ລາວ ຂາຍກ້ວຍໄດ້ແຕ່ທໍາລາຍ ທັມຊາດ

ສປປລາວ ສົ່ງກ້ວຍ ອອກຂາຍ ຕ່າງປະເທດ ເພີ້ມຂຶ້ນ 10 ເທົ່າ ແຕ່ ສານເຄມີ ຈາກ ການປູກກ້ວຍ ທຳລາຍ ສຸຂພາບ ຂອງ ປະຊາຊົນ ແລະ ສິ່ງແວດລ້ອມ.

ສວນປູກກ້ວຍ ຂອງ ນັກລົງທຶນຈີນ ຢູ່ ແຂວງບໍ່ແກ້ວ RFA

ການສົ່ງກ້ວຍ ອອກໄປ ຕ່າງປະເທດ ຂອງລາວ ໂດຍສະເພາະ ໄປຈີນ ເພີ້ມຂຶ້ນ ປະມານ 10 ເທົ່າ ໃນ ຣະຍະ 5 ປີ ຜ່ານມາ ໃນມູລຄ່າ ປະມານ 40 ລ້ານ ໂດລາ ຊຶ່ງ ໃນປີ 2011-12 ການສົ່ງອອກ ກ້ວຍ ຂອງລາວ ຕົກເປັນເງິນ 3 ລ້ານ 8 ແສນ ໂດລາ ຣະຫວ່າງ ປີ 2014-15 ເພີ້ມຂຶ້ນ ເປັນ 40 ລ້ານ ໂດລາ.

ອີງຕາມ ການຣາຍງານ ຂອງ ກະຊວງ ອຸດສາຫະກັມ ແລະ ການຄ້າລາວ ຕລາດກ້ວຍ ສ່ວນໃຫຍ່ ທີ່ ລາວ ສົ່ງໄປຂາຍ ກໍແມ່ນ ຈີນ ແລະ ໄທ. ການສົ່ງອອກ ໄປ ຈີນ ຫຼາຍກວ່າໄປ ໄທ ຊຶ່ງ  ຕລາດ ການສົ່ງອອກ ກ້ວຍ ໄປຈີນ ຂອງລາວ ເພີ້ມຂຶ້ນ 88 % ຣະຫວ່າງ ປີ 2011 ຫາ 2015.

ແຕ່ເຖີງຢ່າງໃດ ກໍຕາມ ອົງການ ຕ່າງຊາດ ເວົ້າວ່າ ການປູກກ້ວຍ ໃນລາວ ສົ່ງ ຜົລກະທົບ ຕໍ່ ສຸຂພາບ ສີ່ງແວດລ້ອມ ແລະ ແມ່ນ້ຳ ລຳທານ ຣາຍໃຫຽ່ ໃນລາວ ຍ້ອນ ການໃຊ້ ສານເຄມີ ທີ່ເປັນ ອັນຕຣາຍ ເປັນຕົ້ນ ຢາຂ້າຫຍ້າ ແລະ ສັດຕຣູ ພືດ ໃນສວນກ້ວຍ ຂອງຈີນ ແບບ ສະຊາຍ ປາສຈາກ ການຄວບຄຸມ ແລະ ປ້ອງກັນ. ຊາວບ້ານ ທ້ອງຖິ່ນ ທີ່ ແຂວງບໍ່ແກ້ວ ບໍ່ກ້າ ທີ່ຈະໄປ ຊອກຫາ ເຄື່ອງປ່າ ຂອງດົງ ມາເປັນ ອາຫານ ແລະ ໃຊ້ ແຫລ່ງນ້ຳ ທັມມະຊາດ ໃນເຂດ ໃກ້ຄຽງ ສວນກ້ວຍ ຂອງ ຈີນ ໄດ້ເລີຍ.

ສານເຄມີ ຈາກ ການປູກກ້ວຍ ທຳລາຍ ສຸຂພາບ ຂອງ ປະຊາຊົນ ແລະ ສີ່ງແວດລ້ອມ ແມ່ນ້ຳ ລຳທານ ໃນເຂດ ດັ່ງກ່າວ ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຈາກ ປະເທດ ສວິສແລັນ ເວົ້າວ່າ ລາວ ຖືກສີດ ສານເຄມີ ທີ່ ເປັນພິດ ໃສ່ ຢ່າງ ຫຼວງຫຼາຍ ໃນເຂດ ສຳປະທານ ການກະເສດ ເປັນຕົ້ນ ໃນເຂດ ພາກເຫນືອ ຂອງລາວ. ສອງຕົວເມືອງ ທີ່ ແຂວງ ຊຽງຂວາງ ສານເຄມີ 19 ລ້ານ ລິດ ຖືກສີດໃສ່ ແລະ ສານເຄມີ ກວ່າ 100 ຊນິດ ທີ່ ຖືກຫ້າມ ໃນຫຼາຍ ປະເທດ ຖືກນໍາມາ ສີດ ໃນສວນກ້ວຍ ຂອງຈີນ ໃນລາວ.

ທາງການລາວ ຂາດການ ຄວບຄຸມ ແລະ ປ້ອງກັນ ສິ່ງ ດັ່ງກ່າວ ໃນຂນະ ດຽວກັນ ອົງການອື່ນໆ ກໍເວົ້າວ່າ ສານເຄມີ ທີ່ເປັນ ອັນຕຣາຍ ນັ້ນ ບໍ່ແມ່ນ ສີດໃສ່ ສະເພາະແຕ່ ສວນກ້ວຍ ເທົ່ານັ້ນ ຍັງສີດໃສ່ ໃນພື້ນທີ່ ປູກພືດ ເສຖກິຈ ຊນີດອື່ນໆ ອີກໃນລາວ ດັ່ງ, ໝາກສາລີ ຢາງພາລາ ແລະ ພືດ ເສຖກິຈດ ປະເພດຕ່າງໆ ແຕ່ເໜືອ ຕລອດໃຕ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org