ເມື່ອສັປດາຜ່ານມາ ເກີດເຫດຣະເບີດທີ່ຕົກຄ້າງ ໄດ້ແຕກຢູ່ບ້ານຫາງສິງ ເມືອງປາກຊັນ ແຂວງບໍຣີຄຳໄຊ ເຮັດໃຫ້ເດັກນ້ອຍ ອາຍຸປະມານ 10 ປີເສັຽຊິວິດຄາທີ່ 3 ຄົນແລະອີກ 3 ຄົນໄດ້ຮັບບາດເຈັບສາຫັດ ຕ້ອງຖືກສົ່ງຕົວ ໄປປີ່ນປົວຢູ່ໂຮງພຍາບານ ທີ່ເມືອງບຶງການຂອງໄທ. ດ່ັງເຈົ້າຫນ້າທີ່ ເມືອງປາກຊັນກ່າວວ່າ:
"ມີຄົນຕາຍສາມຄົນອາຍຸປະມານ 10 ປີ ຫມູ່ດຽວກັນລະເຫັນຫມໍນື່ງຮັບແລ້ວ ສຸມໄປເບີ່ງຫັ້ນນາ ຢູ່ໂຮງຫມໍບຶງການບໍ່ທັນໄດ້ກັບ ເຈັບແຮງ ເດຖືກຜ່າຕັດ".
ທ່ານກ່າວຕື່ມວ່າສາເຫດຣະເບີດແຕກນັ້ນເປັນຍ້ອນເດັກນ້ອຍໄດ້ໄປພົບລູກຣະເບີດແລ້ວມາໂຍນກັນຫລີ້ນກ່ອນມັນຈະແຕກໃສ່ກັນ ເດັກນ້ອຍ ຜູ້ທີ່ເສັຽຊິວິດ 3 ຄົນນັ້ນ ພໍ່ແມ່ຂອງພວກຂະເຈົ້າ ກໍໄດ້ຮ່ວມກັນ ເຜົາສົບເປັນທີ່ຮຽບຮ້ອຍແລ້ວ ສ່ວນສາມຄົນທີ່ຍັງຮັກສາໂຕຢູ່ໂຮງພຍາບານ ເມືອງບຶງການ ນັ້ນ ພໍ່ແມ່ຂອງພວກຂະເຈົ້າກໍໄປເຝົ້າຢູ່ໂຮງ ພຍາບານແຕ່ຕ້ອງການຄວາມຊ່ອຍເຫລືອໃນການປີ່ນປົວ.
ວິທຍຸເອເຊັຽເສຣີໄດ້ສືບຖາມໄປຍັງໂຮງພຍາບານດັ່ງກ່າວ ແລະກໍໄດ້ຮັບຄຳຕອບຈາກນາງພຍາບານວ່າ ປັດຈຸບັນອາການຂອງພວກຂະເຈົ້າ ກໍພົ້ນຂີດອັນຕຣາຍແລ້ວໃນນັ້ນສອງຄົນໄດ້ກັບເມືອປີ່ນປົວທີ່ແຂວງ ບໍຣິຄຳໄຊແລ້ວຍັງເຫລືອແຕ່ຜູ້ທີ່ມີອາຍຸ 9 ປີຍັງປີ່ນປົວຢູ່ຍ້ອນໄດ້ຜ່າຕັດ.
ເຫດການຣະເບີດຕົກຄ້າງໃນລາວ ເປັນພັຍອັນຕຣາຍຕໍ່ຊິວິດປະຊາຊົນໃນ ເຂດຊົນນະບົດຫລາຍ ຢູ່ຊຶ່ງກອ່ນຫນ້ານີ້ ໃນວັນທີ 19 ທັນວາ ຜ່ານມາ ກໍມີເຫດຣະເບີດແຕກຢູ່ແຂວງສາຣະວັນເຮັດໃຫ້ເດັກນ້ອຍເສັຽຊິວິດ 2 ຄົນ ຍ້ອນເກັບລູກຣະເບີດມາຫລີ້ນ.