາມແຄມຂອງ ມີບັນຫາ ເປັນຕົ້ນ ເຣື່ອງການຫາປາ, ດັ່ງປະຊາຊົນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

”ກະນໍ້າຂອງຂຶ້ນ ກໍກະທົບຢູ່ ຈະເປັນປູປາ ໜ້າໄມ້ອີ່ຫຍັງ ກໍບໍ່ຄ່ອຍມີນະ ແຕ່ກ່ອນມັນຂຸ່ນແມ່ນບໍ ແຕ່ວ່າດຽວນີ້ ມັນຫຼັງຈາກໂຄວິດ ເຂົາກໍບໍ່ໃຫ້ລົງຫາປາເລີຍນະ ແລະແຕ່ກ່ອນນີ້ ມັນນໍ້າຂອງມັນຂຸ່ນ ແມ່ນບໍ ແລະດຽວນີ້ນີ່ ນໍ້າຂອງໃສໝົດ ປາກໍບໍ່ຄ່ອຍມີ.”

ຕາມປົກກະຕິ ໃນລະດູແລ້ງ ຫາປາງ່າຍ, ແຕ່ໃນໄລຍະ 4-5 ປີ ຫຼັງມານີ້ ຫາປາໄດ້ໜ້ອຍລົງ ຍ້ອນສ່ວນນຶ່ງ ແມ່ນເກີດຈາກ ຣະດັບ ນໍ້າຂອງຂຶ້ນ-ລົງ ຜິດທັມມະຊາດ ເຮັດໃຫ້ປາ ຂຍາຍພັນໜ້ອຍລົງ. ຊາວປະມົງ ຢູ່ເມືອງຫ້ວຍຊາຍຜູ້ນຶ່ງເວົ້າວ່າ:

“ປົກຕິ ມັນກໍໄດ້ຮັບແຫຼະ ເພາະນໍ້າມັນໜ້ອຍເດ໋ ນໍ້າມັນແຫ້ງ ຊ່ວງມາຫຼັງໆມານີ້ ກໍມີຜົລກະທົບຢູ່ຕລອດຫັ້ນແຫຼະ ຍາມຂຶ້ນຍາມລົງ ເຮົາກໍບໍ່ຮູ້ວ່າ ສິເຮັດຈັ່ງໃດ ຂຶ້ນກັບຈີນພຸ້ນແຫຼະ ນໍ້າມັນຢາກຂຶ້ນ ຢາກລົງງົງ ຜິດທັມມະຊາດ ການຂຍາຍພັນ ຂອງສັດນໍ້າ ມັນກໍຫຼຸດລົງ ກໍຫາກິນ ມັນກໍບໍ່ສະດວກ ຫັ້ນແຫຼະ.”

ປະຊາຊົນ ຜູ້ນຶ່ງເວົ້າວ່າ ເມື່ອນໍ້າຂອງຂຶ້ນ ການເດີນເຮືອ ກໍສະດວກ, ແຕ່ມັນກະທົບໃສ່ ການປູກຝັງ ຕາມແຄມຂອງ ເປັນຕົ້ນໝາກຖົ່ວດິນ, ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ນໍ້າຂອງ ກໍຂຶ້ນມາຂັ້ນບັນໃດ ຂັ້ນນຶ່ງ ເຣື່ອງການເດີນເຮືອ ກະສະບາຍຢູ່ ຄັນນໍ້າຂຶ້ນນະ ມັນຈະໄປກະທົບ ກັບພວກປູກຜັກ ປູກໄມ້ ເປັນຕົ້ນ ຖົ່ວດິນ ເພິ່ນກໍາລັງ ຈະໄດ້ພືດ ໄດ້ຜົລເນາະ ພໍນໍ້າມັນກັບມາຖ້ວມ ກໍໄປຖ້ວມ ເຂົາໝົດເນາະ ນໍ້າຂຶ້ນຈັ່ງຊີ້ ກໍຕົ້ນໃຄນໍ້າຕາຍ ກໍປາມັນຈະໄປອາສັຍຢູ່ ໄປໄຂ່ໃສ່ ອິຫຍັງຢູ່ ທີ່ວາງໄຂ່ວາງຫຍັງເນາະ ຫາຍໄປເລີຍ.”

