ອ່າງນໍ້າຕຽນເປັນມົລພິດ ຍ້ອນ ສວນກ້ວຍຈີນ
2021.02.25

ສະພາບ ຂອງອ່າງນໍ້າຕຽນ ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ເປັນສີຂຽວຂຸ້ນ ມີກິ່ນເໝັນ ຊາວບ້ານບໍ່ສາມາດນໍ້າໃຊ້ນໍ້າໄດ້. ສາເຫດມາຈາກ ອ່າງນໍ້າຕຽນຢູ່ໃກ້ກັບເຂດ ສວນກ້ວຍ ຈີນ ຊາວບ້ານໃນເຂດນັ້ນ ເຫັນຄົນງານສວນຖິ້ມຂີ້ເຫຍື້ອ ລົງນໍ້າຕຽນ ເຊັ່ນຖົງຢາງ ແລະຕົ້ນກ້ວຍທີ່ ປູກແລ້ວຕາຍກໍມາຖິ້ມ ເປັນຈຳນວນຫຼາຍ. ດັ່ງຊາວບ້ານຜູ້ຂໍສງວນຊື່ໄດ້ກ່າວຕໍ່ RFA ເມື່ອວັນທີ 24 ກຸມພາ ວ່າ:
"ສວນກ້ວຍຫັ້ນເນາະ ມີບາງບ່ອນເຂົາເຈົ້າກະຖິ້ມຂີ້ເຫຍື້ອ ຕາມແມ່ນໍ້ານ້ອຍຫັ້ນແຫຼະ ຈົນດຳໝົດນ່າ. ເປັນຍ້ອນອັນນັ້ນແຫຼະ ເຂົາເຈົ້າ ກໍຖິ້ມຢູ່ໃນສວນເຂົາເຈົ້າເນາະ ບໍ່ວ່າຖົງຢາງ ເຄື່ອງອຸປກອນເຂົານໍາໃຊ້ນັ້ນແຫຼະ ກໍກ້ວຍບໍ່ໄດ້ຜົລເຂົາກໍຕັດມາ ກະຖິ້ມໃສ່ຫ້ວຍຫັ້ນໝົດ ແລ້ວກໍເນົ່າຖິ້ມໃສ່ຫ້ວຍຫັ້ນໝົດນ່າ. ສ່ວນຫຼາຍມີແຕ່ຜົລກະທົບ ກ່ຽວກັບຜູ້ນໍາໃຊ້ນໍ້າຊື່ໆດອກ ແບບວ່າເຂົາເຈົ້າອາບນໍ້າ ແລ້ວນໍາໃຊ້ ແລ້ວ ກໍດູດໃຊ້ນໍ້າມາໃນຄອບຄົວ ມັນມີກິ່ນບູດ ເຂົາຄັນໄປເຂົາເຈົ້າ ກໍໃສ່ນໍ້າຢາເຄມີ ນໍ້າລິນເຂົາກໍບໍ່ພໍໃຊ້ແດ່ນີ້ນ່າ."
ຊາວບ້ານອີກຄົນນຶ່ງໄດ້ ຢັ້ງຢືນຕື່ມວ່າ ນໍ້າຕຽນ ມີສະພາບປ່ຽນໄປຫຼາຍ ສັງເກດວ່າເວລາປ່ອຍເປັດລົງໄປກໍເຫງົາ, ມີກິ່ນເໝັນນໍ້າມັນ ອາດຈະເປັນຍ້ອນເຂົາເຈົ້າ ເອົາຝຸ່ນໃສ່ແລ້ວນໍ້າ ຂອງຝຸ່ນຈະອັ່ງເຊິ່ງ ໄຫຼລົງນໍ້າຕຽນ.
"ຄືໂຕຢ່າງເປັດໄປລອຍນໍ້າຫັ້ນ ກໍເຫງົາເດ້, ຖືກຢາຂອງເຂົາເຈົ້າລົງໄປເຫງົາ ເອື້ອຍລົງໄປໃສ່ນໍ້າໄປນາ ໄປມາກໍຄໍແຫ້ງໝົດແຫຼະ. ມັນເໝັນນໍ້າມັນຈະຂຽວເນາະເວລາເຂົາເຈົ້າມັກ ເອົາຝຸ່ນເອົາຫຍັງໃສ່ແລ້ວ ນໍ້າມັນຈະອັ່ງຢູ່ໃນຫັ້ນເນາະ ເວລາເຮົາໄປມັນຈະໄດ້ຮັບ ມົລພິດ."
ຊາວບ້ານອີກຄົນນຶ່ງ ໄດ້ຢັ້ງຢືນວ່າ ສອງປີມານີ້ ຖືວ່ານໍ້າຕຽນບໍ່ຄ່ອຍເຫັນ ປະຊາຊົນລົງໄປໃຊ້ ແລະ ບໍ່ສາມາດຫາປາໄດ້ຄືກັນກັບ ແຕ່ກ່ອນ. ສະເພາະໃນປີ້ນີ້ ກໍມີປານ້ອຍຕາຍໃນ ນໍ້າຕຽນນີ້,
"ເວລາເຮົາລົງຫ້ວຍຈະຄັນ ໃນ 2 ປີ ຜ່ານມານີ້ໄປຫາປາຢູ່ ມັນເປັນແນວນັ້ນຫັ້ນນ່າ ເປັນຕຸ່ມແດງ. ປີນີ້ຕາຍເທື່ອນຶ່ງຫວ້າ ປານະຢູ່ ໃນຫ້ວຍນະ."
