ຣົດເມໂດຍສານຈີນຖືກ ລັດຍິງ
2016.03.24

ເກີດເຫດການ ລັດຍິງ ຣົດເມ ໂດຍສານ ຂອງຈີນ ແລະ ຣົດ ໄທເກີ ທີ່ເປັນ ຣົດສ່ວນຕົວ ຢູ່ ເມືອງກາສີ ເຮັດໃຫ້ມີ ຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ 5 ຄົນ.
ເຫດການ ດັ່ງກ່າວ ເກີດຂຶ້ນ ໃນເວລາ ປະມານ 10 ແລງ ຂອງ ວັນທີ 23 ມິນາ ຜ່ານມາ ຢູ່ຕາມເສັ້ນທາງ ຕັດໃໝ່ ຣະຫວ່າງ ບ້ານຖໍ້າ ໄປຫາ ບ້ານຫ້ວຍສານ ຊຶ່ງເປັນ ເສັ້ນທາງ ເຊື່ອມຕໍ່ ຣະຫ່ວາງ ເມືອງກາສີ ແຂວງວຽງຈັນ ກັບ ເມືອງນານ ແຂວງ ຫຼວງພຣະບາງ.
ຜູ້ທີ່ເສັຽຊີວິດ ເປັນຄົນລາວ ຢູ່ໃນຣົດ ກະບະ ໄທເກີ ແລະ ຜູ້ທີ່ບາດເຈັບ 5 ຄົນ ແມ່ນຄົນຈີນ ທີ່ເດີນທາງ ມາກັບຣົດເມ ໂດຍສານ ສອງຊັ້ນ ຂອງຈີນ ຈາກຄຸນໝິງ ຫາ ວຽງຈັນ. ອີງຕາມ ການບອກເລົ່າ ຂອງຜູ້ເຫັນ ເຫດການ ທີ່ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 24 ມິນາ ນິ້ວ່າ:
"ຣົດໄທເກີ ຕາຍຜູ້ນຶ່ງ ເພາະວ່າ ຂ້ອຍບໍ່ກ້າ ຈອດເບິ່ງ ມັນກາງຄືນ ມັນມືດ ຣົດເມ ກະຈອດຢູ່ ຣົດເມ ຖືກຍິງນ່າ ຣົດເມ ຣົດຈີນນ່າ ຄັນດຽວ ເຈົ້າ ຣົດ ໄທເກີ ຄັນດຽວເຈົ້າ ໄທເກີ ຕາຍຄາທີ່ ຜູ້ດຽວ ບາດເຈັບ ຄືຊິແມ່ນ ພວກຣົດເມ ພຸ້ນ ບາດເຈັບນະ ເຂົາເຈົ້າຍິງ ກ່ອນໜ້າ ຂ້ອຍໄປຮອດ ຫັ້ນ ເພາະວ່າ ຂ້ອຍກະບໍ່ກ້າ ຈອດ ມີແຕ່ໄທບ້ານ ພວກກອງຫຼອນ ຢືນ ເບິ່ງຢູ່ຫັ້ນ ພໍດີ ໂຕຣົດ ໄທເກີ ແມ່ນທະຫານ ໄປເຝົ້າ ຢູ່ຫັ້ນ ທະຫານ ຂະເຈົ້າ ໄປຮອດແລ້ວ".
ທີ່ຜ່ານມາ ໃນວັນທີ 1 ມິນາ ຢູ່ບ້ານວຽງຄໍາ ເມືອງພູຄູນ ແຂວງ ຫຼວງພຣະບາງ ກໍເກີດ ເຫດການ ລັດຍິງຣົດເມ ໂດຍສານ ເຮັດໃຫ້ ຜູ້ໂດຍສານ ຊາວລາວ ໄດ້ຮັບບາດເຈັບ 5 ຄົນ ແລະ ໃນມື້ດຽວກັນ ກໍໍເກີດມີ ເຫດການ ລັດຍິງ ກັມມະກອນ ຊາວຈີນ ເຮັດໃຫ້ມີ ຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ.
ໃນວັນທີ 14 ມົກກະຣາ ກໍມີເຫດການ ລັດຍິງ ຣົດເມ ໂດຍສານ ວຽງຈັນ-ຫຼວງນໍ້າທາ ຢູ່ເຂດ ເມືອງພູຄູນ ແຂວງ ຫຼວງພຣະບາງ ເຮັດໃຫ້ ຜູ້ໂດຍສານ ໄດ້ ຮັບບາດເຈັບ 1 ຄົນ.
ໝາຍເຫດ: ອີງຕາມ ການຣາຍງານ ຢັ້ງຢືນຫຼ້າສຸດ ຈາກ ສະຖານທູດຈີນ ປະຈໍາລາວ ໃນວັນທີ 24 ມິນາ 2016 ແຈ້ງວ່າ ຜູ້ທີ່ໄດ້ ຮັບບາດເຈັບ ມີເພີ້ມອີກ 1 ຄົນ. ສະນັ້ນ ຜູ້ບາດເຈັບ ທັງໝົດ ຈຶ່ງຕົກເປັນ 6 ຄົນ.