ເມື່ອ 2-3 ມື້ຜ່ານມານີ້ ຣະດັບນໍ້າຂອງ ຢູ່ແຂວງບໍ່ແກ້ວ ສູງຂຶ້ນ ແຕ່ກໍບໍ່ຫຼາຍປານໃດ ພໍສາມາດ ຂີ່ເຮືອໄດ້ ຊຶ່ງປະຊາຊົນ ທີ່ມີອາຊີບ ແລ່ນເຮືອຮັບຈ້າງ ຢູ່ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວໃນ ມື້ວັນທີ 2 ເມສາ ນີ້ວ່າ:

”ຍັງຂຶ້ນຢູ່ ຍັງຂຶ້ນຢູ່ ຫຼາຍກວ່າ ມື້ວານ 2-3 ວັນມາແລ້ວ ບໍ່ມີຫຍັງ ບໍ່ກະທົບຕໍ່ການເດີນເຮືອ.”

ນັກວິຊາການ ດ້ານແມ່ນໍ້າ ຂອງໃນໄທຍ ປະທານກຸ່ມເສຣີພາບ ແມ່ນໍ້າຂອງ ກ່າວວ່າ ການທີ່ນໍ້າຂອງຂຶ້ນ ໃນໄລຍະນີ້ ເຮັດໃຫ້ ຕົ້ນ ໄຄນໍ້າຕາຍ ແລະ ນົກ ກໍບໍ່ສາມາດວາງໄຂ່ໄດ້ ແລະ ປະຊາຊົນ ກໍບໍ່ສາມາດ ຫາປາໄດ້. ທ່ານ ມົນຕີ ຈັນທະວົງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຄື ມັນບໍ່ສົມຄວນເລີຍ ທີ່ນໍ້າຂອງຈະມີນໍ້າ ໃນຊ່ວງຣະດູນີ້ ແລ້ວນໍ້າມັນກໍຂຶ້ນໆລົງໆ ມາໂດຍຕລອດ ພວກຕົ້ນໃຕ້ນໍ້າ ຫຼືລໍຢູ່ ມັນກໍ ອ່ອນແອໄປເລື້ອຍໆ ຕົ້ນໃດ ທີ່ມັນອ່ອນແອ ໄປເຖິງຈຸດ ທີ່ຈະຕາຍ ມັນກໍຈະຕາຍ ແລະສັດ ຄັນມັນຍັງເຫຼືອຢູ່ ໃນຣະດັບນໍ້າຖ້ວມ ມັນກໍຈະຕາຍ ໄຂ່ນົກຕ່າງໆ ທີ່ຢູ່ເທິງພື້ນຊາຍ ຖ້ານໍ້າມັນຖ້ວມຮອດເທິງ ໂອກາດ ຂຍາຍພັນ ມັນກໍໝົດໄປ ການປະມົງຫາປາ ກໍຈະຢຸດເຊົາໄປ ການຈັບປາ ໃນຊ່ວງທີ່ນໍ້າຂຶ້ນ ຊາວບ້ານ ກໍຈະຫາປາບໍ່ໄດ້ຊ່ວງນີ້.”

ແລະທ່ານ ນິວັດ ຣ້ອຍແກ້ວ, ປະທານກຸ່ມຮັກຊຽງຂອງ ຢູ່ປະເທດໄທຍ, ກ່າວວ່າ ການຂຶ້ນ-ລົງ ຂອງຣະດັບນໍ້າຂອງ ບໍ່ເປັນປົກກະຕິ ເຣີ່ມເຫັນໄດ້ແຈ້ງ ຕັ້ງແຕ່ ເດືອນມົກຣາ ປີນີ້ມາ ຊຶ່ງມີສາເຫດມາຈາກ ການປ່ອຍນໍ້າ ຂອງເຂື່ອນຈີນ ທີ່ເຮັດໃຫ້ມີ ຜົລກະທົບ ຕໍ່ຣະບົບນິເວດ, ດັ່ງທີ່ ທ່ານກ່າວວ່າ:

