ຈູດໄຮ່ຄວັນໜາປົກຄຸມຫາຍໃຈ ຝືດ
ໃນຣະດູນີ້ ປະຊາຊົນ ລາວ ໃນຫຼາຍແຂວງ ກຳລັງ ຖາງປ່າ ຈູດໄຮ່ ເຮັດໃຫ້ ມີຄວັນໜາ ປົກຄຸມ ຊຶ່ງເປັນ ອັນຕລາຍ ຕໍ່ ສຸຂພາບ.
-
ອະວາຣີ
2016-03-18 -
-
-
Your browser doesn’t support HTML5 audio
ປະຊາຊົນລາວ ຍັງເຮັດໄຮ່ ແລະ ຮອດຍາມນີ້ ທຸກປີ ກໍພາກັນ ຈູດໄຮ່ ເຮັດໃຫ້ມີ ຄວັນໜາປົກຄຸມ ແລະ ອາກາດເປັນມົລພິດ. ປະຊາຊົນ ແຂວງບໍ່ແກ້ວ ຈົ່ມວ່າ ມີອາການ ຫາຍໃຈຝືດ ໄອ-ຈາມ ຢູ່ຕລອດ. ດັ່ງ ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ ບໍ່ປະສົງ ບອກຊື່ ເວົ້າກັບ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 17 ມິນາ ນີ້ວ່າ:
“ຝັ່ງລາວ ໜິ ກໍມີຄືກັນ ແຫຼະ ການຈູດ ທາງນັ້ນແດ່ ທາງນີ້ແດ່ ສົມທັບກັນ ມັນ ກໍເຮັດໃຫ້ ໝອກຄວັນ ກຸ້ມເຮັດ ໃຫ້ຄື ລັກສນະວ່າ ມັນຫາຍໃຈ ຝຶດ ແຫຼະເນາະ ມັນຫາຍໃຈ ຍາກ ເຮັດໃຫ້ ປະຊາຊົນ ເປັນຫວັດ ເປັນໄອ ແບບຫາຍໃຈ ຍາກ ຄືແນວນີ້ ທຸກປີ ຄືກັນແຫຼະ.”
ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ຜແນກ ສາທຣະນະສຸຂ ແຂວງບໍ່ແກ້ວ ໄດ້ອອກ ປະກາດ ເຕືອນ ປະຊາຊົນ ໃຫ້ ຣະມັດ ຣະວັງ ໃຫ້ ຮັກສາ ສຸຂພາບ ແຕ່ບໍ່ໄດ້ ສັ່ງໃຫ້ ປະຊາຊົນ ຢຸດ ຖາງປ່າ ເຮັດໄຮ່.
ນອກຈາກ ຈະເປັນພັຍ ອັນຕະລາຍ ຕໍ່ ສຸຂພາບແລ້ວ ຄວັນຈາກ ການຖາງປ່າ ເຮັດໄຮ່ ຍັງເຮັດໃຫ້ ການ ຄົມມະນາຄົມ ຂົນສົ່ງ ທາງບົກ ທາງອາກາດ ຫຍຸ້ງຍາກ ລໍາບາກ. ເກືອບທຸກໆປີ ທາງການ ແຂວງ ຫຼວງພຣະບາງ ຈຳເປັນຕ້ອງ ໂຈະ ການບິນ ຫຼາຍມື້ ເພາະມີ ຄວັນໜາ ປົກຄຸມ ທ້ອງຟ້າ ຊຶ່ງເປັນ ອັນຕະລາຍ ຕໍ່ການຂື້ນລົງ ຂອງ ເຮືອບິນ.