ບ້ານຫລັກຊາວຕ້ອງການໃຫ້ ຊ່ວຍເຫລືອ

ຈໍາປາທອງ
2014.10.01
F-Laksao ສະພາບໄຟໄໝ້ຕລາດຫລັກ 20 ເມືອງຄຳເກີດ ແຂວງບໍຣິຄຳໄຊ ໃນຄືນວັນທີ 27 ກັນຍາ 2014.
Citizen journalist

 

ພວກພໍ່ຄ້າ ຊາວຂາຍ ທັງໝົດ 311 ຮ້ານ ທີ່ໄດ້ຮັບ ຄວາມ ເດືອດຮ້ອນ ຈາກ ເຫດໄຟໄໝ້ ຕລາດ ບ້ານ ຫລັກຊາວ ເມືອງຄໍາເກີດ ແຂວງ ບໍຣິຄໍາໄຊ ເມື່ອ ວັນທີ 27 ກັນຍາ ຕ້ອງການ ຄວາມ ຊ່ວຍເຫຼືອ ຈາກ ພາກສ່ວນ ທີ່ກ່ຽວຂ້ອງ ເນື່ອງຈາກ ໄຟໄໝ້ ຮ້ານ ແລະ ເຄື່ອງ ຂອງຂາຍ ຈຶ່ງຢາກໃຫ້ ທາງການ ສ້າງຕລາດ ຢູ່ບ່ອນໃໝ່ ຊົ່ວຄາວ. ດັ່ງ ເຈົ້າໜ້າທີ່ ເມືອງ ຄໍາເກີດ ທ່ານນຶ່ງ ເວົ້າວ່າ:

"ຈໍານວນ ທີ່ ຜົລກະທົບ ຫັ້ນມີ 311 ຮ້ານ ຮ້ານທີ່ຂາຍ ຢູ່ໃນ ຕລາດນີ້ນະ ຢູ່ໃນຮ້ານ ເພິ່ນຖືວ່າ ໄໝ້ໝົດ ດຽວນີ້ ຖືວ່າເພິ່ນ ຂໍຄວາມ ຊ່ວຍເຫລືອ ໃນການ ປຸກສ້າງໃໝ່ ນີ້ແຫລະ ຖືວ່າ ບໍ່ໄດ້ຮັບ ບາດເຈັບ ຖືວ່າມີແຕ່ ຜົລເສັຽຫາຍ ສິນຄ້າ ເຄື່ອງຂອງ".

ທ່ານກ່າວ ຕໍ່ໄປວ່າ ພາຍຫລັງ ເກີດໄຟໄໝ້ ພາກສ່ວນ ທີ່ ກ່ຽວຂ້ອງ ກໍໄດ້ ວາງແຜນ ສ້າງຕລາດ ຊົ່ວຄາວ ແລະ ຈະເລິ້ມສ້າງ ໃນໄວໆນີ້ ຢູ່ບໍ່ໄກ ຈາກ ບ່ອນເກົ່າ. ສ່ວນວ່າ ຕລາດ ໄຟໄໝ້ ນັ້ນ ກໍຈະຖືກ ສ້ອມແປງ ຄືນໃໝ່ ແລະວ່າ ສໍາລັບ ເຣຶ່ອງການ ຊ່ວຍເຫລືອ ຜູ້ໄດ້ຮັບ ຜົລກະທົບ ກໍຈະມີ ການປຶກສາ ຫາລືກັນ ຕື່ມອີກ. ທ່ານວ່າ ໄຟໄໝ້ ຕລາດ ສ້າງຄວາມ ເສັຍຫາຍ ໃນ ມູນຄ່າ 20 ຕື້ກີບ.

ເຈົ້າໜ້າທີ່ ຕໍາຣວດ ຄາດວ່າ ໄຟໄໝ້ ອາຈ ເກີດຈາກ ໄຟຟ້າ ລັດວົງຈອນ. ກ່ອນເກີດເຫດ ມີຟ້າຮ້ອງ ແລະ ມີສຽງຣະເບີດ ຈາກ ຮ້ານຄ້າ ແຫ່ງນຶ່ງ ຫຼັງຈາກ ນັ້ນ ໄຟ ກໍລຸກລາມ ໄໝ້ຂຶ້ນ ຢ່າງໄວວາ ແລະ ໃຊ້ເວລາ 3 ຊົ່ວໂມງ ຈຶ່ງ ສາມາດ ຄວບຄຸມ ໄຟໄດ້.

ຕລາດ ແຫ່ງນີ້ ໄດ້ເປີດໃຊ້ ມາເປັນ ເວລາ 10 ກວ່າປີ ແລ້ວ. ໃນຕລາດ ມີ ສະພາບ ທີ່ ແອອັດ ມີຮ້ານຄ້າ ກໍມີຫລາຍ ແຕ່ບໍ່ມີ ຣະບົບ ປ້ອງກັນ ໄຟໄໝ້ ດີ ເທົ່າທີ່ຄວນ ເຮັດໃຫ້ ໄຟລາມໄໝ້ ໄດ້ ຢ່າງໄວວາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.