ຈີນໃຊ້ສານເຄມີຫຼາຍໃນ ສວນກ້ວຍ
2015.07.29
ຊາວລາວ ຈົ່ມວ່າ ຊາວຈີນ ທີ່ ລົງທຶນ ປູກກ້ວຍ ຢູ່ ພາກເໜືອ ຂອງລາວ, ໃຊ້ ສານເຄມີ ຫຼາຍເກີນ ໄປ ເປັນ ອັນຕະ -ຣາຍ ຕໍ່ ສຸຂພາບ ຂອງ ຊາວບ້ານ. ຊາວລາວ ຄົນນຶ່ງ ໃນ ພາກເໜືອ ເວົ້າວ່າ, ຈີນລົງມາ ປູກກ້ວຍ ຫລາຍຢູ່ ແຂວງ ອຸດົມໄຊ ຫຼວງນ້ຳທາ ແລະ ບໍ່ແກ້ວ ແລະ ກໍໃຊ້ ສານເຄມີ ຫລາຍ ທີ່ສຸດ, ໂດຍສະເພາະ ໃນ ເວລາ ກ້າ ເບັ້ຍກ້ວຍ.
ນັກລົງທຶນ ຈີນ ຮູ້ດີວ່າ ສານເຄມີ ເປັນ ອັນຕະຣາຍ ຕໍ່ ສຸຂພາບ ຂອງຄົນ, ສະນັ້ນ ທາງ ບໍຣິສັດ ຈີນ ຈຶ່ງ ຈ້າງຄົນງານ ທ້ອງຖິ່ນ ບໍ່ເກີດ ສາມ ປີ ເພາະຖ້າ ຈ້າງດົນໄປ, ກໍຈະ ເປັນ ອັນຕະຣາຍ ຕໍ່ ຄົນງານ, ແລະ ທາງ ບໍຣິສັດ ກໍບໍ່ຢາກ ຮັບ ຜິດຊອບ. ດັ່ງ ຄົນງານ ຜູ້ນຶ່ງ ທີ່ ເຮັດວຽກ ໃນ ສວນກ້ວຍ ຂອງ ຈີນ ເວົ້າວ່າ:
“ຈີນ ນີ່ ຂັ້ນຢູ່ ສາມປີ ເຂົາ ບໍ່ເອົາລະ ເຂົາບໍ່ເອົາ, ເຂົາບໍ່ເອົາ ແທ້ໆນີ່ ແຕ່ປີນຶ່ງ 2 ປີ ສຸດຕິຶກ ລະເຂົາບໍ່ ເອົາໃຫ້ ຜູ້ອື່ນ ມາໃໝ່ ມາເຂົາຮູ້ ສົ້ນ 2 ປີ 3 ປີ ເຂົາບໍ່ເອົາ ລະ ຢາຈີນ (ສານເຄມີ) ຄັ່ນຖືກ ບໍ່ ມີການດີ ປົວຈັ່ງໃດ ກໍຖືກລະ ທາດເຄມີ ນີ່ ປ້ອງກັນ ກ່ອນ ກະດີໂອ່ ບາງຄົນ ນີ້ ລື້ ໄປ ປູກນີ້ ແຕ່ ຕອນເຊົ້າ ຈົນຮອດ 12 ໂມງ ກະປວດຮາກ 2-3 ເທື່ອ ກະມີ ຢູ່ບໍ່ໄດ້ ໃສ່ຢາ ເນາະ ຢາ ມັນເລັ່ງເດ່ ວ່ານໃສ່ ຢູ່ໃນຖົງຫັ່ນ ເຂົ້າບໍ່ໄດ້ ປວດຮາກ.”
ຜ່ານມາ ຄົນລາວ ທີ່ ເຮັດວຽກ ຢູ່ ສວນກ້ວຍ ແຂວງ ບໍ່ແກ້ວ ເສັຽຊີວິດ ຍ້ອນ ສານເຄມີ ກໍມີ ແລ້ວ, ອີກຈຳນວນ ນຶ່ງ ເປັນຕຸ່ມ ຕາມ ຕົນໂຕ, ແລ້ວໄປ ຮັກສາ ຢູ່ ໂຮງໝໍ ແຂວງ ຊຽງຮາຍ ຂອງໄທ ດ້ວຍເງິນ ຕົນເອງ.
ກ່ຽວກັບ ເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ກໍ ພຍາຍາມ ຕິດຕໍ່ຖາມ ໄປ ເຈົ້າໜ້າທີ່ ຜແນກ ສາທາຣະນະສຸກ ແຂວງ ບໍ່ແກ້ວ ແຕ່ ກໍບໍ່ ສາມາດ ຕິດຕໍ່ໄດ້ ຈັກເທື່ອ. ແຕ່ ເຈົ້າໜ້າທີ່ ຜແນກ ກະສິກັມ ແຂວງ ຫຼວງນໍ້າທາ ກໍ ຍອມຮັບ ວ່າ,
ເຈົ້າຂອງ ສວນກ້ວຍ ບໍ່ຈ້າງ ຄົນລາວ ຕໍ່ ຫລັງຈາກ 2 ປີ ເພາະ ພວກເຂົາ ຢ້ານວ່າ ຄົນງານ ຈະເຈັບປ່ວຍ ຫລື ເສັຽຊີວິດ ແລະ ຈະຕົກເປັນ ຄວາມຮັບ ຜິດຊອບ ຂອງ ບໍຣິສັດ.