"ຄືຈິງໆ ເຣື່ອງຣະດັບນໍ້າຂຶ້ນ-ລົງໆ ເຣີ່ມເຫັນຊັດເຈນມາ ຕັ້ງແຕ່ ເດືອນມົກຣາ ອາດສິນ້ອຍບ້າງ ມາກບ້າງ ຄັ້ງນີ້ຂຶ້ນເຢິ ຂໍ້ສັງເກດ ທີ່ ເຮົາມອງເຫັນຕລອດ ໂດຍລະດູການເນັຽ ຖ້າມັນຂຶ້ນ ມັນຕ້ອງຂຸ່ນ ຍ້ອນມັນເກີດຈາກ ຝົນຕົກ ແຕ່ອັນນີ້ ນໍ້າມັນໃສຢູ່ ນີ້ໝາຍຄວາມວ່າ ນໍ້າມາຈາກເຂື່ອນ ການຂຶ້ນ-ລົງ ມັນເຮັດໃຫ້ ຣະບົບນິເວດ ບໍ່ທໍາງານ.”

ທ່ານກ່າວຕື່ມວ່າ ເມື່ອນໍ້າຂອງ ຂຶ້ນ-ລົງ ບໍ່ປົກກະຕິ ຄືແນວນີ້ ຍາມແລ້ງ ປົກກະຕິນົກ ສາມາດວາງໄຂ່ ໃສ່ດອນຊາຍ ແຕ່ເມື່ອເພິ່ນ ປ່ອຍນໍ້າລົງມາຖ້ວມ ມັນກໍບໍ່ສາມາດວາງໄຂ່ໄດ້ ແລະ ຕົ້ນໄມ້ບາງຊນິດ ຈະເຕີບໂຕ ໃນຍາມນໍ້າໜ້ອຍ ແຕ່ເມື່ອນໍ້າຖ້ວມຂຶ້ນ ກໍເຮັດໃຫ້ ໄມ້ນັ້ນຕາຍ.

ອີງຕາມຂໍ້ມູນ ຈາກເວັບໄຊທ໌ ຂອງອົງການ ການຕິດຕາມແມ່ນໍ້າຂອງ, ຣະດັບນໍ້າຂອງ ຂຶ້ນ-ລົງ ຜິດປົກກະຕິ, ເປັນຕົ້ນ ເວລາ ທີ່ມີການປ່ອຍນໍ້າ ອອກຈາກເຂື່ອນ ນໍ້າຂຶ້ນ ສົ່ງຜົລ ຕໍ່ການວາງໄຂ່ ຂອງນົກນາໆຊນິດ ທີ່ອາສັຍ ຢູ່ຕາມແຄມຂອງ ຍ້ອນວ່າ ຮັງນົກ ແລະ ໄຂ່ ຂອງມັນຖືກນໍ້າພັດໄປ.

ແລະອີງຕາມຂໍ້ມູນ ຈາກສະຖານີ ວັດແທກຣະດັບນໍ້າ ຢູ່ຊຽງແສນ ຂອງໄທຍ ທີ່ກົງກັນຂ້າມ ກັບເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນມື້ວັນທີ 2 ເມສາ 2021 ຕອນແລງ ເວລາ 7:00 ໂມງ ຢູ່ທີ່ 2.79 ແມັດ ແລະວັນທີ 2 ເມສາ ຕອນເຊົ້າເວລາ 7:00 ໂມງ ຢູ່ທີ່ 2.85 ແມັດ.

ໃນເວລາດຽວກັນນັ້ນ ຢູ່ສະຖານີວັດແທກຣະດັບນໍ້າ ຊຽງຂອງ ກົງກັນຂ້າມກັບ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ວັນທີ 1 ເມສາ ແທກໄດ້ 2.12 ແມັດ ແລະວັນທີ 2 ເມສາ ແທກໄດ້ 2.18 ແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.