ຄົນງານຈາກສວຍກ້ວຍຈີນ ປ່ວຍທາງຈິດ

ໄຊຍາ
2021.05.21
ຄົນງານຈາກສວຍກ້ວຍຈີນ ປ່ວຍທາງຈິດ ນາງໂຕ່ ຢູ່ບ້ານໜອງຂຽວ ເມືອງງອຍ ແຂວງຫຼວງພຣະບາງ ມາເຮັດວຽກຢູ່ສວນກ້ວຍຈີນ ບໍຣິສັດ ວີເອັສ ຈຳກັດ. ກໍາລັງປ່ວຍທາງຈິດ
ນັກຂ່າວພົລເມືອງ

ຜູ້ໃຈບຸນທ່ານນຶ່ງ ໄດ້ພົບຄົນງານລາວ ຢູ່ສວນກ້ວຍຈີນ ຂອງບໍຣິສັດ ວີເອັສ ຈຳກັດ ເມື່ອວັນທີ 19 ພຶສພາ ຜ່ານມາ ຢູ່ບ້ານທ່າເຮືອ ເມືອງບໍລິຄັນ ແຂວງບໍລິຄຳໄຊ 1 ຄົນ ໃນສະພາບອາການປ່ວຍທາງຈິດ. ຫຼ້າສຸດຜູ້ກ່ຽວໄດ້ອອກໄປຢູ່ ສວນກ້ວຍເຂດບ້ານສົມຊື່ນ ທີ່ຢູ່ໃກ້ຄຽງກັນ. ດັ່ງຊາວບ້ານທ່າເຮືອ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເວົ້າເຖິງຜູ້ກ່ຽວ ຕໍ່ ເອເຊັຽ ເສຣີ ເມື່ອວັນທີ 21 ພຶສພາ ວ່າ:

"ເບື້ອງຕົ້ນລາວມາກັບພີ່ນ້ອງ ມາຢູ່ສວນກ້ວຍທ່າເຮືອນັ້ນ ແລ້ວນ້ອງສາວນ້ອງຊາຍ ເຂົາລະກັບເມືອຍັງແຕ່ລາວ ເຮັດວຽກຢູ່ສວນກ້ວຍ ຫັ້ນ. ລາວກະລັກສນະຄົນປ່ວຍທາງຈິດ ເປັນພຍາດປະຈຳໂຕແດ່ ເບາະຫລືແນວໃດ ກໍຍ້ອນວ່າຖາມຂໍ້ມູນລາວ ບໍ່ໄດ້ຣະອຽດ ຫັ້ນນ່າ. ຍ່າງເລາະໄປບ່ອນຫັ້ນບ່ອນນີ້ ຊ້ວງນຶ່ງເງິນກໍຈີກຖິ້ມສະໄປ ຢູ່ແຖວຕລາດເຄຶ່ອງຂອງ ອີ່ຫຍັງລາວ ກໍເອົາມາຈູດທຳລາຍມາຫຍັງໝົດ ຫັ້ນນ່າ ຍາດຕິພີ່ນ້ອງລາວ ກໍບໍ່ໄດ້ຕິດຕໍ່ມາຫາ."

ຊາວບ້ານໄດ້ກ່າວຕື່ມວ່າ ຕາມການສອບຖາມເບື້ອງຕົ້ນ ລາວຊື່ ນາງໂຕ່ ຢູ່ບ້ານໜອງຂຽວ ເມືອງງອຍ ແຂວງຫລວງພຣະບາງ ເຊີ່ງ ມາເຮັດວຽກຢູ່ສວນກ້ວຍ ຂອງບໍຣິສັດ ວີເອັສ ຈຳກັດ. ໂດຍມາພ້ອມກັບນ້ອງຊາຍ ແລະນ້ອງສາວ ແຕ່ທັງສອງຄົນໄດ້ກັບບ້ານກ່ອນ ແລ້ວ ປະລາວໄວ້ໄດ້ປະມານ 1 ປີ ປາຍແລ້ວ. ຕໍ່ອາການປ່ວຍຂອງນາງ ທາງສວນກ້ວຍຈີນ ທີ່ລາວເຮັດວຽກຢູ່ ກໍບໍ່ໄດ້ຮັບຜິດຊອບ ຄ່າປີ່ນປົວໃຫ້ ປະປ່ອຍໃຫ້ລາວຢູ່ຄົນດຽວ ເບື້ອງຕົ້ນກໍຢາກ ໃຫ້ພີ່ນ້ອງຂອງລາວຕິດຕໍ່ກັບມາ.