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ກ່າວວ່າ ພາກສ່ວນກ່ຽວຂ້ອງ ກໍໄດ້ຕັ້ງຄະນະກັມມະການ ລົງໄປສົມທົບ ກັບ ບໍຣິສັດຈີນ ເພື່ອແກ້ໄຂບັນຫາ ດັ່ງກ່າວ.
"ຄະນະຜແນກໄທເຮົານີ້ ມື້ເຊົ້ານີ້ ພ້ອມກັນລົງໄປຕິດຕາມ ກວດກາເບິ່ງແລ້ວ, ວິທີແກ້ໄຂເຮົາມີແຕ່ວ່າ ໄປສົມທົບກັບອັ້ນນ່າເຂດ ດັ່ງກ່າວນີ້ເນາະ, ຢູ່ໃນຄວາມຮັບຜິດຊອບຂອງບ້ານ ດັ່ງກ່າວຫັ້ນ ອັນນຶ່ງ, ອັນສອງ, ພວກເຮົາຈະໄດ້ສົມທົບ ກັບບໍຣິສັດດັ່ງກ່າວນີ້ ທີ່ສ້າງຄວາມເສັຽຫາຍໃຫ້ແກ່ ສິ່ງແວດລ້ອມຫັ້ນ ຖືວ່າເປັນເຈັ້ຽ ເປັນຖົງຢາງຫັ້ນ ມີແຕ່ຖ້າມື້ອື່ນເຮົາຈະໄດ້ ຮັບການຣາຍງານຈາກ ຄະນະດັ່ງກ່າວ ມາຕການຕໍ່ຜູ້ເຮັດຫັ້ນ ຈະເຮັດແນວໃດກໍຕ້ອງ ໄປກວດແກ້ເນາະ."
ເຈົ້າໜ້າທີ່ໄດ້ກ່າວຕື່ມ ການແກ້ໄຂພວກເຮົາໄດ້ບອກ ສວນກ້ວຍໄປແລ້ວຕ້ອງໄດ້ ເຮັດຂຸມຂີ້ເຫຍື້ອ ຫຼື ກຳຈັດຂີ້ເຫຍື້ອ. ສ່ວນຖົງຢາງ ທີ່ຢູ່ໃນນໍ້າຕຽນ ນັ້ນທາງສວນກ້ວຍບໍ່ໄດ້ຕັ້ງໃຈຖິ້ມ ຍ້ອນວ່າມີລົມພັດມາ ແລ້ວປີວລົງໃສ່ນໍ້າຕຽນ.
"ໝາຽຄວາມວ່າດຽວນີ້ນີ ເຮົາເວົ້ານຳກັນແລ້ວ ເຮົາໄປກວດກາຕິດຕາມແລ້ວ ແມ່ນໃຫ້ເຂົານິເຮັດຂຸມຂີ້ເຫຍື້ອເນາະ ຫຼືວ່າກຳຈັດຂີ້ເຫຍື້ອ ຫັ້ນນ່າ. ແຕ່ວ່າບາງທີນິ ພາກສ່ວນທີ່ຢູ່ໃກ້ໆ ແຄມນໍ້ານີ້ເຂົາເຈົ້າ ຈະບໍ່ໄດ້ມ້ຽນຖົງຢາງນີ້ນ່າ ແລ້ວບາງທີ່ມີລົມພັດ ມັນຈັ່ງປີວໄປຕົກ ຢູ່ນໍ້າຕຽນ ແລ້ວເຮົາກໍຫາ ປະກົດເຫັນໃນປີນີ້. ໄລຍະເດືອນນີ້ນິ ມັນປີວໄປບໍ່ແມ່ນເຈຕນາວ່າ ເຂົາເຈົ້າເອີຈະໄປຖອກຖິ້ມລົງຫັ້ນ."
ຕາມການຣາຍງານຂອງ ທ່ານ ບຸນລັບ ແສງອາພອນ ຫົວໜ້າຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ເມື່ອປີຜ່ານມາວ່າ. ແຂວງໄຊຍະບູລີ ມີແມ່ນໍ້າຫຼາຍສາຍ ທີ່ເປັນ ສາຂາຂອງແມ່ນໍ້າຂອງ ທັງໝົດ 22 ແມ່ນໍ້າ ແລະ ມີ 410 ສາຍນໍ້າ ແລະຫ້ວຍສາຂາ. ໃນນັ້ນອ່າງນໍ້າຕຽນກໍແມ່ນນຶ່ງ ໃນແມ່ນໍ້າທີ່ຖືກສ້າງ ເປັນອ່າງເກັບນໍ້າ ເພື່ອສົ່ງເສີມ ການຜລິດກະສິກັມ ຂອງເມືອງໄຊຍະບູລີ ແຂວງໄຊຍະບູລີ.