ຄົນງານຈາກສວນກ້ວຍຈີນ ມີບັນຫາ ສຸຂພາບ
2021.05.14

ຄົນງານລາວຈຳນວນນຶ່ງ ທີ່ເຮັດວຽກຢູ່ສວນກ້ວຍຈີນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ປະສົບກັບບັນຫາສຸຂພາບອ່ອນເພັຽ ແລະ ເປັນພຍາດພາຍຫລັງ ທີ່ສວນກ້ວຍຈີນຫຼາຍແຫ່ງ ໄດ້ປິດລົງ. ຄົນງານທີ່ເຮັດວຽກຢູ່ສວນກ້ວຍຈີນ ສ່ວນຫຼາຍບໍ່ໄດ້ຮັບການດູແລ ເບິ່ງແຍງ ເຣື່ອງສຸຂພາບໃນຂນະທີ່ ເປັນລູກຈ້າງ.
ດັ່ງກໍຣະນີຫລ້າສຸດທີ່ເກີດຂຶ້ນ ເມື່ອວັນທີ 13 ພຶສພາ ຜ່ານມາຊາວບ້ານຜູ້ນຶ່ງ ໄດ້ເປີດເຜີຍເຣື່ອງຂອງຄົນງານລາວຜູ້ນຶ່ງຊື່ ທ້າວເສັງ ອາຍຸ 20 ປີ ເປັນຄົນຊົນເຜົ່າ ຢູ່ບ້ານໂພນແກ້ວ ເມືອງນໍ້າບາກ ແຂວງຫຼວງພຣະບາງ ເຊິ່ງເປັນຄົນງານ ຢູ່ສວນກ້ວຍຈີນ ບ້ານ ມົກກະຈອກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມາໄດ້ 3-4 ປີແລ້ວ.
ແຕ່ພາຍຫລັງສວນກ້ວນກ້ວຍໄດ້ປິດລົງ ໃນປີນີ້ ທາງນາຍຈ້າງກໍໄດ້ປະຖິ້ມຜູ້ກ່ຽວ ແລະ ບໍ່ໄດ້ເບິ່ງແຍງເລີຍ ເຊິ່ງປັຈຈຸບັນ ທ້າວເສັງ ເປັນພຍາດບວມ ແລະ ພຍາດຫຼາຍຢ່າງ ອີກທັງບໍ່ມີເຂົ້າກິນ ແລະ ບໍ່ມີເງິນສຳລັບເດີນທາງກັບ ແຂວງຫຼວງພຣະບາງ. ດັ່ງປະຊາຊົນ ຜູ້ທີ່ຊ່ອຍເຫລືອທ້າວເສັງ ທີ່ຂໍສງວນສື່ແລະສຽງ ໄດ້ກ່າວໃນວັນທີ 14 ພຶສພາ ນີ້ວ່າ.
ລາວໄດ້ພາທ້າວເສັງໄປກວດພຍາດ ຢູ່ໂຮງໝໍແຫ່ງນຶ່ງໃນເມືອງຫ້ວຍຊາຍ ເຊີ່ງໃນເບື້ອງຕົ້ນທ່ານໝໍ ຣະບຸວ່າຜູ້ກ່ຽວຂາດອາຫານ ໃຫ້ກິນເຂົ້າຈັກ 2-3 ມື້ກ່ອນແລ້ວຈື່ງຄ່ອຍ ກວດເລືອດຕື່ມເພື່ອກວດວ່າ ເປັນພຍາດຫຍັງແທ້, ປັຈຈຸບັນມີຜູ້ໃຈບຸນຈຳນວນຫຼາຍ ໄດ້ບໍຣິຈາກເງິນ ແລະ ເຄື່ອງຂອງໃຫ້ແກ່ທ້າວເສັງ ເພື່ອເອົາໄວ້ໃຊ້ຫລຸດ ຜ່ອນຄວາມທຸກຍາກ ແລະ ຫລ້າສຸດນີ້ອ້າຍຂອງ ທ້າວເສັງ ຢູ່ແຂວງຫຼວງພຣະບາງ ກໍໄດ້ໂທຣະສັບ ຕິດຕໍ່ຫາຜູ້ເປັນນ້ອງຊາຍແລ້ວ.
