ກຸ່ມຄົນຈີນ ຕີກັບກຸ່ມ ຄົນລາວ

ພູວົງສ໌
2020.09.12
F-fight ກຸ່ມຄົນຈີນ ຕີກັບ ກຸ່ມຄົນລາວ ທີ່ຮ້ານບັນເທີງດາວຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖ່າມກາງມາຕການ ສັ່ງປິດຮ້ານ ບັນເທີງ ທົ່ວປະເທດ ຍັງບັງຄັບໃຊ້ຢູ່.
ນັກຂ່າວພົລເມືອງ

ຕອນກາງຄືນ ຂອງວັນທີ 6 ກັນຍາ ທີ່ຜ່ານມານີ້ ກຸ່ມຄົນຈີນ ແລະ ກຸ່ມຄົນລາວ ບໍ່ຮູ້ຈຳນວນຄັກແນ່ ໄດ້ກໍ່ເຫດລຸມຕີກັນ ຢູ່ບໍຣິເວນຮ້ານບັນ ເທີງດາວຄຳ ຢູ່ເຂດບ້ານນາຄຳ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງເປັນການຝ່າຝືນ ມາຕການ ໃນການເຝົ້າຣະວັງ ການແຜ່ຣະບາດ ຂອງ ເຊື້ອໄວຣັສ ໂຄວິດ-19 ຂອງທາງການລາວ.

ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງ ພວມດຳເນີນຄດີ ກັບເຈົ້າຂອງຮ້ານແຫ່ງດັ່ງກ່າວ ພ້ອມສັ່ງປິດຮ້ານ ແລະ ຕິດຕາມໂຕຜູ້ ກໍ່ເຫດມາດຳເນີນ ຄດີ. ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 11 ກັນຍາ ນີ້ວ່າ:

“ກະບໍ່ຮູ້ລະອຽດນ່າ ເຫັນແຕ່ແບບອັນເຂົາເວົ້າວ່າ ມີຊາວໜຸ່ມຫຼາຍໆຄົນ ແຫຼະຕີກັນ ລະກະມີແມ່ຍິງແດ່ ຜູ້ຊາຍແດ່ ປະມານ 10 ປາຍຄົນ, ເຂົາເວົ້າແນວນີ້ແຫຼະ ບໍ່ຮູ້ວ່າມີຄົນຈີນເບາະ ຫຼືວ່າຄົນຕ່າງດ້າວ ອັນນີ້ບໍ່ຮູ້. ເພິ່ນຫາກໍ່ເປີດໄດ້ຄືນ ນັ້ນແຫຼະ ລະເປີດຂຶ້ນມາ ລະພໍດີມີການຕີກັນ ໄດ້ຍິນແບບນີ້, ແຕ່ວ່າທາງການໄດ້ ໄປເຮັດບົດບັນທຶກແລ້ວວ່າ ໃຫ້ຢຸດ.”

ທ່ານກ່າວຕື່ມວ່າ ກ່ອນໜ້ານີ້, ທາງຫ້ອງການຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ເມືອງສີໂຄດຕະບອງ ສົມທົບກັບອຳນາດການປົກ ຄອງບ້ານ ບ້ານນາຄຳ ໄດ້ເຮັດໜັງສືໄປຫາ ຮ້ານບັນເທີງດັ່ງກ່າວ ແລະ ຮ້ານບັນເທີງອື່ນໆ ທີ່ຢູ່ໃນເຂດບ້ານນາຄຳ ໃຫ້ຢຸດເຊົາຊົ່ວຄາວ ເພື່ອປະຕິບັດ ຕາມມາຕການ ຂອງຣັຖບານ, ແຕ່ວ່າຮ້ານດັ່ງກ່າວ ພັດລັກເປີດໃຫ້ລູກຄ້າ ເຂົ້າມາໃຊ້ ບໍຣິການ ອັນຖືວ່າເປັນການຝ່າຝືນ ກົດຣະບຽບ ຂອງທາງການຢ່າງໃຫຍ່ຫຼວງ ແລະ ກໍມີເຫດຄວາມບໍ່ສງົບ ເກີດຂຶ້ນແດ່. ສ່ວນຣາຍລະອຽດຄັກແນ່ ແລະ ຄວາມຄືບໜ້າ ຕ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ອອກມາຊີ້ແຈງຕື່ມ.