"ເປັນສິດຂອງສວນກ້ວຍ ຮັບຜິດຊອບລະເນາະ ເຂົາກໍບໍ່ໄດ້ສົນຫຍັງເດ້ ໄປປີ່ນໄປປົວຫຍັງຈັກຫນ່ອຍຄືຈະບໍ່ມີດອກ."

ຄົນງານສວນກ້ວຍຈີນ ຢູ່ບ້ານທ່າເຮືອຄົນນຶ່ງ ໄດ້ເວົ້າວ່າ ຄົນງານຢູ່ສວນກ້ວຍຈີນແຫ່ງນີ້ ມີຄົນງານຈຳນວນຫຼາຍ ຍ້ອນເປັນສວນ ກ້ວຍທີ່ກວ້າງ ເຊິ່ງບໍ່ຮູ້ວ່າຜູ້ໃດເປັນໃຜ ແລະ ຖ້າຄົນງານເຈັບປ່ວຍ ມາກໍຕ້ອງປີ່ນປົວຕົນເອງ ເພາະທາງສວນກ້ວຍຈີນ ກໍບໍ່ໄດ້ມາ ຮັບຜິດຊອບ.

"ມີຫຼາຍບ່ອນຫຼາຍແຄ້ມ ມັນມີຮອດ 20-30 ແຄ້ມ ພຸ້ນນ່າຄົນເຈັບຄົນປ່ວຍນີ້ ເຂົາມີເງິນສ່ວນໂຕເອງ ເຂົາກໍປົວໄດ້. ເຂົາບໍ່ມີເງິນ ສ່ວນໂຕກໍຢູ່ດ້ວຍໂຕເອງຫັ້ນ ແລ້ວເຂົາມີພີ່ນ້ອງ ກໍຢູ່ໄດ້."

ກໍຣະນີດັ່ງກ່າວ ເຈົ້າໜ້າທີ່ຜູ້ກ່ຽວຂ້ອງ ຢູ່ເມືອງບໍລິຄັນ ຜູ້ຂໍສງວນາຊື່ ໄດ້ກ່າວວ່າ ຍັງບໍ່ທັນໄດ້ຮັບຊາບຣາຍຣະອຽດຂອງຜູ້ກ່ຽວເທື່ອ. ພ້ອມນີ້ສວນກ້ວຍ ຂອງບໍຣິສັດ ວີເອັສ ຈຳກັດ ບໍ່ໄດ້ເອົາໃຈໃສ່ຊ່ອຍເຫລືອ ຄົນງານເວລາເຈັບປ່ວຍ ແລະ ການເບີກຈ່າຍເງິນໃຫ້ ຄົນງານກໍ່ມັກສໍ້ໂກງ.

"ຮູ້ແລ້ວແຕ່ຍັງບໍ່ທັນໄດ້ ລົງເອົາຂໍ້ມູນຣະອຽດຍັງບໍ່ໄດ້ ເອົາຂໍ້ມູນວ່າມາຈາກບ້ານໃດ. ບໍຣິສັດ ວີເອັສ ນີ້ມັກມີບັນຫາມີເຣື່ອງກັບຄົນງານ ຫັ້ນນ່າກັບບັນຫາການເຈັບ ປ່ວຍຫັ້ນກະບໍ່ໄດ້ ຊ່ອຍໄປໂຮງໝໍ. ບໍ່ໄດ້ສົນໃຈບໍ່ຮັບຜິດຊອບ ເລີຍນ່າເຄື່ອງອຸປກອນທີ່ປ້ອງກັນຫັ້ນຖືວ່າ ບໍ່ມີຫຍັງເລີຍ ໃຫ້ກັມມະກອນເລີຍ ການຈ່າຍເງິນກໍບໍ່ດີແທ້ ແລະ ບາງເທື່ອຜິດຖຽງກັນ ນ້ອຍນຶ່ງກໍ່ໄລ່ອອກ."

