ນໍ້າຖ້ວມບໍຣິຄັນ ເສັຽຫາຍໜັກ


2013.06.26

 

ຫ້ອງການ ແຂວງ ບໍຣິຄໍາໄຊ ເປີດເຜີຍວ່າ ການສລຸບ ຂໍ້ມູລ ເບື້ອງຕົ້ນ ກໍຣະນີ ນໍ້າຖ້ວມ ເມືອງ ບໍຣິຄັນ ຕັ້ງແຕ່ ວັນທີ 23 ມີຖຸນາ ເປັນຕົ້ນມາ ມີຊາວບ້ານ ໄດ້ຮັບຜົລ ເສັຽຫາຍ ກວ່າ 9200 ຄົນ ຈາກ 1 ພັນ ກວ່າ ຄອບຄົວ. ສ່ວນໃຫຍ່ ແມ່ນ ບ້ານເຮືອນ ເພພັງ ຊຶ່ງ ມາຮອດ ມື້ນີ້ ນໍ້າໄດ້ບົກລົງ ຢູ່ ໃນຣະດັບ ປອດພັຍ ແລ້ວ. ທ່ານກ່າວວ່າ:

"ສ່ວນໃຫຍ່ ຖ້ວມເຂດ ການຜລິດ ສະເພາະ ຖ້ວມຕົວ ບ້ານເຮືອນ ປະຊາຊົນ ແທ້ ສະເພາະ 2 ເຂດ ຫ້ວຍພູນ ກັບ ເຂດເທສບານ ປະມານ 8 ບ້ານ ນີ້ແຫລະ ປະມານ 1000 ກວ່າ ຄອບຄົວ".

ທ່ານກ່າວ ເພີ້ມວ່າ ບ້ານເຮືອນ ທີ່ໄດ້ຮັບ ຜົລກະທົບ ຈາກ ນໍ້າຖ້ວມ ຄັ້ງນີ້ ສ່ວນທີ່ ໄດ້ຮັບ ຜົລກະທົບ ຫລາຍ ທີ່ສຸດ ຄືທີ່ດິນ ທີ່ໃຊ້ ໃນການຜລິດ ຂອງ ປະຊາຊົນ ທີ່ ມີນໍ້າຖ້ວມ ຂັງ ຢ່າງ ຫລວງຫລາຍ ແລະ ຄາດວ່າ ຈະສາມາດ ຣາຍງານ ຄວາມເສັຽຫາຍ ທັງໝົດ ໃນອີກ ບໍ່ດົນນີ້ ຊຶ່ງມີ ເຈົ້າໜ້າທີ່ ລົງຮວບຮວມ ຂໍ້ມູລ ຢູ່. ສ່ວນເຣື່ອງ ການສ້ອມແປງ ເສັ້ນທາງຫຼວງ 4B ທີ່ມີດິນ ເຈື່ອນລົງໃສ່ ນັ້ນ ທ່ານວ່າ ແກ້ໄຂໄດ້ ແລ້ວ ແຕ່ເປັນພຽງ ການແກ້ໄຂ ສຸກເສີນ ເທົ່ານັ້ນ ຊຶ່ງ ຈະຕ້ອງໄດ້ ສ້ອມແປງ ຕື່ມ ໃນຂັ້ນ ຕໍ່ໄປ.

ສໍາລັບ ຄວາມຕ້ອງການ ການຊ່ວຍເຫລືອ ຈາກ ຣັຖບານ ລາວ ຄືການ ປ້ອງກັນ ພຍາດ ຫລັງນໍ້າ ລົດລົງ ຊຶ່ງຄາດວ່າ ຈະມີ ປະຊາຊົນ ຈໍານວນຫລາຍ ໄດ້ຮັບ ຜົລກະທົບ ຮວມທັງ ການຊ່ວຍເຫລືອ ເຣື່ອງ ແນວພັນ ເພື່ອໃຫ້ທັນ ໃນຊ່ວງ ປູກເຂົ້າ ນາປີ ໃນ ຣະດູຝົນ ນີ້ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.