ຜູ້ເຫັນເຫດການດັ່ງກ່າວ ໄດ້ໃຫ້ຂໍ້ມູນແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຕື່ມວ່າ ເຫດການຄັ້ງນີ້ ເກີດຈາກຄວາມມຶນເມົາ ແລະ ກຸ່ມຄູ່ ກໍຣະນີ ກໍມີເຣື່ອງ ສ່ວນໂຕ ແລະ ຜິດຖຽງກັນມາກ່ອນ ແລ້ວ. ພໍຮອດເວລາຮ້ານປິດ, ກຸ່ມຄົນຈີນ ກັບກຸ່ມຄົນລາວ ຈຶ່ງໄດ້ກໍ່ເຫດຕີກັນ ຕາມທີ່ເຫັນ ໃນສື່ສັງຄົມອອນລາຍ. ຈາກນັ້ນ, ບັນດາຜູ້ຄົນທີ່ຢູ່ໃນ ເຫດການ ຈຶ່ງໄດ້ພະຍາຍາມຫ້າມ ເຫດການ ຈຶ່ງສງົບລົງ.

ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແລະ ຫ້ອງການປ້ອງກັນຄວາມສງົບ ເມືອງ ສີໂຄດຕະບອງ ໃນຕອນເຊົ້າ ແລະ ຕອນບ່າຍ ຂອງວັນທີ 11 ກັນຍາ ນີ້, ໂດຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ຊີ້ແຈງວ່າ ກຳລັງດຳເນີນ ການຕາມຂັ້ນຕອນ ທາງກົດໝາຍ ພ້ອມກັບຕິດຕາມ ຜູ້ກໍ່ເຫດ ມາດຳເນີນຄດີ, ແຕ່ຍັງບໍ່ສາມາດ ໃຫ້ຣາຍລະອຽດຫຼາຍກວ່ານີ້ໄດ້.

ໃນມື້ດຽວກັນນີ້, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງ ຮ້ານບັນເທີງດາວຄຳ, ແຕ່ບໍ່ມີຜູ້ຮັບໂທຣະສັບ ແລະ ພ້ອມດຽວກັນ ກໍໄດ້ຕິດຕໍ່ສອບຖາມ ຕິດຕໍ່ໄປຍັງໂຮງແຮມ ດາວຄຳ, ເຊິ່ງຕິດກັນກັບ ຮ້ານບັນເທີງດາວຄຳ, ແຕ່ພະນັກງານໂຮງແຮມ ເວົ້າວ່າ ທາງ ໂຮງແຮມ ບໍ່ໄດ້ມີສ່ວນກ່ຽວຂ້ອງ ກັບຮ້ານບັນເທີງດາວຄຳ ແລະ ບໍ່ສາມາດໃຫ້ຄວາມເຫັນໄດ້. ດັ່ງພະນັກງານຄົນນຶ່ງ ຜູ້ຂໍສງວນຊື່ ເວົ້າວ່າ:

“ໂອ່, ອັນນີ້ເຮົາບໍ່ຮູ້ເຣື່ອງເດ ເພາະວ່າເຮົາເປັນຜແນກໂຮງແຮມ ເຮົາຈະບໍ່ຮູ້ເຣື່ອງ. ໂທຫາອຳນວຍການໂລດເດີ້.”