ກ່ຽວກັບເຣື່ອງນີ້ຊາວບ້ານ ທີ່ຢູ່ໃກ້ຄຽງ ໄດ້ກ່າວວ່າປັຈຈຸບັນ ມີຜູ້ໃຈບຸນໄດ້ເອົາທ້າວເສັງ ໄປເຮັດວຽກຢູ່ ສວນຂອງລາວແລ້ວ ພ້ອມທັງ ໃຫ້ຄ່າຈ້າງຕອບແທນ ເຊິ່ງຕົນເອງກໍຮູ້ສຶກ ສົງສານຄົນງານດັ່ງກ່າວ ທີ່ຕ້ອງພົບຊະຕາກັມ ແນວນັ້ນ ເຊິ່ງ ໃນໄລຍະຜ່ານມາຕົນເອງ ກໍເຄີຍໃຫ້ເງິນຊ່ອຍເຫລືອ ແກ່ຄົນງານສວນກ້ວຍຈີນ ບາງຄົນ ເພື່ອເປັນຄ່າຣົດສຳລັບ ເດີນທາງກັບໄປແຂວງຫຼວງພຣະບາງ.
"ດຽວນີ້ລາວໄປຢູ່ສວນລາວ ມີຄົນໃຈດີເອົາໄປໄວ້ ໃນສວນຂະເຈົ້າແລ້ວ ໃຫ້ຂະເຈົ້າເບິ່ງແຍງສວນ. ປີແລ້ວນີ້ເຮົາກະສົ່ງໄປ 3 ຄົນ ພໍດີ ເຂົາມາເດີນຜ່ານໜ້າຮ້ານເຮົາ ເຮົາກະຊ່ອຍ ຄ່າຣົດຄົນລະ 1,3 ແສນກີບ ກະບໍ່ຮູ້ວ່າເປັນແນວໃດ ຄືເຮັດແນວນັ້ນນໍາເຂົາເຈົ້າ."
ທ່ານໄດ້ກ່າວຕື່ມວ່າ ປັຈຈຸບັນຕົນໄດ້ຫາລືກັບຫລາຍຄົນ ເພື່ອອຳນວຍຄວາມສະດວກໃຫ້ ທ້າວເສັງ ໄດ້ເດີນທາງກັບເມືອເຮືອນທີ່ ບ້ານໂພນແກ້ວ ເມືອງນໍ້າບາກ ແຂວງ ຫຼວງພຣະບາງ. ແຕ່ໃນໄລຍະນີ້ ຍັງບໍ່ສາມາດເດີນທາງໄດ້ເທື່ອ ຍ້ອນຍັງຢູ່ໃນໄລຍະປິດເມືອງ ແລະປິດແຂວງ. ຖ້າທາງການຜ່ອນຜັນ ໃຫ້ຣົດໂດຍສານສາມາດແລ່ນໄປ ຕ່າງແຂວງໄດ້ ກໍຈະເລັ່ງຫາທາງຊ່ອຍເຫລືອໃຫ້ ທ້າວເສັງ ເດີນທາງກັບເມືອບ້ານ.
ຊາວບ້ານຢູ່ບ້ານມົກກະຈອກ ໄດ້ກ່າວວ່າປັຈຈຸບັນສວນກ້ວຍຈີນ ບາງບໍຣິສັດ ທີ່ລົງທຶນພາຍໃນເຂດບ້ານຂອງຕົນ ໄດ້ຢຸດເຄື່ອນໄຫວ ແລະຕັດຕົ້ນກ້ວຍຖິ້ມແລ້ວ. ແຕ່ຕົນເອງບໍ່ຮູ້ວ່າ ເປັນແນວໃດແທ້ ແລະ ບໍ່ຮູ້ວ່າຄົນຈີນ ທີ່ເປັນເຈົ້າຂອງສວນກ້ວຍ ມີການປະຖິ້ມ ຄົນງານລາວ.