ສວນກ້ວຍຂອງບໍຣິສັດ ວີເອັສ ຈຳກັດ ທີ່ຢູ່ບ້ານ ທ່າເຮືອ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຄົນຈີນໄດ້ສັມປະທານໃນເນື້ອ ປະມານ 300 ເຮັກຕ້າ. ໃນໄລຍະຜ່ານມາ ທາງສວນກ້ວຍ ຍັງບໍ່ໄດ້ປະຕິບັດ ຕາມກົດໝາຍແຮງງານລາວ ຫລາຍຢ່າງເປັນຕົ້ນແມ່ນການ ປີ່ນປົວ ຄົນງານເວລາປ່ວຍ. ຖ້າຄົນງານເຮັດວຽກຜິດພາດເລັກນ້ອຍ ກໍໄລ່ອອກ ບາງຄັ້ງກໍບໍ່ຈ່າຍເງິນ ເຊິ່ງເຈົ້າໜ້າທີ່ກຳລັງປະສານ ງານໄປຍັງເຈົ້າຂອງສວນກ້ວຍ ມາແກ້ໄຂບັນຫາດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 24, 2021 05:29 PM

ເລື້ອງກະເສດຕະກອນຂອງຈີນທີ່ມາລົງທືນທີ່ແອບແຝງໄປກັບໂຄງການສາຍໄໝຂອງຈີນນັ້ນແນ່ນອນມັນບໍ່ແມ່ນນັກວິຊາການທີ່ມີຄຸນນະພາບຂອງຈີນທີ່ແທ້ຈິງມັນເປັນພຽງພວກອາສາສມັກທີ່ລັດທະບານຂອງເຂົາໄຫ້ທືນມາເພື່ອມາໄຊ້ສຖານທີ່ແລະແຮງຂອງປະເທດນັ້ນເພື່ອນໍາເອົາຜົນກະເສດທີ່ເຂົາຍັງຕ້ອງການເປັນສ່ວນຫຼາຍເພືອໄປປ້ອນຕະຫຼາດໃນຈີນທີ່ມັນຍັງຄາດແຄນຢູ່ແລະເພືອໄປຈັບຈ່າຍຊື້ຂາຍໄຫ້ກັບພະນັກງານທີ່ທໍາງານໄຫ້ພັກຄອມມີວນີສທີ່ຫຼາຍກ່ວາ15ລ້ານຄົນແລະແຮງງານທີ່ຢູ່ໂຮງຈັກໂຮງງານອຸດສາຫະກໍາກ່ວາເຄີ່ງປະເທດຂອງພົນລະເມືອງຂອງຈີນແນ່ນອນສີ່ງໄດທີ່ເຂົາຈະໄຫ້ມັນໄດ້ຜົນຕອບແທນໄວແລະຫຼາຍທີ່ສຸດໂດຍເຂົາບໍ່ໄດ້ຄໍານືງເຖີງຊີວິດແລະສິ່ງແວດລ້ອມຂອງປະເທດນັ້ນໆເລີຍແລະປະເທດຕົວຢ່າງກໍຄືສປປລນັ້ນເອັງ,ສນັ້ນປະເທດທີ່ອ່ອນແອທາງເສດຖະກິດ,ທາງການເມືອງ,ທາງການທະຫານດັ່ງນີ້ເປັນຕົ້ນແລະເຂົາເຫັນວ່າປະເທດໃດທີ່ມີພຶຕກັມໄປທາງຜເດດການເຂົາມັກຈະໄຫ້ຄວາມຊ່ວຍເຫຼືອທຸກຢ່າງແລະມີການປືກສາຫາລືກັນດ້ວຍເລ້ກົນທີ່ບໍ່ໂປ່ງໄສແລະແຈ່ມແຈ້ງຕໍ່ຂໍ້ຕົກລົງນັ້ນ,ອັນນີ້ທຸກຄົນຄວນຈະເຫັນຊັດເຈນແລ້ວກັບໝໍ້ໄຟແຫ່ງເອເເຊັຽຂອງສປປລ,ປະຊາຊົນຈະຂໍຮ້ອງໄຫ້ລັດຖະບານຫຼຸດຄ່າໄຟລົງເທົ່າໃດລັດຖະບານກໍຫຼຸດບໍ່ໄດ້ຈັກເທື່ອບໍ່ຮູ້ວ່າມັນເປັນຍ້ອນຫັຽງ,ນີ້ລະຄືຂໍ້ສົງໄສຂອງຂ້ອຍແລ້ວແມ່ນວ່າແບດເຕີລີຂອງເອເຊັຽມັນໄດ້ຕົກໄປເປັນແບດເຕີລີຂອງຈີນໄປແລ້ວ,ແລະທຸກຄົນຄົງຈະເຂົ້າໃຈເອົາເອັງ.