ຈີນ ຕົກລົງໃຫ້ຂໍ້ມູນເຂື່ອນ ຂອງຕົນ
2016.03.23
ຈີນ ຕົກລົງ ຈະແລກປ່ຽນ ຂໍ້ມູນ ແລະ ການ ບໍຣິຫານ ຈັດການ ກ່ຽວກັບ ເຂື່ອນ ຂອງຕົນ ກັບບັນດາ ປະເທດ ແມ່ນ້ຳຂອງ ທັງຫລາຍ ໃນ ກອງປະຊຸມ ສຸດຍອດ ແມ່ນ້ຳຂອງ ແມ່ນ້ຳ ລ້ານຊ້າງ ທີ່ຈີນ. ອີງຕາມ ຄຳເວົ້າ ຂອງ ໂຄສົກ ກະຊວ ງຊັພຍາກອນ ນ້ຳ ແລະ ສີ່ງແວດລ້ອມ ຂອງໄທ ທ່ານ ສຸໂພດ ທະວີໃຈກຸນ.
ທ່ານວ່າ ການກະທຳ ດັ່ງກ່າວ ຂອງຈີນ ແມ່ນເພື່ອ ຫລຸດຜ່ອນ ຜົລກະທົບ ຈາກ ເຂື່ອນ ຕໍ່ ປະຊາຊົນ ຫຼາຍລ້ານ ຄົນ ຜູ້ທີ່ອາສັຍ ຢູ່ລຸ່ມ ແມ່ນ້ຳຂອງ. ໃນນາມ ທ່ານ ເປັນຫົວຫນ້າ ຫ້ອງການ ຊັພຍາກອນ ນ້ຳ ທ່ານ ສູໂພດ ເວົ້າວ່າ, ການກະທຳ ດັ່ງກ່າວ ຂອງຈີນ ໃນການ ແລກປ່ຽນ ຂໍ້ມູນ ກ່ຽວກັບ ເຂື່ອນ ຈະຖືກ ບັນຈຸ ເຂົ້າໃນ ຖແລງການ ຮ່ວມ ໃນ ກອງປະຊຸມ ສຸດຍອດ ທີ່ ເມືອງຊັນຢາ ເພື່ອໃຊ້ ເປັນ ບັນທັດຖານ ໃນການຮວ່ມມື ຂອງບັນດາ ປະເທດ 6 ແມ່ນ້ຳຂອງ ອັນໄດ້ ແກ່ ກຳພູຊາ ວຽດນາມ ພະມ້າ ໄທ ລາວ ແລະ ຈີນ.
ໃນ ກອງປະຊຸມ ຍັງຈະມີ ການໂອ້ລົມກັນ ທາງດ້ານ ການເມືອງ ຄວາມປອດພັຍ ການພັທນາ ທີ່ ຍືນຍົງ ຄວາມຮ່ວມມື ທາງດ້ານ ວັທນະທັມ ແລະ ຄວາມສຳພັນ ຣະຫວ່າງ ປະຊາຊົນ ໃນແຕ່ລະ ປະເທດ ໃນການ ໄປມາ ຫາສູ່ກັນ, ການ ບໍຣິການ ຈັດການ ນ້ຳ ແລະ ການພັທນາ ທີ່ຍືນຍົງ ຈະຕົກໃສ່ຂອບ ດ້ານ ເສຖກິຈ.
ນອກຈາກນັ້ນ ທາງການ ຈີນ ຍັງໄດ້ ສັນຍາວ່າ ຈະເພີ້ມ ຄວາມຮ່ວມມື ໃນການ ກູ້ພັຍພິບັດ, ນ້ຳຖ້ວມ ພັຍແຫ້ງແລ້ງ ແລະ ຄຸນນະພາບ ຂອງ ນ້ຳ ໃນ ແມ່ນ້ຳຂອງ.