ສວນກ້ວຍຈີນມີຄົນງານ ເສັຽຊີວິດ ອີກນຶ່ງຄົນ
2021.05.19

ເກີດເຫດຄົນງານລາວ ເສັຍຊີວິດເພີ່ມອີກ ນຶ່ງຄົນ ຢູ່ສວນກ້ວຍຈີນຂອງ ບໍຣິສັດ ວີເອັສ ຈຳກັດ ເຂດບ້ານທ່າເຮືອ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ເຫດການນີ້ເກີດຂຶ້ນ ເມື່ອວັນທີ 16 ພຶສພາ ຜ່ານມາ. ເຊິ່ງຜູ້ເສັຍຊີວິດຄື ທ້າວ ບໍຈຽມ ອາຍຸ ປະມານ 30 ປີ ເປັນຄົນລາວຊົນເຜົ່າ ທີ່ມາຈາກບ້ານນໍ້າຖ້ວມ ເມືອງນໍ້າບາກ ແຂວງຫລວງພຣະບາງ. ກ່ອນເສັຍຊີວິດ ຜູ້ກ່ຽວມີ ອາການໄອອອກ ເລືອດ ເປັນເວລາຫລາຍມື້ ບໍ່ມີໃຜພາໄປໂຮງໝໍ. ຄົນງານທີ່ເຮັດຢູ່ບ່ອນດຽວກັນ ເຊື່ອວ່າເປັນຜົລກະທົບ ຈາກການໃຊ້ສານເຄມີ ໃນສວນກ້ວຍ. ເນື່ອງຈາກ ທ້າວ ບໍຈຽມ ມີໜ້າ ທີສີດຢາ ສານເຄມີ ໂດຍຕົງ. ດັ່ງຄົນງານທີ່ເຮັດວຽກ ໃນສວນກ້ວຍຂອງ ບໍຣິສັດ ວິເອັສ ໄດ້ກ່າວຕໍ່ເອເຊັຽ ເສຣີ ເມື່ອວັນທີ 19 ພຶສພາ ວ່າ:
"ຕາຍ 4 ມື້ນີ້ແລ້ວເດ້ ຕາຍຍ້ອນແບບວ່າເປັນພຍາດແບບວ່າໄອອອກເລືອດນ່າ ແລ້ວເວລາລາວຕາຍນີ້ອອກເລືອດດັງເລືອກປາກ ນີ້ນ່າ. ຄົນຕາຍແບບວ່າ ເຂົາພົ່ນຢາກ້ວຍນ່າ ພົ່ນຢາກ້ວຍແນວນີ້ ກະມີພີ່ນ້ອງເປັນເຈັບເປັນໄຂ້ ກະບໍ່ມີໃຜມາເບິ່ງນ່າ."
ຄົນງານໄດ້ກ່າວຕື່ມວ່າ ຫລັງຈາກ ທ້າວ ບໍ່ຈຽມ ເສັຍຊີວິດທາງເຈົ້າຂອງ ສວນກ້ວຍກໍໄດ້ແຈ້ງໃຫ້ເຈົ້າໜ້າທີ່ ມາເກັບຂໍ້ມູນການເສັຽ ຊີວິດພ້ອມທັງອອກເງິນຈ້າງຣົດກູ້ພັຍໃຫ້ຂົນສົ່ງສົບ ຂອງຜູ້ກ່ຽວເມືອພູມລຳເນົາ ທີ່ ແຂວງຫລວງພຣະບາງ ແຕ່ບໍ່ໄດ້ຈ່າຍຄ່າຊົດເຊີຍ ແຕ່ຢ່າງໃດ.
ຫລັງຈາກເກີດເຫດເສັຍຊີວິດ 2 ຄົນ ພາຍໃນໄລຍະເວລາບໍ່ຮອດເດືອນ ເຮັດໃຫ້ຕົນເອງທັງ ຄົນງານລາວ ແລະ ຄົນງານຈີນທີ່ ເຮັດວຽກຢູ່ສວນກ້ວຍ ແຫ່ງນີ້ປະມານ 500 ຄົນພາກັນ ຣະມັດຣະວັງໂຕເອງ ຫຼາຍຂຶ້ນໂດຍສະເພາະ ອັນຕະຣາຍຈາກສານເຄມີ.
ຊາວບ້ານທີ່ຢູ່ໃກ້ຄຽງ ເຂດສວນກ້ວຍກໍເລົ່າເຫດການ ທີ່ເກີດຂຶ້ນ ອາການຂອງຜູ້ທີ່ເສັຽຊີວິດ ຜູ້ນີ້ຄ້າຍຄືກັບຜູ້ກ່ອນເພາະ ໄດ້ຍິນວ່າ ຜູ້ກ່ຽວມີອາການໄອ ຮາກແລ້ວເສັຍຊີວິດ.
"ອາການມັນກະຄືກັນຫັ້ນນ່າ ເພາະວ່າຜູ້ກ່ອນກະຍີນຂະເຈົ້າວ່າໄອ ມີຮາກແລ້ວຕາຍ. ຜູ້ນີ້ກາຮາກອີກຫັ້ນນ່າ ເຫັນແຕ່ນາຍບ້ານ ໄປເບິ່ງສື່ໆ ນີ້ນ່າແລ້ວຂະເຈົ້າກະເອົາເມືອເລີຍ ຂະເຈົ້າ ກະບໍ່ໄດ້ເວົ້າຫຍັງ."