"ບາງບ່ອນເຂົາກາຕັດຖິ້ມ ບາງບ່ອນເຂົາກະຍັງເຮັດຢູ່ ແຕ່ວ່າບໍ່ສັງເກດນຳເຂົານ່າ ບໍ່ໄດ້ເຮັດນໍາເຂົານ່າ ບ່ອນເຂົາບໍ່ໃຫ້ເງິນພວກ ກັມມະກອນອັນນີ້ກະບໍ່ຮູ້ດີ ແມ່ນຄົນຢູ່ບ້ານຊື່ໆ ໂຄງການຈີນປູກຫຍັງອັນນີ້ ບໍ່ຮູ້ແຫຼະເດີ້."
ເຈົ້າໜ້າທີ່ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ກ່າວວ່າ ພາຍຫລັງຮູ້ຂ່າວດັ່ງກ່າວ ຈາກສື່ສັງຄົມ ອອນລາຍ. ປັຈຈຸບັນທາງເຈົ້າໜ້າທີ່ ໄດ້ແຕ່ງຕັ້ງຄະນະ ກັມມະການເພື່ອລົງຕິດຕາມໂຕຈີງ ເຊິ່ງໃນເບື້ອງຕົ້ນຮູ້ແຕ່ພຽງວ່າ ນັບແຕ່ ເກີດການຣະບາດ ຂອງເຊື້ອໂຄວິດ-19 ເປັນຕົ້ນມາເຮັດໃຫ້ສວນກ້ວຍຈີນ ຫຼາຍບໍຣິສັດໄດ້ປິດລົງຍ້ອນ ສົ່ງກ້ວຍໄປຂາຍຈີນບໍ່ໄດ້ ແລະ ກໍໄດ້ປະຖິ້ມຄົນງານລາວ.
"ຕາມແຫລ່ງຂໍ້ມູນກະຢູ່ບ້ານມົກກະຈອກ ຄວາມຈິງສວນກ້ວຍ ເຂົາບໍ່ມີແລ້ວແຫຼະແຖວນັ້ນ. ເປັນແຮງງານທີ່ຕົກຄ້າງເລ່ລ້ອນໄປໆ ມາໆມີຄົນໄປພໍ້ຊ່ວງໂຄວິດ ນີ້ສວນກ້ວຍເຂົາບໍ່ຢູ່ ແລ້ວ ຄົນງານເຂົາກະຕ້ອງໄດ້ອັນນັ້ນ."
ສຳລັບຣາຍຣະອຽດກ່ຽວກັບຈຳນວນ ສວນກ້ວນຈີນ ຢູ່ເມືອງຫ້ວຍຊາຍ ທີ່ປິດລົງໃນໄລຍະການແຜ່ຣະບາດ ຂອງເຊື້ອໂຄວິດ-19 ແລະ ຈຳນວນຄົນງານສວນກ້ວຍ ທີ່ຖືກຢຸດຈ້າງເຮັດ ວຽກນັ້ນເຈົ້າໜ້າທີ່ໄດ້ຊີ້ແຈງວ່າ ບໍ່ຮູ້ຈຳນວນທີ່ແນ່ນອນ ແຕ່ຈະມີການກວດກາ ຄືນໃໝ່.
