ມ.ຄຳ ຂົວຂາດ ນັກຮຽນ ຂີ່ເຮືອຈ້າງ ໄປໂຮງຮຽນ

ນັກຮຽນ ເມືອງຄຳ ແຂວງຊຽງຂວາງ ຕ້ອງຈ້າງເຮືອ ຂີ່ໄປຮຽນ ໃນຂນະທີ່ ທາງການ ສເນີໃຫ້ ປະຊາຊົນ ອອກເງິນ ສ້າງຂົວ.

ເດັກນ້ອຍນັກຮຽນ ທີ່ມາລຽນແຖວລົງເຮືອ ຂ້າມນໍ້າໄປໂຮງຮຽນ ຍ້ອນຂົວທີ່ເຄີຍໃຊ້ ເປ່ເພ ຕອນຝົນຕົກໜັກ ຮູບພາບຈາກ : ນັກຂ່າວພົລເມືອງ

ນັກຮຽນໃນເຂດ ສາມບ້ານ ຂອງເມືອງຄຳ ແຂວງຊຽງຂວາງ ຕ້ອງໄດ້ມາລຽນແຖວ ລົງເຮືອຮັບຈ້າງ ຂ້າມນໍ້າມັດ ໄປໂຮງຮຽນແຕ່ລະມື້ ເນື່ອງຈາກ ຂົວທີ່ເຄີຍໃຊ້ຂ້າມນໍ້າດັ່ງກ່າວ ຖືກນໍ້າພັດເປ່ເພ ໃຊ້ການບໍ່ໄດ້ນັບແຕ່ ເດືອນກໍຣະກະດາ ເປັນຕົ້ນມາ. ປັດຈຸບັນ ຍັງບໍ່ທັນມີ ການສ້ອມແປງ ຂົວດັ່ງກ່າວ. ດັ່ງປະຊາຊົນ ບ້ານໄຮ່ໜ່ຽງໄດ້ກ່າວຕໍ່ RFA ໃນວັນທີ 09 ສິງຫາວ່າ:

"ເຂົາເຈົ້າເຮັດເປັນຂົວໄມ້ຂົວດິນສອງຂົວ ແລ້ວເດ້ ມັນໄກມິດຈິດ ມັນລຳບາກນັກຮຽນແບບວ່າ ໄດ້ໄປແຕ່ເຊົ້າໄປລໍຄີວເຂົ້າ ເຂົາອວ່າຍເຮືອ ເສັຽເງິນໃຫ້ເຂົາເຈົ້ານ່າ ລະກໍປະມານ 5 ພັນກີບ ຕໍ່ຜູ້ນຶ່ງ ມີສອງລຳ ເປັນເຮືອຂອງເອກກະຊົນ ບັດນີ້ນັກຮຽນມັນຫຼາຍ ຄົນ ແລ້ວເຂົາເຈົ້າ ບໍ່ລ່ອງນ່າ ໄດ້ໄປໄປເທື່ອລະນ້ອຍ."

ຊາວບ້ານກ່າວຕື່ມວ່າ ນັກຮຽນໃນເຂດສາມບ້ານ ມີບ້ານແງ້ວ ບ້ານຄັງແຄະ ບ້ານໄຮ່ໜ່ຽງ ຕ້ອງມາລໍຖ້າຂ້າມເຮືອ ຕັ້ງ 5-6 ໂມງເຊົ້າ ເພື່ອໄປໂຮງຮຽນ ນັກຮຽນຕ້ອງຈ່າຍ ຄົນລະ 5 ພັນກີບ ເພື່ອຈ້າງຂ້າມໄປ ເຮືອກໍລໍານ້ອຍ ມີພຽງສອງລຳຂົນໄດ້ ເທື່ອລະ 10 ຄົນ ເຮັດໃຫ້ນັກຮຽນ ໄປໂຮງຮຽນບໍ່ທັນ ມີບາງສ່ວນກໍຂາດໂຮງຮຽນ ຍ້ອນວ່າບໍ່ມີເງິນຈ່າຍຄ່າເຮືອ.

ປັດຈຸບັນນໍ້າມັດຂຶ້ນສູງເຖິງ 20 ແມັດ ເຊິ່ງເປັນອັນຕະລາຍ ຕໍ່ການຂີ່ເຮືອຂ້າມຂອງນັກຮຽນ ແຕ່ຖ້າວ່ານໍ້າລົງ ມັນຕື້ນ ນັກຮຽກກໍລອຍ ຂ້າມໄປໂຮງຮຽນໄດ້.

"ຄັນວ່າຊ່ວງນໍ້າຕື້ນ ເຂົາກໍ່ລອຍນໍ້າໄປໄດ້ ຊ່ວງນີ້ນໍ້າມັນນອງເຂົາລອຍໄປບໍ່ໄດ້ ກໍຂາດຢູ່ແບບວ່າ 8 ໂມງເຊົ້າ ເຂົາເຈົ້າໄປແຕ່ຕອນ 5-6 ໂມງ ພໍດີອວ່າຍເຮືອໄດ້ ແລ້ວກໍຍ່າງໄປມັນກໍໄກ ບາງຄົນມັນກໍບໍ່ເງິນຂີ່ເຮືອແດ່ ເງິນໄປກິນໂຮງຮຽນໄດ້ ພໍ່ແມ່ກໍຢາກ ເອົາຢາກຢູ່ຫັ້ນລະ."

ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງຊຽງຂວາງ ກ່າວວ່າ ໄດ້ຮັບຮູ້ເຖິງບັນຫາ ດ່ັງກ່າວແລ້ວ ພ້ອມແນະນຳ ໃຫ້ປະຊາຊົນສເນີໄປຍັງ ຫ້ອງວ່າການເມືອງວຽງຄຳ ເພື່ອແກ້ໄຂ.

"ໃຫ້ສເນີຕໍ່ອຳນາດການປົກຄອງເມືອງຫັ້ນ ເບີ່ງອັນນີ້ຫັ້ນແມ່ນເຮົາ ບໍ່ມີທິດທາງອອກໃຫ້ເຂົາເຈົ້າ ເກັບເງິນຄົນແຖວນັ້ນ ການແກ້ໄຂ ຂໍໃຫ້ ທາງບ້ານນັ້ນ ນຳສເນີທ່ານເຈົ້າເມືອງ ຫ້ອງການໂຍທາເມືອງ ນັ້ນຕື່ມວ່າເຂົາເຈົ້າຈະມີທິດທາງ ການແກ້ໄຂແນວໃດ."

ປີນີ້ແຂວງຊຽງຂວາງ ຕ້ອງໄດ້ເປີດສົກຮຽນໄວກ່ອນ ກຳນົດ ຄືຕາມທາງການແມ່ນເປີດ ວັນທີ 01 ກັນຍາ ແຕ່ທາງແຂວງຊຽງຂວາງ ໄດ້ເປີດ ສົກຮຽນປີນີ້ ມາຕັ້ງແຕ່ເດືອນ ກໍຣະກະດາ ເປັນຕົ້ນມາ ເນື່ອງຈາກປີ 2020 ທາງແຂວງຊຽງຂວາງ ຈະເປີດງານກິລາ ແຫ່ງຊາດ ແລະ ນັກຮຽນເລົ່ານີ້ ກໍ່ຈະເປັນສ່ວນນຶ່ງ ໃນຂະບວນການສະແດງ ຂອງກິລາແຫ່ງຊາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org