ໃນຂນະທີ່ອຳນາດການປົກຄອງທ້ອງຖິ່ນ, ຂອງຜູ້ເສັຍຊີວິດທີ່ຢູ່ກຸ່ມບ້ານນໍ້າຖ້ວມ ເມືອງນໍ້າບາກ ແຂວງຫລວງພຣະບາງ ໄດ້ກ່່າວ ຢືນຢັນກັບນັກຂ່າວວ່າ ບໍ່ຮູ້ວ່າສົບຂອງຜູ້ກ່ຽວໄດ້ ສົ່ງມາ ຮອດຄອບຄົວຫລືຍັງ.
"ກໍຫາກຫລາຍຢູ່ພາກສ່ວນກ່ຽວຂ້ອງ ທີ່ໄປຢູ່ສວນກ້ວຍ ມັນຢູ່ຫລາຍບ່ອນນ່າ ຢູ່ທາງໃດກາມີທາງບໍ່ແກ້ວແດ່ ກັບທາງໄຊຍະບູລີ ທາງບໍຣິສັດ ຄຳໄຊ ພຸ້ນ ບໍ່ມີພາກສ່ວນກ່ຽວຂ້ອງ ຂະເຈົ້າແຈ້ງມາເຈົ້າ ບໍ່ໄດ້ຖາມຂະເຈົ້າຣະອຽດ."
ຈາກກໍຣະນີທີ່ມີຄົນງານລາວ ເສັຍຊີວິດໃນສວນກ້ວຍແຫ່ງນີ້ ເຖິງ 02 ຄົນ ທາງຂແນງການທີ່ກ່ຽວຂ້ອງ ຂອງ ເມືອງບໍຣິຄັນ ແຂວງ ບໍຣິຄຳໄຊ ຕຽມດຳເນີນການໃຫ້ ເຈົ້າຂອງສວນ ກ້ວຍຂອງບໍຣິສັດ ວີເອັສ ຈຳກັດ ມາໂອ້ລົມຕົກລົງເຣື່ອງສວັດດີການ ຂອງຄົນງານ ໃນສວນກ້ວຍ.
"ພວກເຮົາກໍຕຽມຮຽກໃຫ້ບໍຣິສັດ ວີເອັສ ນີ້ມາສົມທົບກັບ ພວກເຮົາແກ້ໄຂບັນຫາດັ່ງກ່າວ. ຢາກໃຫ້ທາງບໍຣິສັດ ມີນະໂຍບາຍຮັບ ກັມມະກອນ ຜູ້ທີ່ເຈັບເປັນຫັ້ນລະ ໃຫ້ເອົາໄວ້ໂປ ໂຮງໝໍວ່າຊັ້ນນ່າ ຕ້ອງໃຫ້ບໍຣິສັດ ມີນະໂຍບາຍການຂົນສົ່ງໄປມາ."
ເຈົ້າໜ້າທີ່ຂແນງການກ່ຽວຂ້ອງໄດ້ກ່າວຕື່ມວ່າ ໃນໄລຍະຜ່ານມາ ບໍຣິສັດ ວີເອັສ ຈຳກັດ ຍັງບໍ່ປະຕິບັດຕາມກົດໝາຍແຮງງານລາວ ຫລາຍຢ່າງເປັນຕົ້ນແມ່ນ ການປີ່ນປົວຄົນເຈັບ ທີ່ ເຮັດວຽກຢູ່ສວນກ້ວຍຕົນເອງ. ພ້ອມນີ້ຖ້າຄົນງານເຮັດວຽກ ຜິດພາດເລັກນ້ອຍກໍ ຫ້າມໄລ່ອອກຈາກວຽກ.
ຕໍ່ບັນຫານີ້ທາງເມືອງ ເຫັນວ່າຕ້ອງໄດ້ແກ້ໄຂບັນຫາ ຢ່າງເອົາເອົາຈັງແຕ່ຖ້າໄດ້ຕົກລົງ ວາງຣະບຽບການແລ້ວ ຖ້າຍັງບໍ່ປະຕິບັດຕາມ ກໍຈະໃຊ້ມາຕການ ຕໍ່ເຈົ້າຂອງບໍຣິສັດ ຕໍ່ໄປ.
ເຫດການມີຜູ້ເສັຍຊີວິດ ຢູ່ສວນກ້ວຍຂອງບໍຣິສັດ ວີເອັສ ຈຳກັດ ກ່ອນໜ້ານີ້ແມ່ນເກີດຂຶ້ນ ເມື່ອວັນທີ 29 ເມສາ ຜ່ານມາ, ຜູ້ເສັຽ ຊີວິດຊື່ວ່າ ທ້າວຂຽວ ອາຍຸ 18 ປີ ຊາວບ້ານ ບ້ານນາກຸນໃໝ່ ເມືອງໜອງແຮັດ ແຂວງຊຽງຂວາງ.
ໂດຍຜູ້ກ່ຽວເສັຽຊີວິດ ດ້ວຍພຍາດຣະບົບທາງເດີນຫາຍໃຈ ແຕ່ຄົນງານທີ່ເຮັດວຽກນໍາກັນ ເຊື່ອວ່າຜົລກະທົບ ມາຈາກສານເຄມີໃນ ສວນກ້ວຍ.