ທາງດ້ານນັກວິຊາການອາວຸໂສ ດ້ານການກະເສຕໃນລາວ ໄດ້ກ່າວວ່າບັນຫາດັ່ງກ່າວ ທີ່ເກີດຂຶ້ນສະແດງໃຫ້ເຫັນວ່າ ບໍຣິສັດຈີນ ທີ່ມາລົງທືນປູກກ້ວຍຢູ່ລາວ ໄດ້ຣະເມີດກົດໝາຍ ແຮງງານຂອງລາວ ອີກທັງຍັງຣະເມີດສິທທິມະນຸດ ຕໍ່ຄົນງານລາວຕື່ມອີກ.
"ຈີນຢາກເຮັດຕາມໃຈ ດອກໄປເຮັດບໍ່ແກ້ວ ກໍມີຫລາຍຄອບຄົວເປັນແນວນັ້ນ. ໂຕນີ້ມັນມີຫລາຍບ່ອນເນາະ ຈີນ ນີ້ມັນມີວິທີແນວນີ້ ຖ້າມັນຫລຸບທຶນ ຫລືວ່າບໍ່ຢາກຈ່າຍເງິນຫັ້ນນ່າ ແລ້ວຫົວໜ້າລະໜີໄປເລີຍ ປະຜູ້ນີ້ປະຜູ້ຫັ້ນວ່າ ບໍ່ຮູ້ຫົວໜ້າໄປແລ້ວບໍ່ຮູ້ ໄປໃສບໍຮູ້."
ທ່ານໄດ້ກ່າວຕື່ມວ່າ ໃນນາມສ່ວນໂຕ ຢາກສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການຕິດຕາມຊີວິດການເປັນຢູ່ ຂອງຄົນງານລາວດັ່ງກ່າວ. ພ້ອມທັງຫາແນວທາງຊ່ອຍເຫຼືອ ຕາມກົດໝາຍ ຄຸ້ມຄອງແຮງງານລາວ ແລະ ຄັນສາມາດຕິດຕໍ່ຫາຄົນຈີນ ທີ່ເປັນເຈົ້າຂອງບໍຣິສັດ ປູກກ້ວຍ ເຊິ່ງໄດ້ໜີໄປບ່ອນອື່ນແລ້ວນັ້ນ ກໍຢາກໃຫ້ມີການພົວພັນ ໃຫ້ນາຍຈ້າງ ມາຈ່າຍຄ່າຊົດເຊີຍ ໃຫ້ແກ່ຄົນງານລາວ ທີ່ເປັນ ພຍາດອັນເກີດຍ້ອນ ຜົລກະທົບຈາກການ ໃຊ້ສານເຄມີ ຫລື ສະພາບການເຮັດວຽກ ໃນສວນກ້ວຍ.
ກ່ອນໜ້ານີ້ເມື່ອວັນທີ 29 ເມສາ ຜ່ານມາ ທ້າວຂຽວ ອາຍຸ 18 ປີ ຊາວບ້ານ ບ້ານນາກຸນໃໝ່ ເມືອງໜອງແຮັດ ແຂວງຊຽງຂວາງ ທີ່ເຮັດວຽກ ເປັນຄົນງານໃນສວນກ້ວຍຈີນ ຂອງບໍຣິສັດ ວີເອສ ຈຳກັດ ຢູ່ບ້ານທ່າເຮືອ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ໄດ້ເສັຽຊີວິດ ໃນສວນກ້ວຍ ດັ່ງກ່າດ້ວຍພຍາດສ່ວນໂຕ.
ເຊິ່ງຄົນງານທີ່ເຮັດວຽກນຳກັນ ແລະເຈົ້າໜ້າທີ່ເຊື່ອວ່າອາຈເປັນຜົລ ມາຈາກໄດ້ຮັບສານເຄມີ ໃນສວນກ້ວຍສະສົມໃນຮ່າງກາຍຫຼາຍ ເກີນໄປ. ຕໍ່ເຫດການນີ້ຍັງບໍ່ມີ ຂແນງການທີ່ກ່ຽວຂ້ອງ ລົງສືບຫາສາເຫດຂອງການຕາຍຄັ້ງນີ້.