ກ່ຽວກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ທ່ານນຶ່ງ ກ່າວວ່າ ໃນເບື້ອງຕົ້ນ ຍັງບໍ່ທັນໄດ້ຮັບແຈ້ງການເທື່ອ, ແຕ່ກ່ອນໜ້ານີ້ ທາງຜແນກໄດ້ປະກາດຄັກແນ່ແລ້ວວ່າ ຫາກພົບວ່າ ຮ້ານບັນເທີງຮ້ານໃດ ຝ່າຝືນກົດຣະບຽບ ຂອງທາງການ ຈະຕ້ອງໄດ້ຮັບໂທສສູງສຸດ ແລະ ຖືກຖອນໃບອະນຸຍາດ. ດັ່ງທ່ານກ່າວວ່າ:

“ຮ້ານໃດຝ່າຝືນ ກະມີແຕ່ເພິ່ນຊິຖອນ ໃບອະນຸຍາດເນາະ ຖ້າວ່າຍັງຝ່າຝືນເປີດ ຖ້າວ່າເຈົ້າໜ້າທີ່ເຂົາເຈົ້າລົງ. ໝົດ, ເພິ່ນປິດໝົດເດືອນ ນີ້ແຫຼະ ຮອດວັນທີ 30 ເດືອນ 9.”

ຕໍ່ເຫດການທີ່ເກີດຂຶ້ນນີ້, ຊາວບ້ານໃກ້ຄຽງຄົນນຶ່ງ ກໍຮູ້ສຶກບໍ່ເຫັນດີ ທີ່ຍັງມີຮ້ານບັນເທີງ ລັກເປີດໃຫ້ບໍຣິການ ແລະ ກໍມີຄົນກໍ່ເຫດຄວາມບໍ່ ສງົບ ຈຶ່ງຢາກໃຫ້ທາງການ ລົງໂທສຢ່າງ ເດັດຂາດ. ດັ່ງຍານາງເວົ້າວ່າ:

“ໂອ່, ມີຄົນຕີກັນຢູ່ຮ້ານ ກະຢາກໃຫ້ລົງໂທສແດ່ຫັ້ນແຫຼະ ເຮົາກະບໍ່ຢາກໃຫ້ມີຄວາມວຸ້ນວານ ຫັ້ນນ່າເນາະ. ເຮົາກະຢາກໃຫ້ມັນມີ ຄວາມສງົບ, ອັນເພິ່ນປິດໂຄວິດຢູ່ນ່າ.”

ໃນຂະນະທີ່ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ຜູ້ຂໍສງວນນາມ ກໍເວົ້າວ່າ ຜູ້ທີ່ກໍ່ເຫດຕີກັນໃນເທື່ອນີ້ ສົມຄວນຖືກດຳເນີນຄດີອາຍາ ຍ້ອນ ຝ່າຝືນຣະບຽບ ຂອງທາງການຢ່າງ ຮຸນແຮງ ແລະ ຮ້ານບັນເທີງທີ່ລັກເປີດ ໃຫ້ບໍຣິການ ກໍຢາກໃຫ້ຖືກສັ່ງປິດແບບຖາວອນ. ດັ່ງທ່ານກ່າວວ່າ:

“ເອີ່, ກະເວົ້າເຣື່ອງກົດໝາຍອາຍາ, ຫັ້ນແຫຼະເນາະ, ດຽວນີ້ມັນຊ່ວງນີ້ເນາະ. ເອີ່ກະຍັງມີບາງຮ້ານຢູ່ ຂະເຈົ້າຍັງບໍ່ປະຕິບັດ, ແຕ່ວ່າຂະເຈົ້າ ໄດ້ມອບໃຫ້ ເຈົ້າໜ້າທີ່ຂະເຈົ້າລົງແລ້ວ.”

ກ່ອນໜ້ານີ້, ມີຮ້ານບັນເທີງຫຼາຍຮ້ານ ທີ່ລັກເປີດໃຫ້ບໍຣິການ ໂດຍບໍ່ສົນໃຈຕໍ່ມາຕການປ້ອງກັນ ການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19. 1 ໃນນັ້ນ, ແມ່ນຮ້ານປີ້ງເປັດ ເອ-ວັນ ຢູ່ບ້ານຫົວຂົວ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເຊິ່ງໄດ້ຖືກສັ່ງປິດ ໃນວັນທີ 5 ກໍຣະກະດາ ຍ້ອນເປີດບໍຣິການ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ໂຄສະນາບໍ່ຖືກຕ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.